ໃນການພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະທ່ານນາຍົກລັດຖະມົນຕີ Hun Manet ໄດ້ເຫັນດີເປັນເອກະພາບກັນຈະພະຍາຍາມສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ປະກອບສ່ວນນໍາວົງເງິນການຄ້າສອງຝ່າຍໃຫ້ບັນລຸເປົ້າໝາຍ 20 ຕື້ໂດລາສະຫະລັດໂດຍໄວ. ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບຈະເຊື່ອມຕໍ່ພາຍໃນທ້ອງຖິ່ນຕາມທິດແທດຈິງ ແລະມີປະສິດທິຜົນ, ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ ແລະໂລຈິດສະຕິກລະຫວ່າງສອງປະເທດ, ໂດຍສະເພາະແມ່ນໂຄງການເຊື່ອມຕໍ່ທາງດ່ວນນະຄອນໂຮ່ຈີມິນ - ມົກບາຍ - Bavet - ພະນົມເປັນ, ພັດທະນາດ່ານຊາຍແດນ ແລະພື້ນຖານໂຄງລ່າງດ້ານການຄ້າຊາຍແດນ; ສືບຕໍ່ເຈລະຈາ ແລະແກ້ໄຂບັນຫາທີ່ຍັງຕິດຂ້າງທີ່ຍັງເຫຼືອກ່ຽວກັບການປັກຫຼັກໝາຍຊາຍແດນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີການາດາ Mark Carney. ພາບ: vov.vn

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ການາດາ Mark Carney, ທ່ານ ຟ້າມມິງຈິງ ຫວັງວ່າ ການາດາ ຈະຍູ້ແຮງການຮ່ວມມື ແລະໜູນຊ່ວຍຫວຽດນາມ ໃນຂົງເຂດການບິນ, ພະລັງງານ, ບຳລຸງສ້າງນັກຊ່ຽວຊານດ້ານວິສະວະກຳນິວເຄຼຍພົນລະເຮືອນ ແລະໃຫ້ທຶນການສຶກສາຕື່ມອີກແກ່ນັກສຶກສາຫວຽດນາມ.

ຄຽງຂ້າງກັນນັ້ນ, ສອງນາຍົກລັດຖະມົນຕີ ຍັງໄດ້ປຶກສາຫາລືກ່ຽວກັບມາດຕະການຈຳນວນໜຶ່ງ ເພື່ອເຮັດໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນກາຍເປັນເສົາຄ້ຳສຳຄັນຂອງການຮ່ວມມືໃນສາຍພົວພັນລະຫວ່າງຫວຽດນາມ ແລະການາດາ, ບົນພື້ນຖານຂຸດຄົ້ນຢ່າງມີປະສິດທິຜົນລັກສະນະຊ່ວຍເຫຼືອລະຫວ່າງສອງພື້ນຖານເສດຖະກິດ ແລະໝູນໃຊ້ທ່າໄດ້ປຽບແມ່ນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າປາຊີຟິກ (CPTPP).

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານາທິບໍດີ ບຣາຊິນ Lula da Silva. ພາບ: vov.vn

ແລກປ່ຽນກັບປະທານາທິບໍດີບຣາຊິນ Lula da Silva, ທ່ານ ຟ້າມມິງຈິງ ແລະທ່ານ Lula da Silva ໄດ້ເຫັນດີເປັນເອກະພາບຊຸກຍູ້ການເຄື່ອນໄຫວ ແລະປະຕິບັດສໍາເລັດການເຈລະຈາສັນຍາບຸລິມະສິດການຄ້າ (PTA) ລະຫວ່າງຫວຽດນາມ ກັບກຸ່ມຕະຫຼາດລວມອາເມລິກາໃຕ້ (MERCOSUR).

ໂດຍ: ໄຊນີດາ