ປະທານປະເທດ ເລືອງເກື່ອງ ພົບປະກັບປະທານາທິບໍດີອາເມລິກາ ແລະການນຳບັນດາພື້ນຖານເສດຖະກິດສະມາຊິກ APEC
ກປ.ອອນໄລ - ວັນທີ 29 ຕຸລາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ຢູ່ ສ.ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ພົບປະກັບທ່ານ Donald Trump ປະທານາທິບໍດີອາເມລິກາ ແລະການນຳຂັ້ນສູງຂອງບາງພື້ນຖານເສດຖະກິດສະມາຊິກ APEC.
ທີ່ການພົບປະ, ການນຳສອງທ່ານ ຕີລາຄາສູງໝາກຜົນທີ່ຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອາເມລິກາ ໃນໄລຍະຜ່ານມາ. ທ່ານປະທານປະເທດ ເລືອງເກື່ອງ ສະເໜີໃຫ້ສອງຝ່າຍປະຕິບັດສຳເລັດການເຈລະຈາສັນຍາການຄ້າຕອບໂຕ້ ຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດໂດຍໄວ ບົນພື້ນຖານຖະແຫຼງການຮ່ວມເມື່ອບໍ່ດົນມານີ້, ຄິດໄລ່ຊັ່ງຊາເຖິງລັກສະນະພິເສດຂອງຫວຽດນາມ ແລະຄວາມສຳຄັນຂອງການພົວພັນລະຫວ່າງສອງປະເທດ, ພ້ອມທັງຊຸກຍູ້ການຮ່ວມມືທາງດ້ານການເມືອງ - ການທູດ, ເສດຖະກິດ - ການຄ້າ, ວິທະຍາສາດເຕັກໂນໂລຢີ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນປະຊາຊົນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ຫວຽດນາມ ຊົມເຊີຍ ອາເມລິກາ ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຢູ່ພາກພື້ນ ອາຊີ-ປາຊີຟິກ ແລະ ມະຫາສະໝຸດອິນເດຍ.
ສ່ວນທ່ານປະທານາທິບໍດີອາເມລິກາ ໄດ້ຊົມເຊີຍຝ່າຍຫວຽດນາມ ນຳເຂົ້າບັນດາຜະລິດຕະພັນທີ່ມີທ່າແຮງຂອງອາເມລິກາ. ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳອາເມລິກາ ຢັ້ງຢືນສະໜັບສະໜູນບົດບາດໃຈກາງຂອງອາຊຽນ; ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ໃນບັນດາບັນຫາພາກພື້ນ ແລະສາກົນ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພ້ອມດ້ວຍການນໍາບັນດາພື້ນຖານເສດຖະກິດສະມາຊິກ APEC. ພາບ: qdnd.vn |
ທີ່ງານລ້ຽງຕ້ອນຮັບໃນຕອນຄ່ຳວັນທີ 29 ຕຸລາ ໂດຍທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ຈັດຕັ້ງເພື່ອຕ້ອນຮັບບັນດາການນຳ APEC, ທ່ານປະທານປະເທດ ເລືອງເກື່ອງ ໄດ້ມີການພົບປະກັບນາຍົກລັດຖະມົນຕີບັນດາພື້ນຖານເສດຖະກິດສະມາຊິກ APEC ຄື ການາດາ, ໄທ, ສິງກະໂປ, ອົດສະຕາລີ ແລະ ນິວຊີແລນ.
ທີ່ການພົບປະ, ບັນດາການນຳລ້ວນແຕ່ຕີລາຄາສູງການພັດທະນາໃນທຸກດ້ານຂອງຫວຽດນາມ ໃນໄລຍະຜ່ານມາ ກໍຄືບົດບາດສາກົນທີ່ນັບມື້ນັບສູງຂຶ້ນຂອງຫວຽດນາມ. ທ່ານປະທານປະເທດ ເລືອງເກື່ອງ ພ້ອມດ້ວຍບັນດາການນຳ ຢັ້ງຢືນເຖິງຄວາມສຳຄັນຂອງການຊຸກຍູ້ການພົວພັນສອງຝ່າຍ ໃຫ້ພັດທະນາຢ່າງແທດຈິງ, ຮອບດ້ານໃນໄລຍະຈະມາເຖິງ, ກໍຄືເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ, ການເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນວິວັດທະນາການຮ່ວມມືທີ່ບັນດາກົນໄກ, ເວທີປາໄສຫຼາຍຝ່າຍ, ໃນນັ້ນມີ APEC ແລະອາຊຽນ, ປະກອບສ່ວນເຂົ້າໃນສະຖຽນລະພາບ, ສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະໃນໂລກ.
ໂດຍ: ທູຈາງ