ທ່ານເລຂາທິການໃຫຍ່ ໂຕເລິມ ຊົມເຊີຍທ່ານ Jaya Ratnam ທີ່ໄດ້ເຮັດສຳເລັດໜ້າທີ່ການທູດຢູ່ຫວຽດນາມ ຢ່າງດີເລີດ, ປະກອບສ່ວນສຳຄັນເຂົ້າໃນການຍົກລະດັບການພົວພັນ ຫວຽດນາມ - ສິງກະໂປ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ເນັ້ນໜັກວ່າ ພັກ ແລະລັດຫວຽດນາມ ຍາມໃດກໍ່ຖື ສິງກະໂປ ເປັນເພື່ອນມິດທີ່ສະໜິດສະໜົມ, ເພື່ອນຮ່ວມເດີນທາງທີ່ໄວ້ເນື້ອເຊື່ອໃຈ ແລະຄູ່ຮ່ວມມືເສດຖະກິດທີ່ສຳຄັນ, ປາດຖະໜາຢາກເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ນໍາຂອບເຂດການພົວພັນທີ່ຫາກໍ່ສ້າງຕັ້ງຂຶ້ນໃໝ່ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ປະຊາຊົນສອງປະເທດ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ປະຈໍາຫວຽດນາມ ເຂົ້າຢ້ຽມອໍາລາ. ພາບ: ຟ້າມກຽນ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີສອງປະເທດ ສືບຕໍ່ເພີ່ມທະວີກວ່າອີກຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຜ່ານການພົບປະແລກປ່ຽນຂັ້ນຍຸດທະສາດ; ຍູ້ແຮງການຮ່ວມມືໂດຍຜ່ານຊ່ອງທາງຂອງພັກ, ໃຫ້ບຸລິມະສິດຜັນຂະຫຍາຍກົນໄກປຶກສາຫາລືຍຸດທະສາດລະຫວ່າງສອງພັກກໍາອໍານາດໂດຍໄວ; ສຸມໃສ່ຜັນຂະຫຍາຍໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ລົງນາມຢ່າງມີປະສິດທິຜົນ, ສົມເປັນການພົວພັນແບບຢ່າງໃນພາກພື້ນ, ພິເສດແມ່ນໃນບັນດາຂົງເຂດທີ່ສິງກະໂປ ມີທ່າແຮງ ແລະມີບົດບາດນຳໜ້າ, ຫວຽດນາມ ມີຄວາມຕ້ອງການ ຄື: ການຫັນເປັນດີຈີຕອນ, ພະລັງງານທົດແທນ, ຄວາມໝັ້ນຄົງດ້ານສະບຽງອາຫານ, ນະວັດຕະກຳ, ການພັດທະນາສູນການເງິນ, logistics... ກໍຄື ພ້ອມກັນປະກອບສ່ວນຢ່າງມີຄວາມຮັບຜິດຊອບໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຟ້າມກຽນ

ສ່ວນທ່ານ Jaya Ratnam ຢືນຢັນວ່າຈະລະນຶກເຖິງຄວາມຊົງຈໍາທີ່ດີງາມຢູ່ສະເໝີ ແລະນິຍົມນັບຖືຄວາມອົງອາດກ້າແກ່ນ, ຄວາມສາມາດປັບຕົວ, ຈິດໃຈບືນຕົວຂຶ້ນ ແລະຄວາມສາມັກຄີຂອງປະຊາຊົນຫວຽດນາມ; ເຊື່ອໝັ້ນວ່າ ຫວຽດນາມຈະປະຕິບັດສໍາເລັດເປົ້າໝາຍກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

ທ່ານ Jaya Ratnam ເນັ້ນໜັກວ່າ ເຖິງວ່າຈະດຳລົງຕຳແໜ່ງໃດກໍ່ຕາມ ທ່ານກໍ່ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍ; ຫວັງວ່າສອງປະເທດຈະສົມທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍການຮ່ວມມືໃນປີ 2027 ຢ່າງມີປະສິດທິຜົນ ເມື່ອຫວຽດນາມ ເປັນເຈົ້າພາບ APEC ແລະສິງກະໂປ ເປັນປະທານອາຊຽນ.

ໂດຍ: ໄຊຊະນະ