ທ່ານນາງ ຮອງລັດຖະມົນຕີ ຫງວຽນມິງຮັ່ງ ຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດ ຈີເລ
ກປ.ອອນໄລ - ວັນທີ 24 ຕຸລາ, ຢູ່ສໍານັກງານກະຊວງການຕ່າງປະເທດ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Gloria de la Fuente ຮອງລັດຖະມົນຕີການຕ່າງປະເທດ ຈີເລ, ເນື່ອງໃນໂອກາດເຂົ້າຮ່ວມພິທີເຊັນສົນທິສັນຍາ ສປຊ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ ຢູ່ນະຄອນຫຼວງຮ່າໂນ້ຍ ໃນລະຫວ່າງວັນທີ 25-26 ຕຸລາ.
ຢູ່ທີ່ນີ້, ທ່ານນາງ ຫງວຽນມິງຮັ່ງ ຢືນຢັນຄວາມຕັດສິນໃຈ ແລະຄວາມມານະພະຍາຍາມຂອງກະຊວງການຕ່າງປະເທດຫວຽດນາມ ໃນການປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບອັນດີງາມ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດບົນພື້ນຖານບັນດາຂໍ້ຕົກລົງຂັ້ນສູງບັນລຸໄດ້.
ສ່ວນທ່ານນາງ Gloria de la Fuente ສະແດງຄວາມປາດຖະໜາຢາກກະຊວງການຕ່າງປະເທດສອງປະເທດຮ່ວມມືກັນຢ່າງແໜ້ນແຟ້ນ, ນໍາການພົວພັນເພື່ອນມິດທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ຈີເລ ຂຶ້ນສູ່ລະດັບສູງໃໝ່.
    |
 |
|
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານນາງ Gloria de la Fuente ຮອງລັດຖະມົນຕີການຕ່າງປະເທດ ຈີເລ. ພາບ: ກະຊວງການຕ່າງປະເທດ |
ສອງຝ່າຍເຫັນດີສືບຕໍ່ຜັນຂະຫຍາຍກົນໄກປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ແລະສະພາການຄ້າເສລີລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ເປັນປະຈຳ ແລະມີໄຫວພິບແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດນຳການພົວພັນດ້ານການເມືອງ-ການທູດ, ເສດຖະກິດ-ການຄ້າ ແລະການລົງທຶນໃຫ້ສົມກັບຄວາມສາມາດບົ່ມຊ້ອນ; ສືບຕໍ່ໝູນໃຊ້ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ເພື່ອເພີ່ມທະວີການພົວພັນດ້ານເສດຖະກິດ-ການຄ້າ-ການລົງທຶນ; ສົມທົບກັນຢ່າງແໜ້ນແຟ້ນ ເພື່ອເປີດປະຕູຕະຫຼາດປະເພດສິນຄ້າຜະລິດຕະພັນກະເສດຂອງຫວຽດນາມ ແລະຈີເລ. ພ້ອມທັງເພີ່ມທະວີການຮ່ວມມືຢູ່ບັນດາອົງການຈັດຕັ້ງສາກົນ, ເສີມຂະຫຍາຍບົດບາດຂອງກົດໝາຍສາກົນ ແລະລັດທິຫຼາຍຝ່າຍ.
ໂດຍ: ເຈິ່ນຮວ່ຽນ