ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ການຢ້ຽມຢາມຄັ້ງນີ້ໄດ້ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດ. ຫວຽດນາມ ປາດຖະໜາຢາກຖອດຖອນບົດຮຽນຂອງອັງກິດ ເພື່ອຮັບໃຊ້ການສ້າງແຜນນະໂຍບາຍ, ກໍານົດທິດໃຫຍ່ພັດທະນາປະເທດໃນໄລຍະໃໝ່.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Robert Griffiths ເລຂາທິການໃຫຍ່ພັກກອມມູນິດອັງກິດ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Robert Griffiths ຊົມເຊີຍ ແລະເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມຢ່າງເປັນທາງການໃນຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ເປັນຂີດໝາຍສຳຄັນໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ. ພ້ອມທັງຢືນຢັນວ່າ ພັກກອມມູນິດອັງກິດ ຍາມໃດກໍ່ສະໜັບສະໜູນການເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ-ອັງກິດ ກວ່າອີກ; ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມື ແລະຄວາມສາມັກຄີລະຫວ່າງສອງພັກ.

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ພັກ, ລັດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນຮ່ວມມືກັບລາຊະອານາຈັກອັງກິດ, ປາດຖະໜາວ່າສອງຝ່າຍຈະເສີມຂະຫຍາຍບັນດາຜົນງານຮ່ວມມືທີ່ບັນລຸໄດ້, ສືບຕໍ່ຊຸກຍູ້ທ່າພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງຝ່າຍ, ແນໃສ່ນຳການພົວພັນຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະເປົ້າໝາຍການພັດທະນາຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງພັກກວ່າອີກ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ສອງຝ່າຍພິຈາລະນາຄວາມສາມາດຜັນຂະຫຍາຍການເຄື່ອນໄຫວແລກປ່ຽນທິດສະດີ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການ ແລະທັດສະນະຂອງແຕ່ລະພັກ ສໍາລັບບັນຫາພາກພື້ນ, ໂລກ ແລະບັນດາຫົວຂໍ້ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຄື: ການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ ຫຼືການພັດທະນາແບບຍືນຍົງ; ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພັກການເມືອງ, ເປັນຕົ້ນແມ່ນການພົບປະສາກົນຂອງພັກ ກອມມູນິດ ແລະກໍາມະກອນ.

ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບຍູ້ແຮງ ແລະເພີ່ມທະວີການຮ່ວມມື, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ-ອັງກິດ, ເພື່ອຜົນປະໂຫຍດອັນຍາວນານຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ.

ໂດຍ: ໄຊຊະນະ