ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດ, ທ່ານປະທານປະເທດ ເລືອງເກື່ອງ ແລະທ່ານເລຂາທິການໃຫຍ່ ສປຊ Guterres ໄດ້ນຳພາຄະນະຜູ້ແທນຂັ້ນສູງສອງຝ່າຍໄດ້ດໍາເນີນການພົບປະສອງຝ່າຍ.
    |
 |
|
ທ່ານປະທານປະເທດ ເລືອງເກື່ອງ ແລະທ່ານເລຂາທິການໃຫຍ່ ສປຊ Antonio Guterres ທີ່ພິທີຕ້ອນຮັບ. ພາບ: qdnd.vn |
    |
 |
|
ທ່ານປະທານປະເທດ ເລືອງເກື່ອງ ແລະທ່ານເລຂາທິການໃຫຍ່ ສປຊ Antonio Guterres ທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທີ່ການພົບປະສອງຝ່າຍ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ມີຄວາມໝາຍພິເສດທີ່ສຸດ, ສ່ອງແສງການເດີນທາງການພັດທະນາໄປພ້ອມໆກັນລະຫວ່າງ ຫວຽດນາມ ແລະສປຊ; ພ້ອມທັງຢືນຢັນວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ສະເໜີ 5 ຂົງເຂດຈຸດສຸມໃນການຮ່ວມມືລະຫວ່າງຫວຽດນາມ ແລະ ສປຊ ໃນໄລຍະຈະມາເຖິງ. ທີໜຶ່ງ, ຫວຽດນາມ ພ້ອມແລ້ວທີ່ຈະຮັບເອົາຖ້າຫາກ ສປຊ ປາດຖະໜາຢາກກໍ່ສ້າງສໍານັກງານອົງການ, ອົງການຈັດຕັ້ງຢູ່ຫວຽດນາມ. ທີສອງ, ການຮ່ວມມືຍຸດທະສາດ ຫວຽດນາມ-ສປຊ ຄວນຕາມທິດຈຸດສຸມ, ສຸມໃສ່ເຂົ້າໃນບັນດາຂົງເຂດບຸລິມະສິດ, ຄື: ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໄພທໍາມະຊາດ… ທີສາມ, ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຫຼາຍກວ່າອີກ. ທີສີ່, ຄວນເພີ່ມທະວີການຮ່ວມມືຕ້ານອາດຊະຍາກຳຂ້າມຊາດ, ອາດຊະຍາກຳທາງໄຊເບີ ເພື່ອສະພາບແວດລ້ອມໄຊເບີມີຄວາມປອດໄພ, ປອດໃສ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງ. ທີຫ້າ, ຄວນຍູ້ແຮງການພົວພັນຮ່ວມມື ອາຊຽນ-ສປຊ ກວ່າອີກ.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ສ່ວນທ່ານເລຂາທິການໃຫຍ່ ສປຊ Guterres ຕີລາຄາສູງບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງ ແລະການປະກອບສ່ວນຢ່າງຕັ້ງໜ້າ, ພົ້ນເດັ່ນຂອງຫວຽດນາມ ໃນໄລຍະຜ່ານມາສໍາລັບວຽກງານລວມຂອງ ສປຊ ໃນທຸກຂົງເຂດເສົາຄໍ້າ, ພົ້ນເດັ່ນແມ່ນໄດ້ເປັນປະທານພິທີເຊັນສົນທິສັນຍາ ສປຊ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ ຢູ່ຮ່າໂນ້ຍ ແລະຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ທ່ານເລຂາທິການໃຫຍ່ ສປຊ Guterres ຢືນຢັນວ່າ ສປຊ ຈະສືບຕໍ່ຮ່ວມເດີນທາງ, ເອົາໃຈໃສ່, ໜູນຊ່ວຍບັນດາບຸລິມະສິດພັດທະນາຂອງຫວຽດນາມ, ພ້ອມທັງສະແດງຄວາມຄອງຄອຍຫວຽດນາມ ຈະເສີມຂະຫຍາຍບົດບາດ, ທີ່ຕັ້ງ ແລະທັດສະນະຢູ່ ສປຊ ກວ່າອີກ, ສວມບົດບາດນໍາໜ້າປະກອບສ່ວນສ້າງໂລກຫຼາຍຂົ້ວ.
ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນ, ສອງຝ່າຍເຫັນດີເປັນເອກະພາບຄວນສືບຕໍ່ປັບປຸງລັດທິຫຼາຍຝ່າຍກັບ ສປຊ ສວມບົດບາດເປັນໃຈກາງ, ເຊີດຊູການປະຕິບັດກົດໝາຍສາກົນ, ຈິດໃຈສາມັກຄີ ແລະການຮ່ວມມື.
ໂດຍ: ເຈິ່ນຮວ່ຽນ