ເພີ່ມທະວີກໍາລັງແຮງສັງລວມ ແລະທີ່ຕັ້ງຂອງປະຊາຄົມອາຊຽນ
ກ່າວຄໍາເຫັນປິດກອງປະຊຸມ, ທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ ໄດ້ຂອບໃຈທຸກປະເທດ ແລະບັນດາຄູ່ຮ່ວມມືກ່ຽວກັບການປະກອບສ່ວນຢ່າງແທດຈິງເຂົ້າໃນຜົນສໍາເລັດຂອງກອງປະຊຸມ. ບັນດາໝາກຜົນສໍາຄັນທີ່ບັນລຸໄດ້ຈະເພີ່ມພະລັງຊີວິດໃຫ້ແກ່ການເຊື່ອມຈອດພາກພື້ນ, ເພີ່ມກໍາລັງແຮງສັງລວມ ແລະທີ່ຕັ້ງຂອງປະຊາຄົມອາຊຽນ “ກວມລວມ ແລະຍືນຍົງ” ຖືກຕາມຫົວຂໍ້ຂອງປີ 2025, ຊ່ວຍໃຫ້ອາຊຽນ ພ້ອມແລ້້ວກ້າວ ເດີນໃນໄລຍະທາງພັດທະນາໃໝ່ ດ້ວຍ 11 ສະມາຊິກ. ໝາກຜົນຂອງບັນດາກອງປະຊຸມລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື ກໍຢັ້ງຢືນຖານະທີ່ຕັ້ງ, ບົດບາດໃຈກາງຂອງອາຊຽນ ແລະຊ່ວຍສືບຕໍ່ປັບປຸງ ແລະເປີດກວ້າງການພົວພັນຕ່າງປະເທດຂອງອາຊຽນ ເພື່ອສັນຕິພາບ, ສະຖຽນລະພາບ ແລະພັດທະນາ.
    |
 |
|
ພິທີປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ພາບ: ສໍານັກຂ່າວສານຫວຽດນາມ. |
ຄະນະຜູ້ແທນຫວຽດນາມ ນໍາໂດຍ ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນເກືອບ 20 ການເຄື່ອນໄຫວໃນຂອບເຂດກອງປະຊຸມ, ແບ່ງປັນຫຼາຍກຳນົດທິດທີ່ສໍາຄັນໃນການສ້າງອະນາຄົດຂອງອາຊຽນ. ການພົວພັນມິດຕະພາບ ແລະການຮ່ວມມືທີ່ແທດຈິງລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມື ກໍໄດ້ຮັບການຊຸກຍູ້ຢ່າງແທດຈິງຜ່ານ 20 ກວ່າການພົບປະສອງຝ່າຍ. ບັນດາການປະກອບສ່ວນ, ຂໍ້ສະເໜີ ແລະຂໍ້ລິເລີ່ມຂອງຫວຽດນາມ ສຸມໃສ່ຊຸກຍູ້ກໍ່ສ້າງປະຊາຄົມອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ ແລະຍືນຍົງ, ຖືປະຊາຊົນເປັນໃຈກາງ, ສະໜິດຕິດພັນການພັດທະນາແຫ່ງຊາດ ກັບການພັດທະນາພາກພື້ນ.
ຊຸກຍູ້ການພົວພັນລະຫວ່າງອາຊຽນ ກັບຈີນ, ອົດສະຕາລີ ແລະນິວຊີແລນ
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 28 ຕຸລາ, ທີ່ກົວລາລໍາເປີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ພ້ອມກັບບັນດາການນໍາອາຊຽນ ແລະທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28. ຕໍ່ໜ້າກອງປະຊຸມ, ບັນດາການນໍາອາຊຽນ ແລະຈີນ ໄດ້ເປັນສັກຂີພິຍານພິທີລົງນາມອະນຸສັນຍາວ່າດ້ວຍການຍົກລະດັບສັນຍາການຄ້າເສລີ ອາຊຽນ-ຈີນ (ACFTA 3.0).
