ນັກຂ່າວ: ສະເໜີທ່ານລັດຖະມົນຕີ ໃຫ້ຮູ້ບັນດາໝາກຜົນພົ້ນເດັ່ນທີ່ບັນລຸໄດ້ໃນຂອບເຂດການຢ້ຽມຢາມແຟງລັງ ແລະບຸນກາຣີ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່?

ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ: ການຢ້ຽມຢາມແຟງລັງ ຂອງທ່ານເລຂາທິການໃຫຍ່  ໂຕເລິມ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ບໍ່ພຽງແຕ່ເປັນການຢ້ຽມຢາມຄັ້ງປະຫວັດສາດທຳອິດນັບຕັ້ງແຕ່ສອງປະເທດສ້າງຕັ້ງສາຍພົວພັນທາງການທູດ (ໃນປີ 1973) ແລະບຸນກາຣີ ນັບຕັ້ງແຕ່ສອງປະເທດປ່ຽນແປງລະບອບການປົກຄອງ (ໃນປີ 1990), ເຊິ່ງຍັງເປັນການຢ້ຽມຢາມພາກພື້ນເອີຣົບເໜືອ ແລະເຂດ Balkans ຄັ້ງທຳອິດຂອງຜູ້ນໍາພັກກອມມູນິດຫວຽດນາມ, ເປັນການຢືນຢັນຄວາມສົນໃຈຊຸກຍູ້ການຮ່ວມມືຂອງຫວຽດນາມ  ກັບເພື່ອນມິດທີ່ເປັນມູນເຊື້ອ ແລະກັບພາກພື້ນນີ້. ສຳລັບ ບຸນກາຣີ, ການຢ້ຽມຢາມດັ່ງກ່າວ ຍັງໄດ້ຈັດຂຶ້ນໃນຊ່ວງເວລາທີ່ມີຄວາມໝາຍພິເສດເມື່ອສອງປະເທດກຳລັງສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 75 ປີ.

ສາມາດຢືນຢັນໄດ້ວ່າ ການຢ້ຽມຢາມບັນລຸໄດ້ໝາກຜົນສຳຄັນທີ່ສຸດຄືດັ່ງນີ້:

ທີໜຶ່ງ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະພື້ນຖານການຮ່ວມມືທີ່ນັບມື້ນັບແທດຈິງ, ຫວຽດນາມ ແລະບັນດາປະເທດໄດ້ຕົກລົງກັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ແຟງລັງ ແລະຄູ່ຮ່ວມມືຍຸດທະສາດຫວຽດນາມ-ບຸນກາຣີ. ຂອບເຂດການຮ່ວມມືໃໝ່ເຫຼົ່ານີ້ໄດ້ເຮັດໃຫ້ແຟງລັງ ແລະບຸນກາຣີ ກາຍເປັນຄູ່ຮ່ວມມືຍຸດທະສາດທຳອິດຂອງຫວຽດນາມ ໃນພາກພື້ນເອີຣົບເໜືອ ແລະ Balkan, ຢືນຢັນຄວາມສົນໃຈເປັນພິເສດຂອງຫວຽດນາມ ຕໍ່ກັບພາກພື້ນ...

ທີສອງ, ໃນການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ແລະການນຳຂອງແຟງລັງ ແລະບຸນກາຣີ ໄດ້ໃຫ້ບຸລິມະສິດສະຫງວນເວລາຫຼາຍໃນການແລກປ່ຽນກ່ຽວກັບມາດຕະການຍຸດທະສາດ, ກຳນົດເສົາຄໍ້າການຮ່ວມມືໃຫ້ສົມກັບລະດັບໃໝ່ຂອງການພົວພັນສອງຝ່າຍໃນທັງສາມເສົາຄໍ້າການທູດຂອງຫວຽດນາມ ແມ່ນການທູດພັກ, ການທູດລັດ ແລະການທູດປະຊາຊົນ, ພ້ອມກັບການຮ່ວມມືດ້ານເສດຖະກິດ-ການຄ້າ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຊີ, ການແລກປ່ຽນວັດທະນະທຳ, ການສຶກສາ ແລະການພົບປະແລກປ່ຽນປະຊາຊົນ, ພ້ອມທັງເນັ້ນໜັກເຖິງຂົງເຂດການຮ່ວມມືທີ່ສອດຄ່ອງກັບທ່າອ່ຽງໃນປະຈຸບັນ...

