ຍູ້ແຮງການຮ່ວມມື ອາຊຽນ+3
ກ່າວຄຳເຫັນທີ່ກອງປະຊຸມ, ການນຳບັນດາປະເທດ: ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ແລະໜູນຊ່ວຍການຫັນວິໄສທັດປະຊາຄົມອາຊຽນ 2045, ຜັນຂະຫຍາຍປະຕິບັດຕາໜ່າງໄຟຟ້າອາຊຽນ ແລະເຈລະຈາຂໍ້ຕົກລົງຂອບເສດຖະກິດດີຈີຕອນອາຊຽນ ໃຫ້ປະກົດຜົນເປັນຈິງ.
ບັນດາປະເທດເຫັນດີຍູ້ແຮງການຜັນຂະຫຍາຍແຜນການປະຕິບັດງານ ອາຊຽນ+3 ໄລຍະ 2023-2027, ຜັນຂະຫຍາຍຢ່າງມີປະສິດທິຜົນ, ທົບທວນຄືນ ແລະເປີດກວ້າງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (RCEP), ສືບຕໍ່ປັບປຸງການເງິນໃນພາກພື້ນ ໂດຍຜ່ານຂໍ້ຕົກລົງຫັນຂໍ້ລິເລີ່ມຊຽງໃໝ່ ໃຫ້ເປັນຫຼາຍຝ່າຍ (CMIM) ແລະກົນໄກການເງິນຢ່າງວ່ອງໄວ (RFF), ເພີ່ມທະວີການໜູນຊ່ວຍວິສາຫະກິດຈຸລະພາກ, ຂະໜາດນ້ອຍ ແລະຂະໜາດກາງ, ພັດທະນາເສດຖະກິດດີຈີຕອນ, ສີຂຽວ ແລະຍືນຍົງ.
    |
 |
|
ກອງປະຊຸມສຸດຍອດອາຊຽນ+3 ຄັ້ງທີ 28. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ສະເໜີ 3 ກໍານົດທິດ ເພີ່ມທະວີການຮ່ວມມື ອາຊຽນ+3 ໃນສະພາບການໃໝ່. ທີໜຶ່ງ, ຍົກສູງຄຸນນະພາບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ການຫັນເປັນດີຈີຕອນ ແລະຫັນເປັນສີຂຽວຢູ່ພາກພື້ນ. ທີສອງ, ປັບປຸງການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຄວາມສາມາດຕ້ານທານຂອງພາກພື້ນ; ຍູ້ແຮງການຮ່ວມມືກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ, ຄົ້ນຄວ້າພັດ ທະນາຄັງສາງພະລັງງານໃນສະພາວະສຸກເສີນ; ລົງທຶນພັດທະນາພື້ນຖານໂຄງລ່າງປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ, ກົນໄກເຕືອນໄພພິບັດຢູ່ພາກພື້ນ. ທ່ານ ຟ້າມມິງຈີ໊ງ ກໍສະເໜີບັນດາປະເທດອາຊີຕາເວັນອອກ ໜູນຊ່ວຍບັນດາປະເທດອາຊຽນ ທີ່ມີຄວາມຕ້ອງການພັດທະນາໄຟຟ້ານິວເຄຼຍ, ຖ່າຍທອດເຕັກໂນໂລຊີ, ແບ່ງປັນບົດຮຽນ, ກໍ່ສ້າງຊັບພະຍາກອນມະນຸດ ແລະຮັບປະກັນຄວາມປອດໄພນິວເຄຼຍ; ສະເໜີເຊື່ອມຕໍ່ສູນການເງິນຂອງບັນດາປະເທດອາຊຽນ+3 ເພື່ອແນໃສ່ດຶງດູດຢ່າງແຂງແຮງ ບັນດາກະແສການເງິນສີຂຽວ ເພື່ອຮັບໃຊ້ໃຫ້ການຫັນເປັນດີຈີຕອນ, ຫັນເປັນສີຂຽວ ຢູ່ພາກພື້ນ. ທີສາມ, ສາມັກຄີ, ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາ.
ສິ້ນສຸດກອງປະຊຸມ, ການນໍາບັນດາປະເທດອາຊຽນ+3 ໄດ້ຮັບຮອງເອົາຖະແຫຼງການວ່າດ້ວຍການເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະການເງິນຢູ່ພາກພື້ນ.
