ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຊົມເຊີຍທ່ານປະທານາທິບໍດີ Donald Trump ກ່ຽວກັບບັນດາຜົນງານທີ່ພົ້ນເດັ່ນຂອງອາເມລິກາ ໃນໄລຍະຜ່ານມາ; ຕີລາຄາຄວາມມານະພະຍາຍາມທາງການທູດຂອງທ່ານປະທານາທິບໍດີ  ໃນການຊຸກຍູ້ວິວັດການເຈລະຈາ, ແກ້ໄຂຄວາມຂັດແຍ້ງໃນໂລກໂດຍສັນຕິວິທີ, ພິເສດແມ່ນພ້ອມກັບປະທານອາຊຽນ ມາເລເຊຍ ແລະບັນດາປະເທດສະມາຊິກອາຊຽນ, ທີ່ໄດ້ໜູນຊ່ວຍ ກໍາປູເຈຍ ແລະໄທ ເຈລະຈາເຊັນຖະແຫຼງການຮ່ວມລະຫວ່າງສອງຝ່າຍ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບທ່ານປະທານາທິບໍດີອາເມລິກາ Donald Trump ທີ່ກອງປະຊຸມສຸດຍອດ ອາຊຽນ-ອາເມລິກາ ຄັ້ງທີ 13. ພາບ: ສໍານັກຂ່າວສານຫວຽດນາມ

ຕີລາຄາ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານຂອງອາຊຽນ ດ້ວຍຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຢ່າງແຂງແຮງລະຫວ່າງສອງພາກພື້ນ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີ 4 ກໍານົດທິດໃຫຍ່ ແນໃສ່ນຳການຮ່ວມມື ອາຊຽນ-ອາເມລິກາ ພັດທະນາຢ່າງແຂງແຮງ, ແທດຈິງ ແລະມີປະສິດທິຜົນໃນໄລຍະຈະມາເຖິງ, ລວມມີ: ຊຸກຍູ້ການເຊື່ອມຕໍ່ດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ມຸ່ງໄປເຖິງການພົວພັນດ້ານການຄ້າທີ່ສົມດຸນ, ກົມກຽວ ແລະຍືນຍົງ; ຍູ້ແຮງການຮ່ວມມືດ້ານການຫັນເປັນດີຈີຕອນ, ນະວັດຕະກໍາ ແລະຄວາມໝັ້ນຄົງດ້ານພະລັງງານ, ໃນນັ້ນມີການເຊື່ອມຕໍ່ພື້ນຖານໂຄງລ່າງດ້ານພະລັງງານ ແລະການຮ່ວມມືດ້ານພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ; ເພີ່ມທະວີຄວາມໝັ້ນຄົງທາງໄຊເບີ ແລະປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ ແລະເພີ່ມທະວີການຮ່ວມມື, ຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຂອງພາກພື້ນ.

ສິ້ນສຸດກອງປະຊຸມ, ບັນດາການນຳອາຊຽນ ແລະອາເມລິກາ ໄດ້ຮັບຮອງເອົາ “ຖະແຫຼງການວິໄສທັດຮ່ວມ ອາຊຽນ-ອາເມລິກາ ເພື່ອພາກພື້ນເຂັ້ມແຂງ, ປອດໄພ ແລະວັດທະນາຖາວອນກວ່າ”, ເປັນກໍານົດທິດຍຸດທະສາດໃຫ້ການຮ່ວມມືໃນໄລຍະໃໝ່.

ໂດຍ: ເຈິ່ນຮວ່ຽນ