ກວດກາຄືນວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະກອງປະຊຸມສຸດຍອດອາຊຽນ ກັບຄູ່ຮ່ວມມື
ກປ.ອອນໄລ - ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດ ແລະບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ກວດກາຄືນວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47, ຄາດວ່າເປັນບ່ອນທີ່ຈະໃຫ້ ຕີມໍ ແລັດສະເຕ ເຂົ້າເປັນສະມາຊິກທີ 11.
ວັນທີ 24 ຕຸລາ, ທີ່ກົວລາລຳເປີ, ມາເລເຊຍ, ໃນຂອບເຂດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (SOM), ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ແລະຮອງລັດຖະມົນຕີການຕ່າງປະເທດ, ເຈົ້າໜ້າທີ່ອາວຸໂສຂອງບັນດາປະເທດອາຊຽນ ໄດ້ກວດກາຄືນວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະກອງປະຊຸມສຸດຍອດອາຊຽນ ກັບບັນດາຄູ່ຮ່ວມມື ເຊິ່ງຈະຈັດຂຶ້ນໃນ ວັນທີ 26-28 ຕຸລາ.
    |
 |
|
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ແລະເຈົ້າໜ້າທີ່ອາວຸໂສບັນດາປະເທດອາຊຽນ. ພາບ: chinhphu.vn |
ດ້ວຍ 15 ກວ່າວາລະກອງປະຊຸມ ແລະກິດຈະກຳຂ້ັນສູງ, ບັນດາການນໍາ ຄາດວ່າຈະແລກປ່ຽນທິດທາງ ແລະມາດຕະການຕ່າງໆ ເພື່ອເພີ່ມທະວີການຮ່ວມມື, ເປີດກວ້າງການເຊື່ອມຈອດ, ຂຸດຄົ້ນປະສິດທິຜົນບັນດາກໍາລັງເຕີບໂຕໃໝ່ ແລະຮັບມືຢ່າງມີປະສິດທິຜົນກັບບັນດາສິ່ງທ້າທາຍທີ່ພວມເກີດຂຶ້ນ. ພິເສດ, ຄາດວ່າທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47, ອາຊຽນ ຈະໃຫ້ ຕີມໍ ແລັດສະເຕ ເຂົ້າເປັນສະມາຊິກທີ 11, ເປີດໜ້າປະຫວັດສາດໃໝ່ໃນການພັດທະນາຂອງອາຊຽນ. ກ່ຽວກັບເອກະສານ, ການນໍາ ຄາດວ່າຈະລົງນາມ, ຮອງຮັບເອົາ ແລະຮັບຮູ້ເອກະສານ ເກືອບ 80 ສະບັບເພື່ອຊຸກຍູ້ການຮ່ວມມືອາຊຽນ ແລະລະຫວ່າງອາຊຽນ ກັບຄູ່ຮ່ວມມືໃນຫຼາຍຂົງເຂດບຸລິມະສິດ, ໂດຍສະເພາະແມ່ນເສດຖະກິດ, ການຄ້າ...
ຕີລາຄາສູງຕໍ່ວຽກງານກະກຽມຂອງປະເທດເຈົ້າພາບ, ທ່ານ ດັ້ງຮວ່າງຢາງ ຢືນຢັນວ່າ ຈະສືບຕໍ່ປະສານງານຢ່າງໃກ້ຊິດກັບບັນດາປະເທດອາຊຽນ ເພື່ອຮັບປະກັນໃຫ້ກອງປະຊຸມຕ່າງໆ ທີ່ໄດ້ຮັບການຈັດຕັ້ງຢ່າງສຳເລັດຜົນ ແລະບັນລຸໄດ້ໝາກຜົນຕົວຈິງຫຼາຍຢ່າງ.
ເນື່ອງໃນໂອກາດນີ້, ທ່ານ ດັ້ງຮວ່າງຢາງ ພ້ອມກັບບັນດາປະເທດ ແລກປ່ຽນຫຼາຍເນື້ອໃນສໍາຄັນທີ່ກ່ຽວຂ້ອງເຖິງວິວັດການກໍ່ສ້າງປະຊາຄົມອາຊຽນ, ໜູນຊ່ວຍ ຕີມໍ ແລັດສະເຕ ພາຍຫຼັງເຂົ້າຮ່ວມເປັນສະມາຊິກ, ເປີດກວ້າງສັນຍາເປັນມິດ ແລະການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC), ກວດກາຄືນສະພາບການຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື ແລະຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາກົນໄກ ໂດຍ ອາຊຽນ ຊັກນໍາ.
ໂດຍ: ໄຊນີດາ