ຕ້ອນຮັບທ່ານ Denny Abdi ເອກອັກຄະລັດຖະທູດ ອິນໂດເນເຊຍ, ທ່ານ ປະທານສະພາແຫ່ງຊາດ ຊົມເຊີຍທ່ານ Denny Abdi ທີ່ໄດ້ສຳເລັດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ ເປັນຢ່າງດີ ແລະຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນສອງປະເທດພັດທະນາຢ່າງແຂງແຮງໃນຊຸມປີມໍ່ໆມານີ້. ຊົມເຊີຍທ່ານ Denny Abdi ໄດ້ຮັບການແຕ່ງຕັ້ງເປັນເລຂາທິການໃຫຍ່ກະຊວງການຕ່າງປະເທດອິນໂດເນເຊຍ, ທ່ານ ເຈິ່ນແທັງເໝິນ ເຊື່ອໝັ້ນວ່າ ໃນຖານະຕຳແໜ່ງໃໝ່, ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ເປັນຂົວຕໍ່ສຳຄັນ, ປະກອບສ່ວນນຳການພົວພັນຫວຽດນາມ - ອິນໂດເນເຊຍ ຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຕ້ອນຮັບ ທ່ານ Denny Abdi ເອກອັກຄະລັດຖະທູດ ອິນໂດເນເຊຍ ເຂົ້າຢ້ຽມອຳລາ. ພາບ: ເລິມຫຽນ.

ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ການພົວພັນກັບອິນໂດເນເຊຍ ມີທີ່ຕັ້ງສຳຄັນໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ ແລະສອງປະເທດ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ໃນການພົວພັນນັ້ນ, ການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດອິນໂດເນເຊຍ ບັນລຸໄດ້ບັນດາໝາກຜົນອັນດີງາມຫຼາຍຢ່າງ. ທ່ານ ເຈິ່ນແທັງເໝິນ ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບສະພາແຫ່ງຊາດອິນໂດເນເຊຍ, ແລກປ່ຽນບົດຮຽນດ້ານນິຕິບັນຍັດ, ຕິດຕາມກວດກາ ແລະຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຕ້ອນຮັບ ທ່ານ Denny Abdi ເອກອັກຄະລັດຖະທູດ ອິນໂດເນເຊຍ ເຂົ້າຢ້ຽມອຳລາ. ພາບ: ເລິມຫຽນ.

ສ່ວນທ່ານ Denny Abdi ໄດ້ຂອບໃຈຢ່າງຈິງໃຈມາຍັງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ; ເນັ້ນໜັກວ່າໃນການປະຕິບັດໜ້າທີ່ການທູດ, ທ່ານ ໄດ້ຮັບຄວາມຊ່ວຍເຫຼືອອັນລ້ຳຄ່າຈາກຫວຽດນາມ ເພື່ອເຮັດສຳເລັດໜ້າທີ່ຂອງຕົນ. ທ່ານ Denny Abdi ໃຫ້ຮູ້ວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດໄດ້ພັດທະນາຢ່າງແຂງແຮງໃນໄລຍະຜ່ານມາ. ວົງເງິນການຄ້າສອງຝ່າຍບັນລຸ 16,7 ຕື້ໂດລາສະຫະລັດ ໃນປີ 2024, ເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ກັບປີ 2020. ຫຼາຍກຸ່ມບໍລິສັດໃຫຍ່ຂອງຫວຽດນາມ ໄດ້ ແລະພວມລົງທຶນຢູ່ ອິນໂດເນເຊຍ ແລະກົງກັນຂ້າມ, ມີຫຼາຍວິສາຫະກິດ ແລະກຸ່ມບໍລິສັດຂອງອິນໂດເນເຊຍ ໄດ້ລົງທຶນເຂົ້າຫວຽດນາມ.

* ຊົມເຊີຍທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ທີ່ສຳເລັດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ, ທ່ານ ເຈິ່ນແທັງເໝິນ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າ ແລະສຳຄັນຂອງທ່ານ Jaya Ratnam ໃນການຊຸກຍູ້ການພົວພັນຫວຽດນາມ-ສິງກະໂປ ພັດທະນາຢ່າງແຂງແຮງໃນຂົງເຂດການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ວິທະຍາສາດ, ເຕັກໂນໂລຊີ, ການສຶກສາ, ບຳລຸງສ້າງ...

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຕ້ອນຮັບທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ເຂົ້າຢ້ຽມອຳລາ. ພາບ: ເລິມຫຽນ.

ທ່ານປະທານສະພາແຫ່ງຊາດ ຕີລາຄາສູງເລື່ອງສອງປະເທດຫາກໍ່ລົງນາມໂຄງການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2025-2030; ເຊື່ອໝັ້ນວ່າດ້ວຍໂຄງການກະທໍານີ້, ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດຈະສືບຕໍ່ໄດ້ຮັບການຂຸດຄົ້ນຢ່າງມີປະສິດທິຜົນ. ເນັ້ນໜັກເຖິງບັນດາໝາກຜົນທີ່ຕັ້ງໜ້າໃນການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ, ທ່ານປະທານສະພາແຫ່ງຊາດ ປາດຖະໜາວ່າສອງຝ່າຍຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ຄື: ການຄ້າ, ການລົງທຶນ, ວິທະຍາສາດ, ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ບຳລຸງສ້າງພະນັກງານ...

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຕ້ອນຮັບ ທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ເຂົ້າຢ້ຽມອຳລາ. ພາບ: ເລິມຫຽນ.

ສ່ວນທ່ານ Jaya Ratnam ສະແດງຄວາມປິຕິຊົມຊື່ນທີ່ໄດ້ເຫັນປະຈັກຕາການພັດທະນາກະໂດດຂັ້ນຂອງຫວຽດນາມ ໃນໄລຍະຜ່ານມາ, ຢືນຢັນວ່າ ສິງກະໂປ ຍາມໃດກໍນັບຖືຢ່າງສູງນ້ຳໃຈອົງອາດກ້າແກ່ນ ແລະຄວາມສາມັກຄີຂອງປະຊາຊົນຫວຽດນາມ; ຊົມເຊີຍຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນໜຶ່ງໃນ 30 ພື້ນຖານເສດຖະກິດແຖວໜ້າຂອງໂລກ ດ້ວຍບັນດາຜົນງານດີເດັ່ນໃນການພັດທະນາເສດຖະກິດ-ສັງຄົມ, ດັດຊະນີການພັດທະນາມະນຸດ (HDI) ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

ດ້ວຍຜົນສຳເລັດຂອງເຂດອຸດສາຫະກຳຫວຽດນາມ - ສິງກະໂປ, ທ່ານ Jaya Ratnam ຫວັງວ່າ ໂຄງການຈະສືບຕໍ່ໄດ້ຮັບການເປີດກວ້າງ, ບໍ່ພຽງແຕ່ເພີ່ມດ້ານປະລິມານເທົ່ານັ້ນ ຫາກຍັງຮັບປະກັນຄຸນນະພາບຕາມທິດສີຂຽວກວ່າ, ຫັນເປັນດີຈີຕອນກວ່າ, ສ້າງວຽກເຮັດງານທຳໃໝ່ໃຫ້ແກ່ປະຊາຊົນ, ປະກອບສ່ວນແທດຈິງເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ.

ໂດຍ: ໄຊຊະນະ