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 28. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ກອງປະຊຸມ, ບັນດາການນໍາ ຕີລາຄາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ ແມ່ນເສົາຄໍ້າໜຶ່ງທີ່ສໍາຄັນ, ປະກອບສ່ວນເຂົ້າໃນການຮັບປະກັນສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ, ພ້ອມທັງກໍແມ່ນໜຶ່ງໃນບັນດາການພົວພັນທີ່ຂະຫຍັນຂັນເຄື່ອນ ແລະຮອບດ້ານທີ່ສຸດຂອງອາຊຽນ; ຢັ້ງຢືນການຕັດສິນໃຈຮັດແໜ້ນກວ່າອີກການພົວພັນສອງຝ່າຍ, ເຫັນດີເປັນເອກະພາບເລືອກປີ 2026 ແມ່ນ “ປີ ອາຊຽນ-ຈີນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານດ້ວຍບັນດາການເຄື່ອນໄຫວສະເຫຼີມສະຫຼອງທີ່ອຸດົມສົມບູນ ແລະມີຄວາມໝາຍ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະເໜີ 3 ກໍານົດທິດຍຸດທະສາດແນໃສ່ຊຸກຍູ້ຢ່າງແຮງການພົວພັນ ອາຊຽນ-ຈີນ ໃນໄລຍະຈະມາເຖິງ.
* ຕອນເຊົ້າວັນທີ 28 ຕຸລາ, ທີ່ກົວລາລໍາເປີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ພ້ອມກັບການນໍາບັນດາປະເທດອາຊຽນ ແລະທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ-ນິວຊີແລນ.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ-ນິວຊີແລນ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ກອງປະຊຸມ, ບັນດາການນໍາອາຊຽນ ແລະນິວຊີແລນ ໄດ້ຮັບຮອງເອົາຖະແຫຼງການວິໄສທັດຮ່ວມສະເຫຼີມສະຫຼອງການພົວພັນເຈລະຈາ ອາຊຽນ-ນິວຊີແລນ ຄົບຮອບ 50 ປີ, ໃນນັ້ນເຫັນດີຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພ້ອມກັບ 4 ເສົາຄໍ້າຮ່ວມມືກ່ຽວກັບສັນຕິພາບ, ວັດທະນາຖາວອນ, ມະນຸດ ແລະໜ່ວຍໂລກ. ກອງປະຊຸມ ກໍເຫັນດີຮັບຮອງເອົາແຜນການກະທໍາອາຊຽນ-ນິວຊີແລນ 2026-2030 ເພື່ອຜັນຂະຫຍາຍຢ່າງທັນທີບັນດາເນື້ອໃນການຮ່ວມມື. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະເໜີ 3 ຈຸດສຸມຮ່ວມມືຫຼັກ ເພື່ອຫັນຂອບເຂດຮ່ວມມືໃໝ່ລະຫວ່າງອາຊຽນ-ນິວຊີແລນ ໃຫ້ເປັນລະອຽດ.
* ຕອນບ່າຍວັນດຽວກັນ, ທີ່ກົວລາລໍາເປີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ພ້ອມກັບການນໍາບັນດາປະເທດອາຊຽນ ແລະທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອົດສະຕາລີ ຄັ້ງທີ 5.
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈີ້ງ ສະເໜີ 4 ຈຸດສຸມບຸລິມະສິດ ໃຫ້ແກ່ການຮ່ວມມືລະຫວ່າງອາຊຽນ ແລະອົດສະຕາລີ. ທ່ານ ຟ້າມມິງຈີ້ງ ສະເໜີ ອົດສະຕາລີ ສືບຕໍ່ສະໜັບສະໜູນຢ່າງແຂງແຮງນັບທັງທັດສະນະ ແລະການກະທໍາຕໍ່ກັບຫຼັກໝັ້ນຫຼັກການຂອງອາຊຽນ ກ່ຽວກັບທະເລຕາເວັນອອກ, ຮັບປະກັນສິດເສລີໃນການເດີນທະເລ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະ ແມ່ນ UNCLOS 1982.
