ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47:
ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 3 ຂອງປະຊາຄົມອາຊີ ປ່ອຍອາຍພິດລົງເປັນ 0
ກປ.ອອນໄລ - ໂດຍສືບຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງທີ່ກົວລາລໍາເປີ, ມາເລເຊຍ, ຕອນບ່າຍວັນທີ 26 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 3 ຂອງປະຊາຄົມອາຊີປ່ອຍອາຍພິດລົງເປັນ 0 (AZEC).
ກອງປະຊຸມມີການເຂົ້າຮ່ວມຂອງ 11 ປະເທດສະມາຊິກພາຍໃນຂອບເຂດ AZEC, ລວມມີອົດສະຕາລີ, ຍີ່ປຸ່ນ, ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະຫວຽດນາມ.
ຂໍ້ລິເລີ່ມ AZEC ໄດ້ຜັນຂະຫຍາຍນັບແຕ່ປີ 2023 ແລະເປັນກົນໄກຮ່ວມມືຫຼາຍຝ່າຍ ເພື່ອແນໃສ່ໜູນຊ່ວຍບັນດາປະເທດອາຊີ ແກ້ໄຂບັນຫາສິ່ງທ້າທາຍສາມຢ່າງ, ລວມມີການຮັບປະກັນການເຕີບໂຕດ້ານເສດຖະກິດ; ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະດຳເນີນວິວັດການຫຼຸດຜ່ອນການປ່ອຍກາກບອນທົ່ວຂະແໜງເສດຖະກິດ ໂດຍອີງໃສ່ທັດສະນະ “ເປົ້າໝາຍດຽວ, ຫຼາຍວິວັດທະນາການ”.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະການນໍາບັນດາປະເທດສະມາຊິກໃນຂອບເຂດ AZEC ຖ່າຍຮູບລວມ. ພາບ: ສໍານັກຂ່າວສານຫວຽດນາມ |
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ທີ່ກອງປະຊຸມ AZEC. ພາບ: ສໍານັກຂ່າວສານຫວຽດນາມ |
ໃນຂະນະນັ້ນ, ບັນດາປະເທດໃນຂອບເຂດ AZEC ໄດ້ຢັ້ງຢືນຄືນໃໝ່ຍົກອອກຫຼາຍວິວັດທະນາການຫຼາຍຮູບຫຼາຍແບບ ແລະແທດຈິງມຸ່ງໄປເຖິງການປ່ອຍອາຍພິດລົງເປັນ 0, ມີການຄິດໄລ່ຊັ່ງຊາເຖິງສະພາບສະເພາະຂອງແຕ່ລະປະເທດ, ເປົ້າໝາຍ ຫຼື ນະໂຍບາຍທີ່ມີຢູ່ແລ້ວ ແລະບັນດາສິ່ງທ້າທາຍພັດທະນາ ລວມມີປັດໄຈພູມສາດ, ເສດຖະກິດ, ເຕັກໂນໂລຢີ, ລະບອບລະບຽບການ, ສັງຄົມ ແລະຄວາມສະເໝີພາບ.
ທ່ານ Takaichi Sanae ນາຍົກລັດຖະມົນຕີຍີ່ປຸ່ນ ແລະທ່ານ Dato’ Seri Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ ໄດ້ມີບົດກ່າວປາໄສໃນວາລະໄຂ. ບັນດາຫົວໜ້າຄະນະ ໄດ້ຮັບຮູ້ ແລະຊົມເຊີຍໝາກຜົນຂອງກອງປະຊຸມລັດຖະມົນຕີ AZEC ຄັ້ງທີ 3 ຢູ່ມາເລເຊຍ ໃນວັນທີ 17 ຕຸລາ ທີ່ຜ່ານມາ.
ສິ້ນສຸດກອງປະຊຸມ, ບັນດາຫົວໜ້າຄະນະ ໄດ້ຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມສຸດຍອດ AZEC ຄັ້ງທີ 3, ໃນນັ້ນ ຊົມເຊີຍໝາກຜົນບັນລຸໄດ້ ນັບແຕ່ກອງປະຊຸມສຸດຍອດ AZEC ຄັ້ງທີ 2 ແລະເນັ້ນໜັກເຖິງຄວາມຈໍາເປັນຕ້ອງຍູ້ໄວບັນດາການກະທໍາໃນທົດສະວັດສໍາຄັນນີ້ ອີງໃສ່ “ແຜນການກະທໍາໃຫ້ແກ່ທົດສະວັດໃນຕໍ່ໜ້າ” ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມສຸດຍອດ AZEC ຄັ້ງທີ 2 ກໍ່ຄື ສອດຄ່ອງກັບນະໂຍບາຍຂອງບັນດາປະເທດຄູ່ຮ່ວມມື AZEC.
ໂດຍ: ໄຊນີດາ