ເສີມຂະຫຍາຍບົດບາດຂອງ EAS
ຕອນບ່າຍວັນດຽວກັນ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ພ້ອມກັບການນໍາບັນດາປະເທດອາຊຽນ ແລະຄູ່ຮ່ວມມື ລວມມີ: ຈີນ, ອາເມລິກາ, ລັດເຊຍ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະນິວຊີແລນ ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 20.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 20. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ກອງປະຊຸມ, ການນໍາບັນດາປະເທດ ເນັ້ນນັກວ່າ, ໃນສະພາບການສະພາບແວດລ້ອມພາກພື້ນ ແລະສາກົນ ຜັນປ່ຽນຢ່າງເລິກເຊິ່ງ, ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດມະຫາອໍານາດເພີ່ມຂຶ້ນ, ບັນດາປະເທດ ຕ້ອງສືບຕໍ່ເສີມຂະຫຍາຍບົດບາດຂອງ EAS ແມ່ນກົນໄກຮ່ວມມືເປີດ, ກວມລວມ, ໂປ່ງໃສ ແລະອີງຕາມກົດໝາຍ, ໂດຍອາຊຽນເປັນໃຈກາງ ໃນການນຳພາການຮ່ວມມື ແລະ ສ້າງຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ ເພື່ອສັນຕິພາບ, ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງ; ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງລັດທິຫຼາຍຝ່າຍ, ການເຈລະຈາທີ່ສະເໝີພາບ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ...
ສິ້ນສຸດກອງປະຊຸມ, ບັນດາການນໍາ ໄດ້ຮັບຮອງເອົາຖະແຫຼງການກົວລາລໍາເປີ ສະເຫຼີມສະຫຼອງ 20 ປີ EAS ແລະຖະແຫຼງການ EAS ວ່າດ້ວຍການຊຸກຍູ້ການຫັນເປັນທ້ອງຖິ່ນໃນການກະທໍາຄາດຄະເນຮັບມືກັບໄພພິບັດ, ປະກອບສ່ວນປັບປຸງພື້ນຖານການຮ່ວມມືຍຸດທະສາດຂອງ EAS ໃນໄລຍະພັດທະນາໃໝ່, ມຸ່ງໄປເຖິງພາກພື້ນສັນຕິພາບ, ສະຖຽນລະພາບ, ຍືນຍົງ ແລະວັດທະນາຖາວອນ.
ສະຫະປະຊາຊາດ ຕີລາຄາສູງບົດບາດຂອງອາຊຽນ
ຕອນຄໍ່າວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ພ້ອມກັບການນໍາບັນດາປະເທດອາຊຽນ ແລະທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສປຊ ຄັ້ງທີ 15.
    |
 |
|
ກອງປະຊຸມສຸດຍອດ ອາຊຽນ - ສະຫະປະຊາຊາດ ຄັ້ງທີ 15. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ກອງປະຊຸມ, ສອງຝ່າຍເຫັນດີເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ອາຊຽນ-ສປຊ ຕາມທິດກະທໍາ ແລະໜູນຊ່ວຍໃຫ້ແກ່ບັນດາຍຸດທະສາດພັດທະນາຂອງກັນ. ສອງຝ່າຍ ກໍເຫັນດີຜັນຂະຫຍາຍແຜນການກະທໍາ ອາຊຽນ-ສປຊ ໄລຍະ 2026-2030 ທີ່ຫາກໍ່ໄດ້ຮັບຮອງເອົາໃຫ້ມີປະສິດທິຜົນໂດຍໄວ, ສຸມໃສ່ເຂົ້າໃນບັນດາຂົງເຂດປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ, ຢາເສບຕິດ, ການຄ້າມະນຸດ, ໜູນຊ່ວຍມະນຸດສະທໍາ, ເກັບກູ້ລູກລະເບີກທີ່ບໍ່ທັນແຕກ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ການຄຸ້ມຄອງໄພພິບັດ ແລະຮັບມືແບບສຸກເສີນ, ພັດທະນາແບບຍືນຍົງ...