ສິ້ນສຸດກອງປະຊຸມ, ການນໍາອາຊຽນ ແລະອົດສະຕາລີ ໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການສະກັດກັ້ນການປະທະກັນ ແລະຄຸ້ມຄອງວິກິດການ ໃນໂຄງປະກອບພາກພື້ນໂດຍອາຊຽນ ນໍາພາ.
ຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດໃນພາກພື້ນ
ຕອນເຊົ້າວັນທີ 28 ຕຸລາ, ທີ່ກົວລາລໍາເປີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ໄດ້ມີການພົບປະປະຈໍາປີຄັ້ງທີສອງ. ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ພົບປະກັບພະມະຫາກະສັດ ບຣູໄນ Sultan Haji Hassanal Bolkiah, ນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ນາຍົກລັດຖະມົນຕີ ຕີມໍ ແລັດສະເຕ Xanana Gusmão.
* ທີ່ການພົບປະກັບນາຍົກລັດຖະມົນຕີ ສິງກະໂປ, ສອງນາຍົກລັດຖະມົນຕີ ເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນຄະນະ, ພົບປະຂັ້ນສູງ ແລະທຸກຂັ້ນ; ຜັນຂະຫຍາຍຢ່າງມີປະສິດທິຜົນບັນດາກົນໄກ, ຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ ເນື່ອງໃນໂອກາດບັນດາການຢ້ຽມຢາມຂັ້ນສູງ; ຄົ້ນຄວ້າສ້າງຕັ້ງກົນໄກຮ່ວມມືໃໝ່, ໃນນັ້ນມີການຮ່ວມມືໃນຊ່ອງທາງພັກລະຫວ່າງພັກກອມມູນິດຫວຽດນາມ ແລະພັກກະທໍາປະຊາຊົນສິງກະໂປ...
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong. ພາບ: ສໍານັກຂ່າວສານຫວຽດນາມ. |
ສອງນາຍົກລັດຖະມົນຕີ ກໍຢັ້ງຢືນການຕັດສິນໃຈກໍ່ສ້າງທະເລຕາເວັນອອກ ກາຍເປັນເຂດທະເລສັນຕິພາບ, ຮ່ວມມື ແລະພັດທະນາ, ພ້ອມກັບບັນດາປະເທດອາຊຽນ ຊຸກຍູ້ການເຈລະຈາ COC ໃຫ້ມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນ UNCLOS 1982.
ສິ້ນສຸດການປະຊຸມ, ສອງນາຍົກລັດຖະມົນຕີ ໄດ້ເປັນສັກຂີພິຍານພິທີມອບຮັບໂຄງການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄລຍະ 2025-2030 ທີ່ໄດ້ລົງນາມລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະສິງກະໂປ.
* ທີ່ການພົບປະກັບພະມະຫາກະສັດ ບຣູໄນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະເໜີ ບຣູໄນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຫວຽດນາມ ຮ່ວມມືດໍາເນີນທຸລະກິດໃນທຸກຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ; ມອບໃບອະນຸຍາດໃຫ້ເຮືອຫາປາ, ຊາວປະມົງຫວຽດນາມ ໄດ້ເຂົ້າຫາປາຢູ່ເຂດທະເລບຣູໄນ ຕື່ມອີກ; ພ້ອມທັງໜູນຊ່ວຍຫວຽດນາມ ອອກໃບຢັ້ງຢືນ, ຜະລິດສະບຽງອາຫານ Halal ແລະໝູນໃຊ້ທ່າໄດ້ປຽບວັດຖຸດິບ ທີ່ອຸດົມສົມບູນຂອງຫວຽດນາມ.
