ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມ, ນຳຊີວິດຂອງປະຊາຊົນເຂດພາກກາງກັບຄືນສູ່ສະພາບປົກກະຕິ
    
    
    
        
            
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຊັນໂທລະເລກທາງການ, ໃນນັ້ນຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນສືບຕໍ່ສຸມໃສ່ການຊອກຫາ, ກູ້ໄພກູ້ຊີບຜູ້ທີ່ຍັງຫາຍສາບສູນ, ປິ່ນປົວໃຫ້ຜູ້ຮັບບາດເຈັບໂດຍບໍ່ເກັບຄ່າ, ຈັດການລົງຢື້ຢາມຖາມຂ່າວ, ໃຫ້ກຳລັງໃຈ, ໜູນຊ່ວຍວຽກງານຕ່າງໆໃຫ້ຜູ້ເສຍຊີວິດຢ່າງລອບຄອບຖີ່ຖ້ວນ.
        
        
        
            
	ຕາມການສະຖິຕິຍັງບໍ່ຄົບຖ້ວນຮອດຕອນຄ່ຳວັນທີ 30 ຕຸລາ, ຝົນຕົກນ້ຳຖ້ວມຢູ່ບັນດາທ້ອງຖິ່ນເຂດພາກກາງໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະຫາຍສາບສູນ 22 ຄົນ, ເຮືອນກວ່າ 120.000 ຫຼັງຖືກຖ້ວມ, ມີເສັ້ນທາງຄົມມະນາຄົມຫຼາຍສາຍຖືກເຊາະເຈື່ອນ, ຕັດຂາດ, ມີບັນດາກິດຈະກຳພື້ນຖານໂຄງລ່າງຫຼາຍແຫ່ງຖືກເສຍຫາຍຢ່າງໜັກໜ່ວງ, ຫຼາຍເຂດຖືກຕັດຂາດຢ່າງສິ້ນເຊີງ, ການເຄື່ອນໄຫວຜະລິດດຳເນີນທຸລະກິດ ແລະຊີວິດການເປັນຢູ່ຂອງປະຊາຊົນຖືກຜົນສະທ້ອນຢ່າງຮ້າຍແຮງ.
	ຕໍ່ໜ້າສະພາບໄພທຳມະຊາດທີ່ສັບສົນ, ຕອນຄໍ່າວັນທີ 30 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຊັນໂທລະເລກທາງການ, ໃນນັ້ນຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນສືບຕໍ່ສຸມໃສ່ການຊອກຫາ, ກູ້ໄພກູ້ຊີບຜູ້ທີ່ຍັງຫາຍສາບສູນ, ປິ່ນປົວໃຫ້ຜູ້ຮັບບາດເຈັບໂດຍບໍ່ເກັບຄ່າ, ຈັດການລົງຢື້ຢາມຖາມຂ່າວ, ໃຫ້ກຳລັງໃຈ, ໜູນຊ່ວຍວຽກງານຕ່າງໆໃຫ້ຜູ້ເສຍຊີວິດຢ່າງລອບຄອບທີ່ຖ້ວນ.
	ພ້ອມກັນນັ້ນ, ບັນດາທ້ອງຖິ່ນກໍ່ຕ້ອງລະດົມກຳລັງ, ພາຫະນະ, ວັດຖຸອຸປະກອນໃຫ້ໄດ້ຫຼາຍທີ່ສຸດ ໂດຍບຸລິມະສິດແກ້ໄຂສະພາບການຢູ່ໂຮງຮຽນ, ເສັ້ນທາງຄົມມະນາຄົມ, ຮາກຖານສາທາລະນະສຸກ, ພື້ນຖານໂຄງລ່າງໄຟຟ້າ, ໂທລະຄົມມະນາຄົມເພື່ອຮັບປະກັນໃຫ້ນັກຮຽນໄດ້ໄປໂຮງຮຽນ, ປະຊາຊົນມີບ່ອນກວດ, ປິ່ນປົວພະຍາດ, ມີຂໍ້ມູນການຕິດຕໍ່ພົວພັນ; ແກ້ໄຂການທຳຄວາມສະອາດສິ່ງແວດລ້ອມ ບໍ່ປະໃຫ້ເກີດພະຍາດຕິດແປດພາຍຫຼັງຝົນຕົກນໍ້າຖ້ວມ.
	ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