ພາຍຫຼັງພິທີຕ້ອນຮັບ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Ramaphosa ປະທານາທິບໍດີອາຟຣີກາໃຕ້ ໄດ້ມີການພົບປະວົງແຄບ, ຫຼັງຈາກນ້ັນແມ່ນດໍາເນີນການພົບປະສອງຝ່າຍ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Matamela Cyril Ramaphosa ປະທານາທິບໍດີອາຟຣີກາໃຕ້ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ ທີ່ພິທີຕ້ອນຮັບ. ພາບ: ຕວ໊ນຮຸຍ |
ທີ່ການພົບປະສອງຝ່າຍ, ການນຳສອງທ່ານ ໄດ້ເຫັນດີເຮັດໃຫ້ຄວາມສະໜິດສະໜົມ ແລະຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ເລິກເຊິ່ງກວ່າອີກ ໂດຍຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງໃນທຸກຊ່ອງທາງພັກ, ລັດ, ສະພາແຫ່ງຊາດ ກໍ່ຄືລະຫວ່າງກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດ; ພ້ອມທັງເຫັນດີຈະຜັນຂະຫຍາຍກົນໄກທີ່ມີຢູ່ແລ້ວຢ່າງມີປະສິດທິຜົນກວ່າເກົ່າ.
ກ່ຽວກັບເສດຖະກິດ, ສອງຝ່າຍເຫັນດີຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ ແລະການລົງທຶນໃຫ້ກາຍເປັນກຳລັງໜູນ ແລະມາດຕະການແກ້ໄຂຫຼັກ ເພື່ອແນໃສ່ສ້າງການຫັນປ່ຽນດ້ານຄຸນນະພາບໃນການຮ່ວມມືດ້ານເສດຖະກິດ, ສົມກັບຂອບຂະໜາດ ແລະຄວາມຕ້ອງການຂອງຕະຫຼາດ, ຮັບປະກັນຄວາມດຸ່ນດ່ຽງກ່ຽວກັບຜົນປະໂຫຍດຂອງສອງຝ່າຍ. ການນຳສອງທ່ານສະເໜີໃຫ້ສອງປະເທດເປີດປະຕູຕະຫຼາດໃຫ້ແກ່ສິນຄ້າ ແລະວິສາຫະກິດຂອງແຕ່ລະຝ່າຍເຂົ້າເຖິງຕະຫຼາດຂອງກັນ ແລະຕະຫຼາດພາກພື້ນ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Matamela Cyril Ramaphosa ປະທານາທິບໍດີອາຟຣີກາໃຕ້. ພາບ: ຕວ໊ນຮຸຍ |
ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດສໍາຄັນ ແລະມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພະລັງງານ, ຂຸດຄົ້ນແຮ່ທາດ, ອຸດສາຫະກຳປະດິດສ້າງ, ກະສິກຳ, ຮັກສາສັນຕິພາບ, ການສຶກສາ, ບຳລຸງສ້າງວິຊາຊີບ, ພື້ນຖານໂຄງລ່າງ, ເສດຖະກິດສີຂຽວ...; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງປະຊາຊົນ, ການພົບປະແລກປ່ຽນດ້ານສິລະປະ, ວັດທະນະທຳ, ກິລາ ແລະທ່ອງທ່ຽວ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ; ປັບປຸງກອບນິຕິກໍາໃຫ້ສົມບູນແບບ, ເປັນຕົ້ນແມ່ນເອກະສານສະບັບຕ່າງໆ ເຊັ່ນ: ສັນຍາໜູນຊ່ວຍດ້ານຕຸລາການ, ສັນຍາວ່າດ້ວຍການຂຸດຄົ້ນແຮ່ທາດ, ສັນຍາວ່າດ້ວຍການຫຼີກລ້ຽງການເກັບພາສີຊ້ອນ, ສັນຍາວ່າດ້ວຍການຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນທຳມະດາ...
