ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ-ອາຟະລິກາໃຕ້ ກວ່າອີກ
ກປ.ອອນໄລ - ຕອນບ່າຍວັນທີ 24 ຕຸລາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້ ໄດ້ພ້ອມກັນເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ອາຟະລິກາໃຕ້.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ-ອາຟະລິກາໃຕ້. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ເວທີປາໄສ, ບົນພື້ນຖານການພົວພັນສອງປະເທດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີ ແລະປາດຖະໜາວ່າ ວິສາຫະກິດສອງປະເທດປະຕິບັດພາລະກຳປະຫວັດສາດແຫ່ງການເຊື່ອມຕໍ່ບັນດາວິສາຫະກິດ, ເຊື່ອມຕໍ່ສອງພື້ນຖານເສດຖະກິດ ແລະສອງພື້ນຖານວັດທະນະທຳ ເພື່ອຫັນຄວາມສາມາດບົ່ມຊ້ອນການຮ່ວມມືເປັນບັນດາໂຄງການລະອຽດ, ປະກອບສ່ວນນຳຄວາມວັດທະນາຖາວອນ, ອີ່ມໜຳສຳລານ, ຄວາມຜາສຸກໃຫ້ແຕ່ລະປະເທດ ແລະເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
    |
 |
|
ທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ-ອາຟະລິກາໃຕ້. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານປະທານາທິບໍດີ Ramaphosa ຖືວ່າ ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງທີ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນ. ສະນັ້ນ, ວິສາຫະກິດສອງປະເທດຄວນຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ພ້ອມກັນກໍ່ສ້າງລະບົບຕ່ອງໂສ້ຕອບສະໜອງໃນບັນດາຂົງເຂດເຊິ່ງແຕ່ລະຝ່າຍມີທ່າແຮງ, ເປີດກວ້າງບັນດາຂົງເຂດໃໝ່, ຄື: ການຫັນເປັນພະລັງງານສະອາດ, ການສຶກສາ-ບໍາລຸງສ້າງ, ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ, ການຫັນເປັນດີຈີຕອນ… ພິເສດ, ສອງປະເທດມີພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະ, ສະນັ້ນມີຄວາມສາມາດບົ່ມຊ້ອນຊຸກຍູ້ການທ່ອງທ່ຽວ ແລະພົບປະແລກປ່ຽນວັດທະນະທຳ...
* ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ, ຕອນເຊົ້າວັນທີ 24 ຕຸລາ, ທ່ານປະທານາທິບໍດີ Ramaphosa ແລະຄະນະ ໄດ້ໄປຢ້ຽມຢາມຄອບຄົວພົນເອກ ຫວໍງວຽນຢ໊າບ (30 ຮວ່າງຢ້ຽວ, ຮ່າໂນ້ຍ) ແລະຖະຫວາຍທູບທຽນ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພົນເອກ ຫວໍງວຽນຢ໊າບ...
* ຕອນຄໍ່າວັນທີ 24 ຕຸລາ, ທ່ານປະທານາທິບໍດີ Ramaphosa ແລະຄະນະ ໄດ້ອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຢ່າງຈົບງາມຕາມຄຳເຊີນຂອງທ່ານປະທານປະເທດ ເລືອງເກື່ອງ.
ໂດຍ: ເຈິ່ນຮວ່ຽນ