leftcenterrightdel
ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ

ທີສາມ, ທ່ານ ໂຕເລິມ ໄດ້ປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງກັບການນຳຂັ້ນສູງຂອງແຟງລັງ ແລະບຸນກາຣີ ກ່ຽວກັບສະພາບການຂອງພາກພື້ນ ແລະສາກົນທີ່ທັງສອງຝ່າຍມີຄວາມສົນໃຈ, ໃນນັ້ນ ພ້ອມທັງໄດ້ຢືນຢັນຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະໃນໂລກ;... ທ່ານ ໂຕເລິມ  ແລະການນຳສອງປະເທດຍັງໄດ້ເຫັນດີເປັນເອກະພາບນຳກັນວ່າ ສອງຝ່າຍຕ້ອງເປັນຂົວຕໍ່ການພົວພັນລະຫວ່າງອາຊຽນ ແລະອີຢູ. ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາຝ່າຍສະໜັບສະໜູນທັດສະນະລວມຂອງອາຊຽນ ກ່ຽວກັບຄວາມເສລີໃນການເດີນເຮືອ ແລະການບິນ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ຜ່ານນັ້ນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ ກໍ່ຄືໃນໂລກ.

ທີສີ່, ການຢ້ຽມຢາມໄດ້ປະກອບສ່ວນຊຸກຍູ້ສາຍພົວພັນທີ່ສະໜິດສະໜົມລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນບັນດາປະເທດເພື່ອນມິດທີ່ມີມາແຕ່ດົນນານ, ກໍ່ຄືນ້ຳໃຈແຫ່ງຄວາມສາມັກຄີ ແລະຄວາມຜູກພັນຂອງປະຊາຊົນຫວຽດນາມ ບໍ່ພຽງແຕ່ຢູ່ແຟງລັງ ແລະບຸນກາຣີ ເທົ່ານັ້ນ, ຫາກຍັງຢູ່ບັນດາປະເທດໃນພາກພື້ນກັບບ້ານເກີດເມືອງນອນ, ປະເທດຊາດອີກດ້ວຍ.

ນັກຂ່າວ: ຮຽນທ່ານລັດຖະມົນຕີ ໃຫ້ຮູ້ບັນດາການກໍານົດທິດໃຫຍ່ໃນການຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນການປະຕິບັດງານຜ່ານມາຢູ່ ແຟງລັງ ແລະບຸນກາຣີ?

ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ: ດ້ວຍໝາກຜົນສຳຄັນຂ້າງເທິງນັ້ນ, ອາດເວົ້າໄດ້ວ່າການຢ້ຽມຢາມແຟງລັງ ແລະບຸນກາຣີ ຢ່າງເປັນທາງການຂອງທ່ານ ໂຕເລິມ ມີຄວາມໝາຍສຳຄັນ, ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ-ແຟງລັງ ແລະຫວຽດນາມ-ບຸນກາຣີ. ການຢ້ຽມຢາມຄັ້ງນີ້ຍັງໄດ້ສົ່ງສານຢ່າງແຂງແຮງກ່ຽວກັບນະໂຍບາຍຂອງຫວຽດນາມ ເຖິງເພື່ອນມິດສາກົນ ໃນ 3 ດ້ານດັ່ງນີ້: ໜຶ່ງແມ່ນ, ກ່ຽວກັບແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ, ເສີມຂະຫຍາຍບົດບາດທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ກັບປະຊາຄົມສາກົນໃນສັງກາດໃໝ່. ສອງແມ່ນ, ຢືນຢັນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ, ຍາມໃດກໍ່ໃຫ້ບຸລິມະສິດ ແລະຮັກສາ, ພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ. ສາມແມ່ນ, ຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງ ແລະແທດຈິງກັບຄູ່ຮ່ວມມືທີ່ສຳຄັນຢູ່ເອີຣົບ, ໃນນ້ັນ ມີບັນດາຄູ່ຮ່ວມມືອີຢູ.

