ເຂົ້າຮ່ວມ ມີທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນເອກ ເລືອງຕາມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ; ທ່ານ ເລຮວ່າຍຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ; ບັນດາສະຫາຍກຳມະການສູນກາງພັກ, ການນຳພັກ, ລັດ, ຜູ້ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການສູນກາງ.

leftcenterrightdel

ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບຫົວໜ້າຄະນະບັນດາປະເທດເຂົ້າຮ່ວມພິທີເປີດການລົງນາມສົນທິສັນຍາ ສປຊ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ.

ລາຍງານຕໍ່ທ່ານເລຂາທິການໃຫຍ່ ໂຕເລິມ ແລະຫົວໜ້າຄະນະຜູ້ແທນກ່ຽວກັບໝາກຜົນຂອງພິທີເປີດການລົງນາມສົນທິສັນຍາຮ່າໂນ້ຍ, ທ່ານພົນເອກ ເລືອງຕາມກວາງ ໃຫ້ຮູ້ວ່າ, ທີ່ນະຄອນຫຼວງຮ່າໂນ້ຍ, ຕໍ່ໜ້າການເປັນສັກຂີພິຍານຂອງປະຊາຊົນຜູ້ຮັກສັນຕິພາບທົ່ວໂລກ, ຜູ້ແທນຫຼາຍພັນຄົນທີ່ຕາງໜ້າ 110 ປະເທດ ແລະອົງການຈັດຕັ້ງສາກົນ, ພິທີເປີດການລົງນາມສົນທິສັນຍາ ສປຊ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ ໄດ້ດໍາເນີນຢ່າງດີງາມ.

ຕາງໜ້າໃຫ້ຫົວໜ້າຄະນະຜູ້ແທນ, ທ່ານນາງ Maria Jose Pinto Gonzalez Artigas, ຮອງປະທານາທິບໍດີ ເອກົວດໍ, ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈທີ່ສາມາດພັດທະນາ ແລະຄວາມແຕກຕ່າງກັນສາມາດໄດ້ຮັດແຄບ; ພ້ອມທັງຂອບໃຈຫວຽດນາມ, ປະເທດເຈົ້າພາບທີ່ເປັນມິດ ແລະລອບຄອບຖ່ີ່ຖ້ວນ.

ກ່າວຄຳເຫັນທີ່ພິທີ, ທ່ານ ໂຕເລິມ ເນັ້ນໜັກວ່າ ການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດ ແລະອົງການຈັດຕັ້ງສາກົນ ໃນເຫດການທີ່ມີຄວາມໝາຍທົ່ວໂລກນີ້ ເປັນການພິສູດໃຫ້ເຫັນຢ່າງມີຊີວິດຊີວາໃຫ້ຈິດໃຈສາມັກຄີສາກົນ ເພື່ອພ້ອມກັບຮັບມືກັບສິ່ງທ້າທາຍລວມຂອງມວນມະນຸດ, ພ້ອມທັງ ກໍ່ຢືນຢັນການພົວພັນມິດຕະພາບ, ການຮ່ວມມືແບບຍືນຍົງລະຫວ່າງຫວຽດນາມ ແລະບັນດາປະເທດ, ຊົນຊາດໃນໂລກ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມພາກພູມໃຈເມື່ອນະຄອນ ຮ່າໂນ້ຍ ໂດຍບັນດາສະມາຊິກ ສປຊ ໄດ້ເຫັນດີເປັນເອກະພາບຄັດເລືອກ ແມ່ນບ່ອນເປີດລົງນາມສົນທິສັນຍາ, ສະແດງການຮັບຮູ້ຂອງບັນດາສະມາຊິກ ສປຊ ຕໍ່ກັບການປະກອບສ່ວນຂອງຫວຽດນາມ ໃນກິດຈະການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ.

ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ພິທີລົງນາມສົນທິສັນຍາຮ່າໂນ້ຍ ຈະເປັນຂີດໝາຍໃໝ່ໃນການຮ່ວມມື ແລະການປົກຄອງທາງໄຊເບີທົ່ວໂລກ, ນໍາທາງໄຊເບີໃຫ້ກາຍເປັນພື້ນທີ່ຂອງກົດໝາຍ, ການຮ່ວມມື ແລະການພັດທະນາ. ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດໃຫ້ສັດຕະຍາບັນສົນທິສັນຍາໂດຍໄວ ເພື່ອໃຫ້ສົນທິສັນຍາສາມາດມີຜົນສັກສິດໂດຍໄວ. ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາວ່າຈະຮ່ວມມືກັບບັນດາປະເທດ ແລະບັນດາອົງການຈັດຕັ້ງສາກົນ ເພື່ອສົ່ງເສີມການຮ່ວມມືໃນການຂຸດຄົ້ນບັນດາຄວາມສາມາດຂອງທາງໄຊເບີ.

ໂດຍ: ໄຊນີດາ