ສອງຝ່າຍໄດ້ທົບທວນຄືນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະປຶກສາຫາລືກ່ຽວກັບທິດທາງ, ມາດຕະການລະອຽດເພື່ອຊຸກຍູ້ການພົວພັນທີ່ເປັນມູນເຊື້ອ ແລະການຮ່ວມມືມິດຕະພາບລະຫວ່າງຫວຽດນາມ-ອານເຊຣີ ໃນໄລຍະທີ່ຈະມາເຖິງ, ພ້ອມທັງປຶກສາຫາລືກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ທ່ານ ເລແອັງຕວນ ຮອງລັດຖະມົນຕີກະຊວງການຕ່າງປະເທດ  ແລະທ່ານ Lounes Magramane ເລຂາທິການໃຫຍ່ກະຊວງການຕ່າງປະເທດ, ປະຊາຄົມອານເຊຣີ ຢູ່ຕ່າງປະເທດ ແລະບັນດາບັນຫາອາຟຣິກາ. ພາບ: ກະຊວງການຕ່າງປະເທດ

ສອງຝ່າຍໄດ້ເຫັນດີເປັນເອກະພາບທີ່ຈະສົມທົບກັນເຄື່ອນໄຫວລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ, ໃນນັ້ນ ມີການຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດ, ສ້າງພື້ນຖານທາງດ້ານການເມືອງເພື່ອນຳສາຍພົວພັນຂຶ້ນສູ່ໄລຍະຮ່ວມມືໃໝ່, ສົມກັບບົດບາດ, ທີ່ຕັ້ງ ແລະຄວາມສາມາດບົ່ມຊ້ອນຂອງສອງປະເທດ.

ສອງຝ່າຍໄດ້ເຫັນດີເປັນເອກະພາບທີ່ຈະສຸມໃສ່ ແລະຊຸກຍູ້ກວ່າອີກ, ຖືການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ ເປັນເສົາຄ້ຳຫຼັກໃນການພົວພັນສອງຝ່າຍ, ມຸ່ງໄປສູ່ເປົ້າໝາຍວົງເງິນການຄ້າສອງຝ່າຍໃຫ້ບັນລຸ 1 ຕື້ໂດລາສະຫະລັດໃນໄລຍະທີ່ຈະມາເຖິງ. ທ່ານ ເລແອັງຕວນ ໄດ້ສະເໜີໃຫ້ອານເຊຣີ ສ້າງເງື່ອນໄຂໃຫ້ໂຄງການນ້ຳມັນອາຍແກັດ Bir Seba ເຄື່ອນໄຫວຢ່າງມີປະສິດທິຜົນຢູ່ອານເຊຣີ ແລະສະໜັບສະໜູນຫວຽດນາມ ໃນການພັດທະນາຂະແໜງ Halal.

leftcenterrightdel
ບັນຍາກາດກອງປະຊຸມປຶກສາຫາລືການເມືອງລະຫວ່າງຫວຽດນາມ ແລະອານເຊຣີ ຄັ້ງທີ 4. ພາບ: ກະຊວງການຕ່າງປະເທດ

ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກວ້າງການຮ່ວມມືໃນຂົງເຂດໃໝ່ ຄື: ການຜະລິດລົດໂອໂຕ, ຊີ້ນສ່ວນເອເລັກໂຕນິກ, ເຕັກໂນໂລຊີໃໝ່..., ພ້ອມທັງ ຍູ້ແຮງການພົບປະແລກປ່ຽນດ້ານວັດທະນະທໍາ, ກິລາ, ຮັດແໜ້ນນໍ້າໃຈມິດຕະພາບ, ຄວາມສາມັກຄີ; ສືບຕໍ່ສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນບົນເວທີປາໄສຫຼາຍຝ່າຍ ເຊິ່ງຫວຽດນາມ ແລະອານເຊຣີ ເປັນສະມາຊິກ, ໂດຍສະເພາະແມ່ນຢູ່ ສປຊ.

ໂດຍ: ໄຊນີດາ