ຫວຽດນາມ-ອົດສະຕາລີ ປະຕິບັດການຫັນເປົ້າໝາຍຍົກວົງເງິນການຄ້າຂຶ້ນເປັນ 20 ຕື້ໂດລາສະຫະລັດ ໃຫ້ປະກົດຜົນເປັນຈິງໂດຍໄວ
ກປ.ອອນໄລ - ສອງປະເທດໄດ້ຈັດຕັ້ງປະຕິບັດການຮ່ວມມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ ແລະພະລັງງານຢ່າງມີປະສິດທິພາບ, ສະໜັບສະໜູນເຊິ່ງກັນ ແລະກັນໃນການປະຕິບັດຄຳໝັ້ນສັນຍາເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເປັນ 0 ແລະການຫັນປ່ຽນພະລັງງານສະອາດ.
ຕອນເຊົ້າວັນທີ 25 ຕຸລາ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຕ້ອນຮັບທ່ານ Matt Thistlethwaite ລັດຖະມົນຕີກະຊວງການຕ່າງປະເທດ ແລະການຄ້າອົດສະຕາລີ ໃນໂອກາດເຂົ້າຮ່ວມພິທີເປີດການລົງນາມສົນທິສັນຍາ ສປຊ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາຮ່າໂນ້ຍ).
    |
 |
|
ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບທ່ານ Matt Thistlethwaite ລັດຖະມົນຕີກະຊວງການຕ່າງປະເທດ ແລະການຄ້າອົດສະຕາລີ. ພາບ: qdnd.vn |
ທີ່ການພົບປະ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ສະເໜີໃຫ້ສອງປະເທດຍູ້ແຮງການເຊື່ອມຕໍ່ດ້ານເສດຖະກິດກວ່າອີກ, ປະຕິບັດການຫັນເປົ້າໝາຍວົງເງິນການຄ້າສອງສົ້ນຂຶ້ນເປັນ 20 ຕື້ໂດລາສະຫະລັດໃຫ້ປະກົດຜົນເປັນຈິງໂດຍໄວ ແລະເພີ່ມທົບສອງເທົ່າການລົງທຶນ 2 ສົ້ນໃນ 2-3 ປີຈະມາເຖິງ. ສອງປະເທດຜັນຂະຫຍາຍຢ່າງມີປະສິດທິຜົນການຮ່ວມມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ, ໜູນຊ່ວຍເຊິ່ງກັນ ແລະກັນປະຕິບັດຄໍາໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດໃຫ້ເປັນ 0 ແລະຫັນປ່ຽນພະລັງງານສະອາດ; ເພີ່ມທະວີການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີ, ຊຸກຍູ້ບັນດາລາຍການເຊື່ອມຕໍ່ບໍາລຸງສ້າງກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ ແລະຫັນປ່ຽນດີຈີຕອນຢູ່ຫວຽດນາມ; ສະເໜີສອງປະເທດເປີດກວ້າງການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ເພີ່ມທະວີຖ້ຽວບິນເຊື່ອມຕໍ່ລະຫວ່າງບັນດານະຄອນໃຫຍ່ ແລະໂຄສະນາບັນດາຄຸນຄ່າວັດທະນະທໍາເພື່ອໃຫ້ປະຊາຊົນຫວຽດນາມ ແລະອົດສະຕາລີ ເພີ່ມຄວາມເຂົ້າໃຈເຊິ່ງກັນ ແລະກັນ.
    |
 |
|
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
ທ່ານ Matt Thistlethwaite ເນັ້ນໜັກວ່າ ອົດສະຕາລີ ຍາມໃດກໍ່ຖື ຫວຽດນາມ ເປັນຄູ່ຮ່ວມມືທີ່ສຳຄັນໃນພາກພື້ນ ແລະປາດຖະໜາຢາກສືບຕໍ່ພັດທະນາການພົວພັນສອງຝ່າຍໃນທຸກຂົງເຂດຮ່ວມມືໃຫ້ດີກວ່າເກົ່າ.
ລັດຖະບານອົດສະຕາລີ ຊົມເຊີຍ ແລະຍິນດີຕ້ອນຮັບນັກສຶກສາ ແລະນັກຄົ້ນຄວ້າຫວຽດນາມ ມາຮຽນຢູ່ອົດສະຕາລີ; ພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືຝຶກອົບຮົມ ເພື່ອປັບປຸງຄວາມສາມາດ ແລະແບ່ງປັນຄວາມຮູ້ໃນຂົງເຂດທີ່ອົດສະຕາລີ ມີທ່າແຂງ, ເຊັ່ນ: ສິ່ງແວດລ້ອມ, ການຫັນປ່ຽນພະລັງງານ, ການຂຸດຄົ້ນບໍ່ແຮ່; ຊຸກຍູ້ການພົບປະແລກປ່ຽນປະຊາຊົນກວ່າອີກ. ທ່ານລັດຖະມົນຕີ ຢືນຢັນວ່າ ອົດສະຕາລີ ປາດຖະໜາຢາກເຊື່ອມຕໍ່ຢ່າງໃກ້ຊິດກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະສືບຕໍ່ປະຕິບັດຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເຖິງປີ 2040 ຢ່າງແຂງແຮງ, ໃນນັ້ນ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຈຸດສຸມ.
ໂດຍ: ໄຊນີດາ