ໃນບັນຍາກາດສະໜິດສະໜົມ ແລະຈິງໃຈ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສະແດງຄວາມປິຕິຊົມຊື່ນຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ເພື່ອນມິດທີ່ສະໜິດສະໜົມຂອງພັກ, ລັດ ແລະປະຊາຊົນຫວຽດນາມ ມາເຂົ້າຮ່ວມພິທີເຊັນສົນທິສັນຍາຮ່າໂນ້ຍ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: qdnd.vn.

ແລກປ່ຽນກ່ຽວກັບການພົວພັນຮ່ວມມືສອງຝ່າຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ສືບຕໍ່ພັດທະນາອັນດີງາມໃນໄລຍະຜ່ານມາ. ການນຳຂັ້ນສູງສອງປະເທດໄດ້ພົບປະ, ແລກປ່ຽນຢູ່ບັນດາການເຮັດວຽກສອງຝ່າຍ ກໍ່ຄືຢູ່ເວທີປາໄສພາກພື້ນ ແລະສາກົນຢ່າງເປັນປະຈຳ, ພ້ອມກັນແລກປ່ຽນຫຼາຍເນື້ອໃນຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານ ແລະແທດຈິງໃນບັນດາບັນຫາຫຼັກແຫຼ່ງເຮັດໃຫ້ການພົວພັນສະໜິດຕິດພັນລະຫວ່າງສອງພັກ, ສອງລັດ ເລິກເຊິ່ງກວ່າອີກ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ, ຫວຽດນາມ ສະເໝີຕົ້ນສະເໝີປາຍ, ຍາມໃດກໍ່ສະຫງວນໃຫ້ບຸລິມະສິດສູງສຸດໃຫ້ສາຍພົວພັນແບບພິເສດ “ໜຶ່ງບໍ່ມີສອງ” ກັບລາວ, ສະໜັບສະໜູນຂະບວນການປົກປັກຮັກສາ, ສ້າງສາ, ປ່ຽນແປງໃໝ່ ແລະການພັດທະນາຂອງລາວ ຢ່າງແຂງແຮງ, ຮອບດ້ານ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ສະແດງຄວາມປິຕິຊົມຊື່ນເມື່ອມາເຂົ້າຮ່ວມພິທີເຊັນສົນທິສັນຍາຮ່າໂນ້ຍ; ຕີລາຄາວ່ານີ້ແມ່ນເປັນເຫດການທີ່ມີຄວາມໝາຍປະຫວັດສາດ, ຂີດໝາຍເປັນຄັ້ງທຳອິດທີ່ປະຊາຄົມສາກົນບັນລຸໄດ້ກອບນິຕິກຳທົ່ວໂລກ ແນໃສ່ຮັບມືກັບການກະທຳອາດຊະຍາກຳນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະທາງໄຊເບີ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຊົມເຊີຍຫວຽດນາມ ເປັນເຈົ້າພາບຈັດຕັ້ງເຫດການສຳຄັນນີ້, ເອີ້ນວ່າ “ສົນທິສັນຍາຮ່າໂນ້ຍ” ຕິດພັນກັບສົນທິສັນຍາຫຼາຍຝ່າຍທົ່ວໂລກໃນຂົງເຂດເຊິ່ງປະຊາຄົມສາກົນທີ່ມີຄວາມສົນໃຈພິເສດ, ຈະປະກອບສ່ວນໂຄສະນາພາບພົດຂອງປະເທດ, ຊາວຫວຽດນາມ ແລະປະກອບສ່ວນສຳຄັນເຂົ້າໃນການຍົກສູງບົດບາດ ແລະທີ່ຕັ້ງຂອງຫວຽດນາມ ໃນເວທີສາກົນ ແລະພາກພື້ນ.

ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບກ່ຽວກັບການເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຢ່າງມີປະສິດທິຜົນ, ຖືກຕ້ອງຕາມຄວາມຄືບໜ້າບັນດາໂຄງການຈຸດສຸມລະຫວ່າງສອງປະເທດ, ຈັດຕັ້ງການເຄື່ອນໄຫວການພົວພັນຕ່າງປະເທດທີ່ສຳຄັນເປັນຢ່າງດີ ແລະແທດຈິງສະເຫຼີມສະຫຼອງວັນບຸນສຳຄັນຂອງສອງພັກ, ສອງລັດໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