leftcenterrightdel
ນຳ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ ​ກາຍ​ເປັນ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ການ​ພົວ​ພັນ ຫວຽດ​ນາມ-ອາຟຣີກາໃຕ້. ພາບ: vov.vn

ຕອນເຊົ້າວັນທີ 24 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບທ່ານ Matamela Cyril Ramaphosa, ປະທານາທິບໍດີ ສ.ອາຟຣີກາໃຕ້ ທີ່ພວມມີການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.

ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບອາຟຣີກາໃຕ້, ນຳການພົວພັນຮ່ວມມືລັດຖະສະພາ ກາຍເປັນເສົາຄ້ຳສຳຄັນ, ແກ່ນສານຂອງການພົວພັນສອງຝ່າຍ; ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນລັດຖະສະພາ ແລະເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ໂດຍໄວ.

ສ່ວນທ່ານ Matamela Cyril Ramaphosa ຖືວ່າ ເລື່ອງຊຸກຍູ້ການຮ່ວມມືລັດຖະສະພາ ແມ່ນປັດໄຈສຳຄັນ ເພື່ອແບ່ງປັນບົດຮຽນປະສົບການ ແລະປະກອບສ່ວນສ້າງລັດແຫ່ງກົດໝາຍຢູ່ແຕ່ລະປະເທດ ພ້ອມທັງຢືນຢັນຄວາມຕັດສິນໃຈຂອງລັດຖະບານອາຟຣີກາໃຕ້ ໃນການເພີ່ມທະວີການຮ່ວມມືສອງຝ່າຍ, ໃນນັ້ນ ມີການຮ່ວມມືລະຫວ່າງບັນດາອົງການລັດຖະສະພາ, ສົມກັບການພົວພັນດ້ານການເມືອງອັນດີງາມ ແລະທີ່ຕັ້ງຂອງສອງປະເທດ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