* ທີ່ການພົບປະກັບທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຕີລາຄາສູງບາດກ້າວໃຫຍ່ໃນການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃນໄລຍະຜ່ານມາ; ສະເໜີສອງປະເທດສືບຕໍ່ສົມທົບກັນຊຸກຍູ້ການພົວພັນດ້ານປ້ອງກັນຊາດ ບົນພື້ນຖານການຜັນຂະຫຍາຍບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ລົງນາມໃນເດືອນທັນວາ ປີ 2023 ຢ່າງມີປະສິດທິຜົນ. ທ່ານ ຟ້າມມິງຈີ້ງ ກໍປາດຖະໜາວ່າ ສອງຝ່າຍຈະລົງນາມບັນດາຂໍ້ຕົກລົງຮ່ວມມືໃນຂົງເຂດຄວາມໝັ້ນຄົງ, ການສຶກສາ, ການບິນໂດຍໄວ; ຊຸກຍູ້ການເປີດກວ້າງການຮ່ວມມືໃນບັນດາຂົງເຂດເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ, ກະສິກໍາສະຫຼາດ, ລັດຖະບານເອເລັກໂຕນິກ, ຄວາມໝັ້ນຄົງທາງໄຊເບີ, ບໍາລຸງສ້າງຊັບພະຍາກອນປັນຍາປະດິດ (AI).
* ແລກປ່ຽນກັບທ່ານ Xanana Gusmão ນາຍົກລັດຖະມົນຕີ ຕີມໍ ແລັດສະເຕ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຊົມເຊີຍ ຕີມໍ ແລັດສະເຕ ກາຍເປັນສະມາຊິກທີ 11 ຂອງອາຊຽນ ຢ່າງເປັນທາງການ, ສ້າງຂີດໝາຍບາດລ້ຽວປະຫວັດສາດໃນການເຊື່ອມໂຍງຂອງປະເທດນີ້, ກໍແມ່ນຂີດໝາຍປະຫວັດສາດໃນການພັດທະນາຂອງອາຊຽນ.
ທ່ານ ຟ້າມມິງຈີ້ງ ເນັ້ນໜັກວ່າ ຫວຽດນາມ ໃຫ້ຄໍາໝັ້ນສັນຍາສືບຕໍ່ໜູນຊ່ວຍ ຕີມໍ ແລັດສະເຕ ເຂົ້າຮ່ວມໃນການເຄື່ອນໄຫວຂອງອາຊຽນຢ່າງມີປະສິດທິຜົນ; ຫວັງວ່າ ຕີມໍ ແລັດສະເຕ ຈະສະໜັບສະໜູນຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ ແລະພ້ອມກັນມານະພະຍາຍາມບັນລຸໄດ້ COC ໃຫ້ມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນ UNCLOS 1982, ປະກອບສ່ວນກໍ່ສ້າງທະເລຕາເວັນອອກ ກາຍເປັນທະເລສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ.
* ຕອນເຊົ້າວັນທີ 28 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ມີການເຮັດວຽກກັບເອກອັກຄະລັດຖະທູດຫວຽດນາມ ປະຈໍາຢູ່ບັນດາປະເທດໃນອາຊຽນ ທີ່ມີທະເລຕິດຈອດກັບຫວຽດນາມ (ບຣູໄນ, ກໍາປູເຈຍ, ອິນໂດ ເນເຊຍ, ມາເລເຊຍ, ຟີລິບປິນ, ໄທ) ແລະເອກອັກຄະລັດຖະທູດຫວຽດນາມ ປະຈໍາຢູ່ອາຊຽນ.
* ຕອນຄໍ່າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະຄະນະຜູ້ແທນຫວຽດນາມ ໄດ້ອອກຈາກນະຄອນຫຼວງກົວລາລໍາເປີ ກັບຄືນປະເທດ, ສິ້ນສຸດການໄປປະຕິບັດງານດ້ວຍຜົນສໍາເລັດຢ່າງຈົບງາມ.
ໂດຍ: ໄຊຊະນະ