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈີ໊ງ ສະເໜີ ອາຊຽນ ແລະສປຊ ຜັນຂະຫຍາຍແຜນການກະທໍາ ໄລຍະ 2026-2030 ຢ່າງມີປະສິດທິຜົນ ແລະສະເໜີ 3 ຈຸດສຸມໃນການຮ່ວມມື ແນໃສ່ຮັດແໜ້ນການຮ່ວມມືລະຫວ່າງສອງຝ່າຍໃຫ້ຫຼາຍກວ່າອີກ.
ອາຊຽນ-ສ.ເກົາຫຼີ ເພີ່ມທະວີການພົວພັນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ
ວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ພ້ອມກັບບັນດາການນໍາອາຊຽນ ແລະທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫຼີ ຄັ້ງທີ 26.
ທີ່ກອງປະຊຸມ, ບັນດາການນໍາ ຢັ້ງຢືນຕ້ອງເພີ່ມທະວີການພົວພັນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີການຮ່ວມມື ເພື່ອການພັດທະນາ ແລະຜົນປະໂຫຍດຂອງປະຊາຊົນຢູ່ສອງພາກພື້ນ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ແບ່ງປັນ 3 ກໍານົດທິດໃຫຍ່ ເພື່ອແນໃສ່ຊຸກຍູ້ຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ສ.ເກົາຫຼີ ໃນໄລຍະຈະມາເຖິງ, ລວມມີ: ຍູ້ແຮງການຮ່ວມສໍາພັນດ້ານເສດຖະກິດ, ການຄ້າ, ການລົງທຶນຕາມທິດສີຂຽວ, ດີຈີຕອນ, ໝູນວຽນ ແລະຍືນຍົງ; ເລີ່ມຕົ້ນການເຈລະຈາຍົກລະດັບ AKFTA; ຮັດແໜ້ນການຮ່ວມມືດ້ານວັດທະນະທໍາ, ການສຶກສາ ແລະພົບປະແລກປ່ຽນປະຊາຊົນ, ພັດທະນາການທ່ອງທ່ຽວ; ອາຊຽນ ແລະສ.ເກົາຫຼີ ຕ້ອງເພີ່ມທະວີການປະກອບສ່ວນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະວັດທະນາຖາວອນຢູ່ພາກພື້ນ; ອາຊຽນ ແລະສ.ເກົາຫຼີ ຕ້ອງຮ່ວມກັນເຊີດຊູຜົນປະໂຫຍດ ແລະຄວາມຮັບຜິດຊອບໃນການກໍ່ສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ, ຮ່ວມມື ແລະພັດທະນາແບບຍືນຍົງ.
RCEP - “ຂົວຕໍ່” ມຸ່ງໄປເຖິງຄວາມວັດທະນາຖາວອນລວມ
ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ດໍາເນີນ ຢູ່ກົວລາລໍາເປີ, ມາເລເຊຍ, ໃນວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ພ້ອມກັບການນໍາບັນດາປະເທດອາຊຽນ ແລະຄູ່ຮ່ວມມື (ອົດສະຕາລີ, ນິວຊີແລນ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ) ເຂົ້າຮ່ວມກອງປະຊຸມສຸດຍອດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 5 ໂດຍພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Anwar Ibrahim - ປະທານອາຊຽນ 2025.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ RCEP ຄັ້ງທີ 5. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ, ຫວຽດນາມ ຖືເປັນສໍາຄັນສັນຍາ RCEP, ຖືນັ້ນແມ່ນ “ຂົວຕໍ່” ຊ່ວຍໃຫ້ບັນດາພື້ນຖານທີ່ມີລະດັບພັດທະນາແຕກຕ່າງກັນ ພ້ອມກັນແບ່ງປັນຜົນປະໂຫຍດ, ພັດທະນາດ້ວຍຕົນເອງ ແລະມຸ່ງໄປເຖິງວັດທະນາຖາວອນລວມ.
ກອງປະຊຸມສິ້ນສຸດລົງດ້ວຍຜົນສໍາເລັດຢ່າງຈົບງາມ ແລະໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງບັນດາການນໍາກ່ຽວກັບສັນຍາ RCEP, ໃນນັ້ນຢັ້ງຢືນວ່າ ບັນດາປະເທດ ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ແລະໃຫ້ຄໍາໝັ້ນສັນຍາຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດພາກພື້ນທີ່ເປີດເຜີຍ, ກວມລວມ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະມຸ່ງໄປເຖິງອະນາຄົດ.
ໂດຍ: ທູຈາງ