leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງແທດຈິງ ແລະຮອບດ້ານ. ນອກຈາກການເພີ່ມທະວີການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ຢ່າງແຂງແຮງສ້າງບຸກທະລຸໃນການຮ່ວມມືດ້ານເສດຖະກິດ ເພື່ອສົມກັບລະດັບຂອງການພົວພັນດ້ານການເມືອງອັນດີງາມ; ເຫັນດີເປັນເອກະພາບຊຸກຍູ້ການເຕີບໂຕດ້ານການຄ້າສອງຝ່າຍ, ເປີດກວ້າງການເຊື່ອມຕໍ່ພື້ນຖານໂຄງລ່າງ, ຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດໃຫ້ມີປະສິດທິຜົນ, ຜ່ານນັ້ນກໍ່ສ້າງກຳລັງໜູນໃໝ່ໃຫ້ໄລຍະຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະຍືນຍົງຍາວນານ, ເພື່ອຜົນປະໂຫຍດລວມຂອງສອງປະເທດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: qdnd.vn.

ການນຳສອງທ່ານ ໄດ້ພ້ອມກັນແລກປ່ຽນກ່ຽວກັບເນື້ອໃນຮ່ວມມືລະອຽດ, ສືບຕໍ່ເອົາໃຈໃສ່ຊີ້ນຳການແກ້ໄຂບັນດາຈຸດອຸດຕັນໃນວຽກງານຜັນຂະຫຍາຍຢ່າງສົມເຫດສົມຜົນ; ເຕື້ອງເຖິງມາດຕະການຢ່າງແທດຈິງແນໃສ່ອຳນວຍຄວາມສະດວກໃຫ້ວິສາຫະກິດຫວຽດນາມ ມາລົງທຶນ, ຮ່ວມມື, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຂອງລາວ.

ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບວ່າ ໃນສະພາບການສາກົນເຕັມໄປດ້ວຍການຜັນແປ ແລະປ່ຽນແປງຢ່າງວ່ອງໄວ, ສອງປະເທດຄວນເພີ່ມທະວີຄວາມສາມັກຄີ, ສະໜິດຕິດພັນ, ເພີ່ມທະວີການທາບທາມຄວາມເຫັນ, ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພາກພື້ນ, ອາຊຽນ; ພ້ອມກັນໜູນຊ່ວຍປະຕິບັດເປົ້າໝາຍຂອງແຕ່ລະພັກ, ແຕ່ລະປະເທດຢ່າງມີໄຊ, ພິເສດແມ່ນການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແລະການເລືອກຕັ້ງສະພາແຫ່ງຊາດໃຫ້ອາຍຸການໃໝ່ຂອງແຕ່ລະພັກ, ແຕ່ລະປະເທດຢ່າງສຳເລັດຜົນ.

ໂດຍ: ເຈິ່ນຮວ່ຽນ