ພາຍຫຼັງມາຮອດນະຄອນຫຼວງລອນດອນ, ຕອນເຊົ້າວັນທີ 28 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານ  ເລຂາທິການໃຫຍ່ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບນັກຍຸດທະສາດກ່ຽວກັບປັນຍາປະດິດ (AI) ແລະເຕັກໂນໂລຊີແຖວໜ້າຂອງອັງກິດ ກໍ່ຄືໃນໂລກ.

ການໂອ້ລົມສົນທະນາ ໂດຍ ເວທີປາໄສທົ່ວໂລກ Boston (BGF) ສົມທົບກັນຈັດຕັ້ງເປັນບາດກ້າວຍຸດທະສາດເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະບັນດາປະເທດມະຫາອຳນາດດ້ານເຕັກໂນໂລຊີໃນສັງກາດ AI, ພ້ອມທັງຢືນຢັນທີ່ຕັ້ງຂອງຫວຽດນາມ ໃນການຫັນເປັນດີຈີຕອນທົ່ວໂລກ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມການໂອ້ລົມສົນທະນາກັບນັກຊ່ຽວຊານດ້ານເຕັກໂນໂລຊີຂອງອັງກິດ ແລະໃນໂລກກ່ຽວກັບ AI ແລະຊິບເຄິ່ງຊັກນຳໄຟຟ້າ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນເປີດການໂອ້ລົມສົນທະນາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ໂລກ ພວມເຫັນປະຈັກຕາການພັດທະນາຢ່າງກະໂດດຂັ້ນຂອງວິທະຍາສາດ-ເຕັກໂນໂລຊີ, ເປັນຕົ້ນແມ່ນເມື່ອ AI ກາຍເປັນກໍາລັງໜູນທີ່ຫຼັກແຫຼ່ງໃນການຊຸກຍູ້ການເຕີບໂຕດ້ານເສດຖະກິດ ແລະນະວັດຕະກຳ. ຫວຽດນາມ ກໍ່ໄດ້ກຳນົດວິທະຍາສາດ - ເຕັກໂນໂລຊີ ແລະການຫັນເປັນດີຈີຕອນເປັນຈຸດບຸກທະລຸແຖວໜ້າເພື່ອພັດທະນາຢ່າງວ່ອງໄວ, ຍືນຍົງ ແລະບືນຕົວຂຶ້ນໃນລະບົບຕ່ອງໂສ້ມູນຄ່າທົ່ວໂລກ. ສະນັ້ນ, ຫວຽດນາມ ປາດຖະໜາຢາກຮ່ວມເດີນທາງກັບບັນດາປະເທດທີ່ກ້າວໜ້າແນໃສ່ແບ່ງປັນວິໄສທັດ ແລະຄຸນຄ່າລວມ, ຜ່ານນັ້ນກໍ່ສ້າງໂລກນັບມື້ນັບດີງາມກວ່າ, ບ່ອນທີ່ AI ຮັບໃຊ້ປະຊາຊົນ, ຊຸກຍູ້ຫົວຄິດປະດິດສ້າງ, ຄວາມເມດຕາ, ສັນຕິພາບ ແລະຄວາມວັດທະນາຖາວອນ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮັບເອົາ ແລະທົດລອງບັນດາແນວຄວາມຄິດນໍາໜ້າ.

ການໂອ້ລົມສົນທະນາບໍ່ພຽງແຕ່ປະກອບສ່ວນເຂົ້າໃນການປັບປຸງການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະອັງກິດ ເທົ່ານັ້ນ ຫາກຍັງເປີດແງ່ຫວັງພັດທະນາໃນຂົງເຂດ AI ແລະຊິບເຄິ່ງຊັກນຳໄຟຟ້າໃຫ້ແກ່ພື້ນຖານເສດຖະກິດຫວຽດນາມ. ເຫດການດັ່ງກ່າວເປັນຂີດໝາຍບາດກ້າວທີ່ສຳຄັນໃນການເດີນທາງນໍາຫວຽດນາມ ກາຍເປັນປະເທດທີ່ນໍາໜ້າໃນເສດຖະກິດດີຈີຕອນ ແລະຫົວຄິດປະດິດສ້າງທົ່ວໂລກ, ພ້ອມທັງປະກອບສ່ວນເຂົ້າໃນການກໍ່ສ້າງໂລກທີ່ເຕັກໂນໂລຊີຮັບໃຊ້ປະຊາຊົນ, ຊຸກຍູ້ສັນຕິພາບ ແລະຄວາມວັດທະນາຖາວອນ.

ໂດຍ: ຈາງຫງວຽນ