leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Nuriddin Ismoilov ປະທານສະພາຕ່ຳອຸສະເບກິດສະຖານ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ຂອບອົກຂອບໃຈຝ່າຍອຸສະເບກິດສະຖານ ທີ່ໄດ້ເຂົ້າຮ່ວມພິທີເປີດການລົງນາມສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ, ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງອຸສະເບກິດສະຖານ ພ້ອມກັບປະຊາຄົມສາກົນ ຕໍ່ສູ້ຕ້ານອາດຊະຍາກຳປະເພດໃໝ່ນີ້; ຢັ້ງຢືນອາລົມຈິດສະໜິດຕິດພັນມາແຕ່ດົນນານ ແລະສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ກັບອຸສະເບກິດສະຖານ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານ ເຈິ່ນແທັງເໝິນ ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງສອງປະເທດເພີ່ມທະວີການພົວພັນຮ່ວມມືເພື່ອພ້ອມກັນພັດທະນາ, ຕອບສະໜອງສະພາບການສາກົນໃນປະຈຸບັນ.

ການນຳສອງທ່ານ ຍັງເຫັນດີໂດຍຖືວ່າ, ສະພາແຫ່ງຊາດສອງປະເທດຄວນຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນ, ເພີ່ມທະວີບົດບາດຕິດຕາມກວດກາຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ ແລະເອກະສານທີ່ໄດ້ລົງນາມໃນຂອບເຂດການຢ້ຽມຢາມອຸສະເບກິດສະຖານ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃນເດືອນເມສາ ປີ 2025, ເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ ແລະບັນດາຄະນະກໍາມາທິການໃນການເພີ່ມທະວີການພົບປະແລກປ່ຽນ, ຄວາມເຂົ້າໃຈ, ຄວາມສະໜິດຕິດພັນ, ກໍຄືການແລກປ່ຽນຂໍ້ມູນຂ່າວສານດ້ານວິຊາສະເພາະລະຫວ່າງບັນດາສະມາຊິກສະພາແຫ່ງຊາດສອງປະເທດ; ຍູ້ແຮງການຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສລະຫວ່າງສະພາແຫ່ງຊາດ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ອຸສະເບກິດສະຖານ ເລິກເຊິ່ງຂຶ້ນຕື່ມ ແລະມີປະສິດທິຜົນກວ່າອີກ.

ໂດຍ: ທູຈາງ