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ເມື່ອແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍຢືນຢັນຈະສືບຕໍ່ສົມທົບກັນ, ຮ່ວມມືຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະບັນດາບັນຫາສາກົນ ແລະພາກພື້ນ; ເຫັນດີຊຸກຍູ້ການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນໍາໃຊ້ ຫຼື ນາບຂູ່ນໍາໃຊ້ກຳລັງອາວຸດບົນພື້ນຖານເຄົາລົບກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ. ທ່ານ Ramaphosa ຢືນຢັນວ່າ ອາຟຣີກາໃຕ້ ພ້ອມແລ້ວທີ່ຈະສະໜັບສະໜູນຫວຽດນາມ ອອກຮັບສະໝັກເລືອກຕ້ັງເຂົ້າບັນດາອົງການຈັດຕັ້ງຂອງສະຫະປະຊາຊາດ. ຫວຽດນາມ ສະເໜີໃຫ້ຝ່າຍອາຟຣີກາໃຕ້ ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ແລະຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ ເພື່ອແນໃສ່ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະການບິນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດ ສປຊ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ພາຍຫຼັງການພົບປະສອງຝ່າຍ, ທ່ານປະທານປະເທດ ເລືອງເກື່ອງ ແລະທ່ານປະທານາທິບໍດີ Ramaphosa ໄດ້ດໍາເນີນການພົບປະກັບສື່ມວນຊົນ ເພື່ອແຈ້ງໃຫ້ຊາບກ່ຽວກັບຜົນການພົບປະສອງຝ່າຍ.
* ຕອນບ່າຍວັນທີ 23 ຕຸລາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ Ramaphosa ປະທານາທິບໍດີອາຟຣີກາໃຕ້.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພົບປະກັບທ່ານ Matamela Cyril Ramaphosa ປະທານາທິບໍດີອາຟຣີກາໃຕ້. ພາບ: ຕວ໊ນຮຸຍ |
ຕີລາຄາບາດກ້າວພັດທະນາອັນດີງາມຂອງການພົວພັນສອງປະເທດໃນຫຼາຍຂົງເຂດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຖືວ່າ: ສອງປະເທດ ມີທ່າແຮງທີ່ສາມາດເພີ່ມເຕີມເພື່ອພ້ອມກັນພັດທະນາ ຄື: ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ, ເສດຖະກິດປະດິດຄິດສ້າງ, ພະລັງງານທົດແທນ, ການສື່ສານ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ຝ່າຍ ອາຟຣີກາໃຕ້ ສະໜັບສະໜູນຫວຽດນາມ ເລີ່ມດຳເນີນການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ກັບສະຫະພັນພາສີອາຟຣີກາໃຕ້ (SACU). ຂອບໃຈທ່ານປະທານາທິບໍດີ Cyril Ramaphosa ທີ່ໄດ້ເຊື້ອເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G20 ໃນປີ 2025, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມ ແລະຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງເຫດການສຳຄັນນີ້.
    |
 |
|
ທ່ານ ຟ້າມມິງຈິ໊ງ ແລະທ່ານ Matamela Cyril Ramaphosa ຢ້ຽມຊົມການວາງສະແດງຮູບພາບກ່ຽວກັບການພົວພັນຮ່ວມມືລະຫວ່າງສອງປະເທດຫວຽດນາມ-ອາຟຣີກາໃຕ້. ພາບ: ຕວ໊ນຮຸຍ |
    |
 |
|
ບັນຍາກາດທີ່ການພົບປະ. ພາບ: ຕວ໊ນຮຸຍ |
ສ່ວນທ່ານປະທານາທິບໍດີອາຟຣີກາໃຕ້ ຢືນຢັນວ່າ ຫວຽດນາມ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງອາຟຣີກາໃຕ້ ໃນພາກພື້ນອາຊີ; ຕີລາຄາສູງຮູບແບບການພັດທະນາທີ່ມີປະສິດທິຜົນ ແລະແນວທາງການພົວພັນຕ່າງປະເທດທີ່ເປີດເຜີຍ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ກັບປະຊາຄົມໂລກ. ທ່ານປະທານາທິບໍດີອາຟຣີກາໃຕ້ ປາດຖະໜາວ່າ ສອງຝ່າຍ ຈະເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດໃນຂົງເຂດຂຸດຄົ້ນແຮ່ທາດ, ອຸດສາຫະກຳປະດິດສ້າງ, ກະສິກຳ, ລົດໄຟຟ້າ, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ...
* ໃນຂອບເຂດການຢ້ຽມຢາມທາງລັດຖະກິດຫວຽດນາມ, ຕອນບ່າຍວັນທີ 23 ຕຸລາ, ທ່ານປະທານາທິບໍດີອາຟຣີກາໃຕ້ Ramaphosa ພ້ອມດ້ວຍຄະນະ ໄດ້ໄປວາງພວງມາລາ ແລະເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ; ວາງພວງມາລາທີ່ອະນຸສາວະລີບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນບັກເຊີນ (ຮ່າໂນ້ຍ).
ໂດຍ: ທູຈາງ