leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມກັບພັນລະຍາ ທີ່ສະໜາມບິນສາກົນ Sofia. ພາບ: ສໍານັກຂ່າວສານຫວຽດນາມ

ຕອນເຊົ້າວັນທີ 25 ຕຸລາ, ເຮືອບິນນຳສົ່ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມກັບພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນສາກົນໂນ້ຍບ່າຍ (ຮ່າໂນ້ຍ), ສິ້ນສຸດການຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການໃນລະຫວ່າງວັນທີ 22-24 ຕຸລາ ຢ່າງຈົບງາມ, ຕາມຄຳເຊີນຂອງທ່ານ Rumen Radev ປະທານາທິບໍດີ ບຸນກາຣີ.

ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 24 ຕຸລາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ດຳເນີນການພົບປະກັບທ່ານ Rosen Zhelyazkov ນາຍົກລັດຖະມົນຕີບຸນກາຣີ. ຢູ່ທີ່ນີ້, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ… 2 ຝ່າຍຢືນຢັນຈະສົມທົບກັບຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ, ພິເສດແມ່ນໃນຂອບເຂດສະຫະປະຊາຊາດ ແລະອາຊຽນ-ອີຢູ.

ທີ່ການພົບປະກັບທ່ານ Natalia Kiselova ປະທານສະພາແຫ່ງຊາດ ບຸນກາຣີ, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືລັດຖະສະພາ; ຊຸກຍູ້ການຮ່ວມມືໃນຂົງເຂດທີ່ຫຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ສອດຄ່ອງກັບຄວາມຕ້ອງການພັດທະນາຂອງ 2 ປະເທດ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