*ທີ່ການຕ້ອນຮັບທ່ານ Denny Abdi ເອກອັກຄະລັດຖະທູດອິນໂດເນເຊຍ, ທ່ານປະທານປະເທດ ໄດ້ຊົມເຊີຍທ່ານເອກອັກຄະລັດຖະທູດ ສຳເລັດອາຍຸການປະຕິບັດງານຢູ່ຫວຽດນາມ ຢ່າງດີເລີດ ແລະມີການປະກອບສ່ວນອັນຕັ້ງໜ້າຫຼາຍຢ່າງເຂົ້າໃນການຊຸກຍູ້ການພັດທະນາການພົວພັນລະຫວ່າງສອງປະເທດ.
ທ່ານ Denny Abdi ໄດ້ຂອບໃຈທ່ານປະທານປະເທດ ທີ່ໄດ້ສະຫຼະເວລາຕ້ອນຮັບ. ໃນສະພາບການໂລກ ແລະພາກພື້ນມີການຜັນແປທີ່ສັບສົນຫຼາຍຢ່າງໃນປະຈຸບັນ, ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະພ້ອມກັນເປັນສະມາຊິກທີ່ຕັ້ງໜ້າຂອງອາຊຽນ, ທ່ານ Denny Abdi ເຊື່ອໝັ້ນວ່າ ຫວຽດນາມ ແລະ ອິນໂດເນເຊຍ ຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ໃຫ້ອາຊຽນ ສາມັກຄີ, ພັດທະນາຕື່ມອີກ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດ ຕ້ອນຮັບທ່ານ Denny Abdi ເອກອັກຄະລັດຖະທູດອິນໂດເນເຊຍ. ພາບ: qdnd.vn |
ທ່ານປະທານປະເທດ ເນັ້ນໜັກວ່າ ໃນໄລຍະທີ່ຈະມາເຖິງ, ສອງປະເທດຕ້ອງສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນ; ຜັນຂະຫຍາຍຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ; ກ່ອນອື່ນໝົດແມ່ນສ້າງໂຄງການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອິນໂດເນເຊຍ ໄລຍະ 2025-2030 ໂດຍໄວ; ສູ້ຊົນບັນລຸເປົ້າໝາຍວົງເງິນການຄ້າສອງສົ້ນໃຫ້ບັນລຸ 18 ຕື້ໂດລາສະຫະລັດ ກ່ອນປີ 2028 ໂດຍໄວ; ເພີ່ມທະວີການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ມີນະໂຍບາຍເພື່ອສົ່ງເສີມໃຫ້ວິສາຫະກິດຂອງສອງປະເທດລົງທຶນເຂົ້າໃນຂົງເຂດທີ່ມີທ່າແຮງ ແລະຄວາມຕ້ອງການຂອງແຕ່ລະປະເທດ.
*ຊົມເຊີຍທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ທີ່ສຳເລັດອາຍຸການປະຕິບັດງານຢູ່ຫວຽດນາມ ຢ່າງດີເລີດ, ທ່ານປະທານປະເທດ ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນຂອງທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພັດທະນາການພົວພັນສອງຝ່າຍ.
ໂດຍເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການເພີ່ມທະວີການພົວພັນກັບສິງກະໂປ, ຄູ່ຮ່ວມມືເສດຖະກິດແຖວໜ້າຂອງຫວຽດນາມ, ທ່ານປະທານປະເທດ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນ; ສຸມໃສ່ການສ້າງ ແລະຜັນຂະຫຍາຍໂຄງການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສິງກະໂປ ໄລຍະ 2025-2030.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດ ຕ້ອນຮັບທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ. ພາບ: qdnd.vn |
ທ່ານປະທານປະເທດ ຫວັງວ່າສອງຝ່າຍຈະຮ່ວມມືກັນຢ່າງແໜ້ນແຟ້ນ, ພິເສດແມ່ນໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຊຸກຍູ້ຂົງເຂດການຮ່ວມມືອື່ນໆເຊັ່ນ: ວິທະຍາສາດ-ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ວັດທະນະທຳ, ການສຶກສາ ແລະເປັນຕົ້ນແມ່ນການພັດທະນາແຫຼ່ງຊັບພະຍາກອນມະນຸດ; ຮັກສາທ່າພັດທະນາການພົວພັນດ້ານການຄ້າ-ການລົງທຶນລະຫວ່າງສອງປະເທດ.
ທ່ານເອກອັກຄະລັດຖະທູດສິງກະໂປ ໄດ້ຕີລາຄາສູງຕໍ່ເລື່ອງຫວຽດນາມ ຈັດຕັ້ງພິທີເປີດລົງນາມໃນສົນທິສັນຍາສະຫະປະຊາຊາດວ່າດ້ວຍຕ້ານອາຊະຍາກຳທາງໄຊເບີ (ສົນທິສັນຍາຮ່າໂນ້ຍ) ປະສົບຜົນສຳເລັດ; ຖືວ່າ ນີ້ແມ່ນສິ່ງທີ່ພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບບົດບາດເປັນເຈົ້າການ ແລະອິດທິພົນຊື່ສຽງສາກົນນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ. ໂດຍເຫັນດີເປັນເອກະພາບກັບການຕີລາຄາຂອງທ່ານປະທານປະເທດກ່ຽວກັບການພົວພັນສອງຝ່າຍ, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໂຄງການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສິງກະໂປ ໄລຍະ 2025-2030 ຈະເປີດໄລຍະຮ່ວມມືໃໝ່, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນຫຼາຍຂຶ້ນ.
ໂດຍ: ຈາງຫງວຽນ