ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບປະທານສະພາສູງ ແລະປະທານສະພາຕ່ຳອັງກິດ
ວັນທີ 29 ຕຸລາ, ໃນຂອບເຂດການຢ້ຽມຢາມ ສະຫະລາຊະອານາຈັກອັງກິດ ແລະອຽກລັງເໜືອ ຢ່າງເປັນທາງການ, ຢູ່ວັງ Westminster, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ພົບປະກັບທ່ານ John Mcfall ປະທານສະພາສູງອັງກິດ ແລະທ່ານ Lindsay Hoyle ປະທານສະພາຕ່ຳອັງກິດ.
ທີ່ການພົບປະກັບປະທານສະພາສູງ ແລະປະທານສະພາຕ່ຳອັງກິດ, ທ່ານ ເລຂາທິການໃຫຍ່ ໂຕເລິມ ສະເໜີສະພາສູງອັງກິດ ສະໜັບສະໜູນການເປີດກວ້າງການຮ່ວມມືລະຫວ່າງສະພາແຫ່ງຊາດ, ລັດຖະບານ ແລະການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ ໃນບັນດາຂົງເຂດ ເຊິ່ງ ອາດຈະເປັນທ່າແຮງຂອງອັງກິດ ຄືການເງິນ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ບຳລຸງສ້າງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານ John Mcfall ປະທານສະພາສູງ ອັງກິດ. ພາບ: ສໍານັກຂ່າວສານຫວຽດນາມ |
ສຳລັບສະພາຕ່ຳອັງກິດ, ທ່ານເລຂາທິການໃຫຍ່ ສະເໜີສະພາຕ່ຳອັງກິດ ສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ແລະຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມືລະຫວ່າງສອງລັດຖະບານ ຢ່າງມີປະສິດທິຜົນ, ໃນນັ້ນມີສົນທິສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA)… ສືບຕໍ່ສະຫງວນແຫຼ່ງກຳລັງໃຫ້ແກ່ການຮ່ວມມືພັດທະນາກັບຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດພະລັງງານສະອາດ, ຮັບມືການປ່ຽນແປງຂອງດິນຟ້າອາກາດ...
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານ Lindsay Hoyle ປະທານສະພາຕ່ຳອັງກິດ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນບັນດາການນຳສະພາສູງ ແລະສະພາຕ່ຳອັງກິດ ເຫັນດີຕໍ່ບັນດາຂໍ້ສະເໜີຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ຜ່ານການຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນຢ່າງເປັນປະຈຳ, ເປັນຕົ້ນແມ່ນຂັ້ນສູງ, ສ້າງບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ ແລະຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນລະຫວ່າງບັນດາຄະນະກຳມາທິການ, ຍູ້ແຮງການແລກປ່ຽນບົດຮຽນປະສົບການດ້ານນິຕິບັນຍັດ, ສ້າງກອບນິຕິກຳໃຫ້ສົມບູນແບບ, ສ້າງເງື່ອນໄຂສະດວກໃຫ້ແກ່ການເປີດກວ້າງການຮ່ວມມືສອງຝ່າຍ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