ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະໂປໂລຍ ເລິກເຊິ່ງຂຶ້ນຕື່ມ
ກປ.ອອນໄລ - ເນື່ອງໃນໂອກາດເຂົ້າຮ່ວມພິທີເຊັນສົນທິສັນຍາ ສປຊ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາຮ່າໂນ້ຍ) ເຊິ່ງຈັດຂຶ້ນຢູ່ຮ່າໂນ້ຍ, ວັນທີ 26 ຕຸລາ, ຄະນະຜູ້ແທນ ແຫ່ງ ສາທາລະນະລັດ ໂປໂລຍ ນໍາໂດຍທ່ານ Krzysztof Gawkowski ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງເຕັກນິກດີຈີຕອນ ໂປໂລຍ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງນິງບິ່ງ. ຕ້ອນຮັບ ແລະເຮັດວຽກກັບຄະນະ ມີທ່ານ ຟ້າມກວາງງອັກ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງນິງບິ່ງ.
ທີ່ການຕ້ອນຮັບ, ທ່ານ ຟ້າມກວາງງອັກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍທ່ານ Krzysztof Gawkowski ພ້ອມຄະນະ ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງນິງບິ່ງ.
    |
 |
|
ທ່ານ ຟ້າມກວາງງອັກ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງນິງບິ່ງ ແລກປ່ຽນກັບທ່ານ Krzysztof Gawkowski ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງເຕັກນິກດີຈີຕອນໂປໂລຍ. ພາບ: ສໍານັກຂ່າວສານຫວຽດນາມ |
ດ້ວຍຄວາມຕັດສິນໃຈ ແລະການກໍານົດທິດຍຸດທະສາດກ່ຽວກັບການຫັນເປັນດີຈີຕອນ, ແຂວງນິງບິ່ງ ໄດ້ຮັບຄວາມໄວ້ວາງໃຈຈາກກະຊວງວິທະຍາສາດ ແລະເຕັກໂນໂລຊີ ເຊື່ອໝັ້ນຄັດເລືອກສົມທົບກັນຈັດຕ້ັງສັບປະດາດີຈີຕອນສາກົນຫວຽດນາມ 2025 (Vietnam International Digital Week - VIDW 2025) ແຕ່ວັນທີ 27 ຫາ ວັນທີ 29 ຕຸລາ 2025.
ທ່ານ ຟ້າມກວາງງອັກ ສະເໜີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງເຕັກນິກດີຈີຕອນໂປໂລຍ ພ້ອມດ້ວຍຄະນະ ເອົາໃຈໃສ່ແນະນໍາບັນດາທ້ອງຖິ່ນຂອງໂປໂລຍ ທີ່ມີຈຸດຄ້າຍຄືກັນກັບແຂວງນິງບິ່ງ ເພື່ອຊຸກຍູ້ການສ້າງຕັ້ງສາຍພົວພັນຮ່ວມມືມິດຕະພາບຂັ້ນທ້ອງຖິ່ນ.
ທ່ານ ຟ້າມກວາງງອັກ ເຊື່ອໝັ້ນວ່າ ດ້ວຍການສະໜັບສະໜູນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງເຕັກນິກດີຈີຕອນໂປເລີຍ ແລະຄະນະ, ບັນດາກົນໄກຮ່ວມມືຂັ້ນທ້ອງຖິ່ນລະຫວ່າງສອງປະເທດຈະນຳມາເຊິ່ງໝາກຜົນໂດຍໄວ, ຊຸກຍູ້ ແລະພັດທະນາສາຍພົວພັນຫວຽດນາມ-ໂປໂລຍ.
ທ່ານ Krzysztof Gawkowski ຖືວ່າ ລະຫວ່າງແຂວງນິງບິ່ງ ກັບບັນດາທ້ອງຖິ່ນຂອງໂປໂລຍ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືມິດຕະພາບໃນທຸກຂົງເຂດ, ຄື: ພັດທະນາເສດຖະກິດ-ສັງຄົມ, ເຕັກໂນໂລຊີ, ໂທລະຄົມມະນາຄົມ. ທ່ານ ຫວັງວ່າ ວິສາຫະກິດສອງຝ່າຍຈະມີຫຼາຍໂອກາດພົບປະແລກປ່ຽນ, ຮ່ວມມືໃນໄລຍະຈະມາເຖິງ.
ຢັ້ງຢືນການຢ້ຽມຢາມ, ເຮັດວຽກຄັ້ງນີ້ຈະເປັນປະຖົມປັດໄຈເພື່ອພັດທະນາສາຍພົວພັນລະຫວ່າງບັນດາທ້ອງຖິ່ນຂອງໂປໂລຍ ກັບແຂວງນິງບິ່ງ, ທ່ານ Krzysztof Gawkowski ຈະມານະພະຍາຍາມໜູນຊ່ວຍຊຸກຍູ້ການສ້າງຕ້ັງການພົວພັນຮ່ວມມືມິດຕະພາບຂັ້ນທ້ອງຖິ່ນ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງໂປໂລຍ ກັບຫວຽດນາມ ນັບມື້ນັບພັດທະນາຢ່າງແຂງແຮງ, ມີປະສິດທິຜົນ ແລະແທດຈິງ.
ໂດຍ: ໄຊນີດາ