leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດດໍາເນີນທຸລະກິດ ແລະການລົງທຶນອາຊຽນ ປີ 2025. ພາບ: VGP

ໃນກອງປະຊຸມສົນທະນາຂັ້ນສູງ, ເມື່ອຕອບຄຳຖາມກ່ຽວກັບສິ່ງທີ່ຕ້ອງເຮັດເພື່ອເຮັດໃຫ້ອາຊຽນ ເປັນຄູ່ຮ່ວມມືທີ່ໜ້າເຊື່ອຖືໃຫ້ປະຊາຄົມວິສາຫະກິດທົ່ວໂລກ, ທ່ານ ຟ້າມມິງຈິງ ໄດ້ຢືນຢັນວ່າ ສໍາລັບອາຊຽນ, ສິ່ງເຮັດໃຫ້ໂລກນິຍົມແມ່ນຫຼັກການສາມັກຄີແມ່ນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ແມ່ນບົດບາດໃຈກາງການເຕີບໂຕ, ເປົ້າໝາຍພັດທະນາກວມລວມ, ຖືມະນຸດແມ່ນໃຈກາງ, ເປັນເຈົ້າກໍາ, ແມ່ນແຫຼ່ງກໍາລັງໜູນພັດທະນາ. ສະນັ້ນ, ຕ້ອງສືບຕໍ່ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ, ຖືບົດບາດອາຊຽນ ໃນສັງລວມໂລກ, ແລ້ວອີງໃສ່ເງື່ອນໄຂລະອຽດຂອງອາຊຽນ ເພື່ອກໍານົດແນວທາງ, ວິໄສທັດ, ການກະທໍາ ແລະສົມທົບກັນລະຫວ່າງພື້ນຖານເສດຖະກິດຢ່າງສອດຄ່ອງກັບສະພາບຕົວຈິງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ພາບ: vov.vn

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ສິ່ງສຳຄັນແຖວໜ້າໃນອາຊຽນ ແມ່ນການເຊື່ອມຕໍ່ລະບົບຕ່ອງໂສ້ການສະໜອງ. ທີສອງ, ບັນດາປະເທດອາຊຽນ ຍົກລະດັບຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໜູນຊ່ວຍບັນດາພື້ນຖານເສດຖະກິດເປີດປະຕູໃຫ້ກັນ, ແທນໃຫ້ຄວາມເສຍຫາຍຍ້ອນນະໂຍບາຍກ່ຽວກັບພາສີຂອງບັນດາປະເທດອື່ນສົ່ງຜົນກະທົບ. ທີສາມ, ຕ້ອງເພີ່ມທະວີການແລກປ່ຽນກັນ ແລະສ້າງກົນໄກລະຫວ່າງບັນດາພື້ນຖານເສດຖະກິດ, ເຊື່ອມຕໍ່ໂຄງລ່າງ, ໃນນັ້ນ ມີໂຄງລ່າງແຂງ, ໂຄງລ່າງອ່ອນກ່ຽວກັບວັດທະນະທໍາ, ສັງຄົມ, ຄົມມະນາຄົມ, ຫັນເປັນດີຈີຕອນ, ຍົກສູງແຫຼ່ງກໍາລັງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອຮັບມືກັບສະພາບການ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ກ່າວວ່າ: “ພວກເຮົາແມ່ນປະຊາຄົມອາຊຽນ, ແມ່ນຄອບຄົວອາຊຽນ. ແຕ່ລະປະເທດເຂັ້ມແຂງຂຶ້ນ, ໝາຍຄວາມວ່າແມ່ນທົ່ວກຸ່ມອາຊຽນ ເຂັ້ມແຂງຂຶ້ນ. ເມື່ອກຸ່ມເຂັ້ມແຂງຂຶ້ນ, ແຕ່ລະປະເທດຈະໄດ້ຮັບຜົນປະໂຫຍດຈາກຄວາມເຂັ້ມແຂງພາຍໃນກຸ່ມ.”

ໂດຍ: ໄຊນີດາ