ທ່ານນາຍົກລັດຖະມົນຕີ ຕ້ອນຮັບປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ຫວຽດນາມ ເຂດ Kansai
ກປ.ອອນໄລ - ຕອນບ່າຍວັນທີ 3 ພະຈິກ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ Nishimura Teiichi ປະທານສະມາຄົມມິດຕະພາບຍີ່ປຸ່ນ - ຫວຽດນາມ ເຂດ Kansai ແລະບັນດາສະມາຊິກ ທີ່ພວມຢ້ຽມຢາມ ແລະເຮັດວຽກ ຢູ່ ຫວຽດນາມ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Nishimura Teiichi ປະທານສະມາຄົມມິດຕະພາບຍີ່ປຸ່ນ - ຫວຽດນາມ ເຂດ Kansai. ພາບ: ສໍານັກຂ່າວສານຫວຽດນາມ. |
ຕີລາຄາສູງບົດບາດ ແລະຄວາມສຳຄັນຂອງເຂດ Kansai ໃນການພົວພັນລະຫວ່າງສອງປະເທດ, ທ່ານ ຟ້າມມິງຈີ້ງ ໃຫ້ຮູ້ວ່າ ການລົງທຶນຂອງວິສາຫະກິດເຂດ Kansai ກວມ 30% ຍອດຈຳນວນເງິນລົງທຶນຂອງຍີ່ປຸ່ນ ເຂົ້າຫວຽດນາມ ແລະການຄ້າ ກວມປະມານ 25% ວົງເງິນການຄ້າສອງປະເທດ. ທ່ານນາຍົກລັດຖະມົນຕີ ສະເໜີທ່ານ Nishimura Teiichi ແລະສະມາຄົມມິດຕະພາບ ຍີ່ປຸ່ນ - ຫວຽດນາມ ເຂດ Kansai ສືບຕໍ່ເອົາໃຈໃສ່, ສະໜັບສະໜູນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ພັດທະນານັບມື້ນັບມີປະສິດທິຜົນ ແລະແທດຈິງ. ໃນນັ້ນ, ຮຽກຮ້ອງໃຫ້ບັນດາວິສາຫະກິດຍີ່ປຸ່ນ ເວົ້າລວມ ແລະເຂດ Kansai ເວົ້າສະເພາະ ລົງທຶນເຂົ້າຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດອຸດສາຫະກຳປຸງແຕ່ງ, ອຸດສາຫະກຳສໍາຮອງ, ກະສິກຳເຕັກໂນໂລຊີສູງ, ເຕັກໂນໂລຢີຊີວະພາບ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ... ຕິດພັນກັບການຖ່າຍທອດເຕັກໂນໂລຊີ; ຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນກ່ຽວກັບການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການພົບປະແລກປ່ຽນປະຊາຊົນ; ເປີດກວ້າງການຮ່ວມມືທ້ອງຖິ່ນເຂດ Kansai ກັບທ້ອງຖິ່ນຂອງຫວຽດນາມ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Nishimura Teiichi ປະທານສະມາຄົມມິດຕະພາບຍີ່ປຸ່ນ - ຫວຽດນາມ ເຂດ Kansai. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ Nishimura Teiichi ໃຫ້ຮູ້ວ່າ ໃນ 30 ປີນັບແຕ່ສ້າງຕັ້ງ, ສະມາຄົມຍາມໃດກໍເຄື່ອນໄຫວຢ່າງຕັ້ງໜ້າ, ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນລະຫວ່າງ ຍີ່ປຸ່ນ - ຫວຽດນາມ ໃຫ້ນັບມື້ນັບພັດທະນາຢ່າງດີງາມ. ສະມາຄົມຈະສືບຕໍ່ມານະພະຍາຍາມໜູນຊ່ວຍແນະນໍາ, ໂຄສະນາເຜີຍແຜ່ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ໂອກາດຮ່ວມມື, ລົງທຶນຂອງຫວຽດນາມ ເຖິງວິສາຫະກິດ, ນັກລົງທຶນ ແລະຄູ່ຮ່ວມມືຍີ່ປຸ່ນ; ຫວັງວ່າ ລັດຖະບານ, ນາຍົກລັດຖະມົນຕີ ຈະເອົາໃຈໃສ່, ສະໜັບສະໜູນບັນດາການເຄື່ອນໄຫວດັ່ງກ່າວ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນລະຫວ່າງສອງປະເທດ ນັບມື້ນັບພັດທະນາ.
ອະທິບາຍຄໍາສະເໜີຈໍານວນໜຶ່ງຂອງບັນດາສະມາຊິກສະມາຄົມມິດຕະພາບຍີ່ປຸ່ນ - ຫວຽດນາມ ເຂດ Kansai ແລະຢືນຢັນວ່າ ລັດຖະບານຫວຽດນາມ ພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຍີ່ປຸ່ນ ເວົ້າລວມ ເວົ້າສະເພາະແມ່ນເຂດ Kansai ລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ຢ່າງສຳເລັດຜົນ, ທ່ານ ຟ້າມມິງຈີ້ງ ສະເໜີສືບຕໍ່ຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຜ່ານການເພີ່ມທະວີການເຊື່ອມຕໍ່ຮາກຖານບໍາລຸງສ້າງ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າຂອງເຂດ Kansai ກັບຫວຽດນາມ; ສືບຕໍ່ເອົາໃຈໃສ່, ໜູນຊ່ວຍໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມຮ່ຳຮຽນ, ເຮັດວຽກ ແລະດຳລົງຊີວິດຢູ່ Kansai.
ໂດຍ: ໄຊຊະນະ