ຢູ່ແຟງລັງ, ມີເອກະສານ 3 ສະບັບໃນຂົງເຂດການເງິນ ແລະສິ່ງແວດລ້ອມ; ຢູ່ປະເທດບຸນກາຣີ, ມີເອກະສານ 10 ສະບັບໃນຂົງເຂດການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເງິນ, ການສຶກສາ, ແຮງງານ, ການຮ່ວມມືທ້ອງຖິ່ນ...

ໃນໄລຍະທີ່ຈະມາເຖິງ, ເສີມຂະຫຍາຍການຢ້ຽມຢາມ, ບົນພື້ນຖານຄວາມເຫັນດີເປັນເອກະພາບ ແລະຄົບຊຸດລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ ແລະທ້ອງຖິ່ນຕ່າງໆ, ຫວຽດນາມ ຈະພ້ອມກັບແຟງລັງ ແລະບຸນກາຣີ ຜັນຂະຫຍາຍໝາກຜົນການຢ້ຽມຢາມຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບບັນດາປະເທດ, ຕາມນັ້ນແລ້ວຈະສຸມໃສ່ 4 ຈຸດສຸມດັ່ງນີ້:

ໜຶ່ງແມ່ນ, ຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານເນື້ອໃນຂອງຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບບັນດາປະເທດ, ໂດຍສະເພາະແມ່ນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງສູງ, ສົມກັບຖານະຂອງການພົວພັນໃນປະຈຸບັນຜ່ານການຍູ້ແຮງການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນຢ່າງຮອບດ້ານໃນບັນດາຊ່ອງທາງພັກ, ລັດ, ສະພາແຫ່ງຊາດ ແລະພົບປະແລກປ່ຽນປະຊາຊົນ, ໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍ.

ສອງແມ່ນ, ເອົາໃຈໃສ່ຍູ້ແຮງການຮ່ວມມືໃນຂົງເຂດທີ່ມີທ່າແຮງຂອງແຕ່ລະປະເທດ, ຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ວິທະຍາສາດ-ເຕັກໂນໂລຢີ, ການບິນ, ພະລັງງານທົດແທນ, ກະສິກໍາເຕັກໂນໂລຢີສູງ... ກັບແຟງລັງ; ເຕັກໂນໂລຢີ ຂໍ້ມູນຂ່າວສານ, ຄວາມໝັ້ນຄົງທາງອິນເຕີແນັດ, ລັດຖະບານເອເລັກໂຕນິກ, ການບໍລິຫານສາທາລະນະ... ກັບບຸນກາຣີ, ຜ່ານນັ້ນ, ນໍາການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ ກັບບັນດາປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ຕອບສະໜອງຜົນປະໂຫຍດຂອງແຕ່ລະຝ່າຍ.

ສາມແມ່ນ, ຫວຽດນາມ ຈະພ້ອມກັບແຟງລັງ ແລະບຸນກາຣີ ສືບຕໍ່ປະສານງານຢ່າງໃກ້ຊິດໃນເວທີປາໄສສາກົນ ແລະພາກພື້ນເພື່ອປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ສອງພາກພື້ນ ແລະໃນໂລກ.

ສີ່ແມ່ນ, ຜັນຂະຫຍາຍມາດຕະການເພື່ອປັບປຸງປະສິດທິຜົນຂອງວຽກງານທີ່ສຳຄັນອື່ນ ຄື: ການພົບປະແລກປ່ຽນວັດທະນະທຳ, ເຊີດຊູ ປະທານໂຮ່ຈີມິນ, ວຽກງານຊາວຫວຽດນາມ ຢູ່ບັນດາປະເທດ, ຜ່ານນັ້ນ ເສີມຂະຫຍາຍບົດບາດຂອງຂົງເຂດເຫຼົ່ານີ້ເພື່ອແນໃສ່ຊຸກຍູ້ນໍ້າໃຈມິດຕະພາບ, ຄວາມເຂົ້າໃຈ ແລະການຮ່ວມມືທີ່ນັບມື້ນັບເລິກເຊິ່ງກວ້າງຂວາງ, ຍືນຍົງລະຫວ່າງຫວຽດນາມ ກັບບັນດາປະເທດ.

ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີ!

ໂດຍ: ໄຊນີດາ