ທ່ານນາຍົກລັດຖະມົນຕີ Keir Starmer ຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ປະຕູໂຂງ. ຫຼັງຈາກນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານນາຍົກລັດຖະມົນຕີອັງກິດ Kier Starmer ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຂອງສອງປະເທດ ດຳເນີນການພົບປະສອງຝ່າຍ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ Keir Starmer ນາຍົກລັດຖະມົນຕີ ແຫ່ງສະຫະລາຊະອານາຈັກອັງກິດ ແລະອຽກລັງເໜືອ ມອບຮັບຖະແຫຼງການຮ່ວມວ່າດ້ວຍການຍົກລະດັບການພົວພັນຫວຽດນາມ - ອັງກິດ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ການພົບປະສອງຝ່າຍ, ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມອັງກິດ ຢ່າງເປັນທາງການ, ທ່ານ Keir Starmer ຢັ້ງຢືນວ່າ ການຢ້ຽມຢາມເປັນຂີດໝາຍສຳຄັນໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.
ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງບັນດາຜົນງານທີ່ໜ້າປະທັບໃຈ ເຊິ່ງ ອັງກິດ ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ, ນໍາປະເທດອັງກິດ ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 6 ຂອງໂລກ ແລະ ເປັນສູນການເງິນແຖວໜ້າຂອງໂລກ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ Keir Starmer ນາຍົກລັດຖະມົນຕີ ແຫ່ງສະຫະລາຊະອານາຈັກອັງກິດ ແລະອຽກລັງເໜືອ ມອບຮັບຖະແຫຼງການຮ່ວມວ່າດ້ວຍການຍົກລະດັບການພົວພັນຫວຽດນາມ - ອັງກິດ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ພາບ: ສໍານັກຂ່າວສານຫວຽດນາມ. |
ແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະອັງກິດ ໃນໄລຍະຜ່ານມາ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານນາຍົກລັດຖະມົນຕີ Starmer ໄດ້ຕີລາຄາສູງການພັດທະນາຢ່າງຕັ້ງໜ້າຂອງການພົວພັນຮ່ວມມືສອງຝ່າຍ, ພິເສດແມ່ນຄວາມມານະພະຍາຍາມແກ້ໄຂຂໍ້ຕິດຂັດ ແລະຊອກຫາມາດຕະການທີ່ເໝາະສົມບົນຈິດໃຈຮ່ວມມືເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ.
ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດກັບອັງກິດ ບົນພື້ນຖານເຄົາລົບເຊິ່ງກັນ ແລະກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະມຸ່ງໄປເຖິງອະນາຄົດ, ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບອັງກິດ ເພື່ອຍົກລະດັບການພົວພັນບົນພື້ນຖານບັນດາເສົາຄ້ຳສຳຄັນ, ຄື: ການເມືອງ-ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຢີ ແລະການຫັນເປັນດີຈີຕອນ, ການເງິນ-ທະນາຄານ, ການສຶກສາ-ບໍາລຸງສ້າງ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ວັດທະນະທໍາ ແລະການພົບປະແລກປ່ຽນປະຊາຊົນ.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ໂອກາດນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະການບິນ, ແກ້ໄຂການຂັດແຍ້ງກັນຢູ່ພາກພື້ນອາຊີ-ປາຊີຟິກ ໂດຍສັນຕິວິທີ, ໃນນັ້ນມີທະເລຕາເວັນອອກ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍ ວ່າດ້ວຍທະເລ ປີ 1982 (UNCLOS 1982).
ສິ້ນສຸດການພົບປະ, ການນຳສອງທ່ານ ໄດ້ອອກຖະແຫຼງການຮ່ວມ ວ່າດ້ວຍການຍົກລະດັບການພົວພັນ ຫວຽດນາມ - ອັງກິດ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ເນື້ອໃນຖະແຫຼງການຮ່ວມໄດ້ຕີລາຄາສູງບັນດາໝາກຜົນສຳຄັນຂອງການພົວພັນສອງປະເທດ, ຢັ້ງຢືນຫຼັກການ, ວາງອອກທິດທາງໃຫຍ່ ເພື່ອຍູ້ແຮງ ແລະເພີ່ມທະວີການຮ່ວມມື, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອັງກິດ, ເພື່ອຜົນປະໂຫຍດອັນຍາວນານຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສັງຄົມ ແລະການພັດທະນາແບບຍືນຍົງຢູ່ແຕ່ລະພາກພື້ນ ແລະໃນໂລກ. ເນື່ອງໃນໂອກາດນີ້, ກະຊວງຕໍາຫຼວດຫວຽດນາມ ແລະກະຊວງພາຍໃນລາຊະອານາຈັກອັງກິດ ໄດ້ລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືປ້ອງກັນ, ຕ້ານການຫຼອກລວງສໍ້ໂກງສາກົນ ແລະແຜນການເພີ່ມທະວີການຮ່ວມມືໃນບັນດາບັນຫາອົບພະຍົບ.
ໂດຍ: ໄຊຊະນະ