ທີ່ການເຮັດວຽກ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ຊົມເຊີຍຜົນງານອັນຍິ່ງໃຫຍ່ ແລະຮອບດ້ານທີ່ລາວ ແລະ ກຳປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ.

ໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ເປີດອົກເປີດໃຈ, ສາມນາຍົກລັດຖະມົນຕີ ໄດ້ແລກປ່ຽນກ່ຽວກັບຂົງເຂດການຮ່ວມມືຮ່ວມ ແລະບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ແບ່ງປັນວ່າ ທັງສາມປະເທດລ້ວນແຕ່ພວມມານະພະຍາຍາມຜ່ານຜ່າສິ່ງທ້າທາຍເຖິງຄວາມໝັ້ນຄົງ, ການເມືອງ ແລະການພັດທະນາເສດຖະກິດ-ສັງຄົມ ທີ່ເກີດຈາກການຜັນແປຂອງສະຖານະການໂລກ ແລະພາກພື້ນ; ຮັບຮູ້ວ່າ ການພົວພັນສອງຝ່າຍ ແລະການພົວພັນລະຫວ່າງສາມປະເທດໃນໄລຍະຜ່ານມາມີບາດກ້າວພັດທະນາຢ່າງແທດຈິງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບທ່ານ Hun Manet ນາຍົກລັດຖະມົນຕີກຳປູເຈຍ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ສາມນາຍົກລັດຖະມົນຕີ ເຫັນດີເປັນເອກະພາບຕີລາຄາວ່າ ໃນໄລຍະຜ່ານມາ ການພົວພັນລະຫວ່າງ ຫວຽດນາມ - ກໍາປູເຈຍ - ລາວ ສືບຕໍ່ພັດທະນາຢ່າງດີງາມ, ຮັກສາຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງສູງ ແລະການຮ່ວມມືຢ່າງແໜ້ນແຟ້ນໃນທຸກຂົງເຂດ. ທັງສາມປະເທດໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງຢ່າງເປັນປະຈຳ, ກົນໄກການຮ່ວມມືເສີມຂະຫຍາຍປະສິດທິຜົນ, ການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບນັບມື້ນັບຕິດພັນກັນ ແລະເຂົ້າສູ່ລວງເລິກ.

ສາມນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ໃນສະພາບການຂອງໂລກ ແລະພາກພື້ນໃນປະຈຸບັນ, ການຮັກສາ ແລະເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງ ຫວຽດນາມ - ກໍາປູເຈຍ - ລາວ ຍິ່ງກາຍເປັນສິ່ງຈໍາເປັນ ແລະສຳຄັນ. ດ້ວຍຈິດໃຈດັ່ງກ່າວ, ທັງສາມຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຮັກສາການຢ້ຽມຢາມ, ການພົບປະສາມຝ່າຍໃນທຸກຊ່ອງທາງ, ທຸກຂັ້ນ, ໃນສະ​ເພາະ​ໜ້າແມ່ນການພົບປະລະຫວ່າງສາມລັດຖະມົນຕີປ້ອງກັນປະເທດ, ຕໍາຫຼວດ ແລະການຕ່າງປະເທດ, ພ້ອມທັງ, ເພີ່ມທະວີບັນດາຮູບການໂຄສະນາເຜີຍແຜ່ກ່ຽວກັບຜົນງານການຮ່ວມມື ແລະຄຸນຄ່າທາງປະຫວັດສາດຂອງສາຍພົວພັນສາມັກຄີມິດຕະພາບ.

ສາມນາຍົກລັດຖະມົນຕີ ຍັງໄດ້ເຫັນດີເປັນເອກະພາບຈະທາບທາມຄວາມເຫັນເຊິ່ງກັນ ແລະກັນກ່ຽວກັບບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົມໃຈ; ບັນຫາທີ່ກ່ຽວຂ້ອງເຖິງການພົວພັນສອງຝ່າຍ ແລະລະຫວ່າງສາມຝ່າຍ; ສົມທົບກັນເພື່ອກະກຽມແກ່ເຫດການໃຫຍ່ຂອງແຕ່ລະປະເທດໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ.

ໂດຍ: ຈາງຫງວຽນ