ອາຊຽນ ຊົມເຊີຍຫວຽດນາມ ຈັດພິທີເຊັນສົນທິສັນຍາ ສປຊ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ ຢູ່ຮ່າໂນ້ຍ
ກປ.ອອນໄລ - ໃນວັນທີ 25 ຕຸລາ, ທີ່ນະຄອນຫຼວງກົວລາລຳເປີ, ມາເລເຊຍ, ໄດ້ດໍາເນີນກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ (AMM), ບັນດາກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ (APSC) ແລະສະພາປະສານງານອາຊຽນ (ACC) ແລະກອງປະຊຸມຮ່ວມລະຫວ່າງລັດຖະມົນຕີການຕ່າງປະເທດ-ລັດຖະມົນຕີເສດຖະກິດອາຊຽນ (AMM-AEM) ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ/ຫົວໜ້າຄະນະ ບັນດາປະເທດອາຊຽນ, ຕີມໍ ແລັດເຕີ ແລະເລຂາທິການໃຫຍ່ອາຊຽນ.
ໂດຍໄດ້ຮັບມອບສິດຈາກທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ-ຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: ກະຊວງການຕ່າງປະເທດ |
ທີ່ບັນດາກອງປະຊຸມ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ປຶກສາຫາລື ແລະສຳເລັດວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະບັນດາກອງປະຊຸມສຸດຍອດອາຊຽນ ກັບຄູ່ຮ່ວມມືເຊິ່ງຈະຈັດຂຶ້ນແຕ່ວັນທີ 26 ຫາ 28 ຕຸລາ. ກ່ຽວກັບການຮ່ວມມືທາງດ້ານການເມືອງ-ຄວາມໝັ້ນຄົງ, ໂດຍອີງໃສ່ໝາກຜົນ, ບົດຮຽນທີ່ເກັບໄດ້ຜ່ານ 10 ປີຜັນຂະຫຍາຍແຜນການສັງລວມກໍ່ສ້າງປະຊາຄົມການເມືອງ-ຄວາມໝັ້ນຄົງ (APSC) 2025, ບັນດາປະເທດເຫັນດີເປັນເອກະພາບສຸມໃສ່ຄວາມມານະພະຍາຍາມຜັນຂະຫຍາຍຢ່າງມີປະສິດທິຜົນແຜນການຍຸດທະສາດກໍ່ສ້າງ APSC ໄລຍະໃໝ່. ເປັນຫ່ວງກ່ຽວກັບອາດຊະຍາກໍາຂ້າມຊາດ, ໃນນັ້ນ ອາດຊະຍາກໍາທາງອິນເຕີແນັດ, ການຫຼອກລວງທາງອອນລາຍພວມຜັນແປຢ່າງສົບສົນ, ບັນດາລັດຖະມົນຕີເຫັນດີເປັນເອກະພາບ ອາຊຽນ ຕ້ອງຍູ້ແຮງການຮ່ວມມືກວ່າອີກໃນພາກພື້ນ ແລະສາກົນ, ຕາມນັ້ນແລ້ວ, ຊົມເຊີຍເລື່ອງຫວຽດນາມ ຈັດຕ້ັງພິທີເຊັນສົນທິສັນຍາ ສປຊ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ ຢູ່ນະຄອນຫຼວງຮ່າໂນ້ຍ. ເນື່ອງໃນໂອກາດນີ້, ບັນດາລັດຖະມົນຕີການຕ່າງປະເທດໄດ້ເປັນສັກຂີພິຍານ ແຟງລັງ ລົງນາມເອກະສານເຂົ້າຮ່ວມສັນຍາເປັນມິດ ແລະການຮ່ວມມື (TAC), ຍົກຈໍານວນປະເທດ/ອົງການຈັດຕັ້ງເຂົ້າຮ່ວມ TAC ເປັນ 58 ປະເທດ.
ກ່າວຄຳເຫັນທີ່ກອງປະຊຸມຕ່າງໆ, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ໄດ້ຊົມເຊີຍປະເທດປະທານ ມາເລເຊຍ ທີ່ໄດ້ນຳພາອາຊຽນ ບັນລຸໄດ້ໝາກຜົນທີ່ສຳຄັນຫຼາຍຢ່າງໃນປີທີ່ມີຄວາມໝາຍບານພັບ; ຢືນຢັນວ່າ ຫວຽດນາມຈະສືບຕໍ່ປະສານງານຢ່າງແໜ້ນແຟ້ນກັບມາເລເຊຍ ແລະບັນດາປະເທດສະມາຊິກອາຊຽນ ເພື່ອປະຕິບັດບັນດາເປົ້າໝາຍ, ບຸລິມະສິດທີ່ວາງອອກ ຢ່າງມີໄຊ. ກ່ຽວກັບທະເລຕາເວັນອອກ, ທ່ານ ດັ້ງຮວ່າງຢາງ ສະເໜີອາຊຽນ ຮັກສາຄວາມສາມັກຄີ ແລະຫຼັກການ, ປະສານສົມທົບກັນຢ່າງແໜ້ນແຟ້ນເພື່ອຮັກສາ ແລະຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພ, ຄວາມເສລີໃນການເດີນເຮືອ ແລະການບິນ, ຮັກສາກົດໝາຍສາກົນຢູ່ພາກພື້ນສໍາຄັນນີ້.
ໂດຍ: ໄຊນີດາ