ທີ່ການຕ້ອນຮັບ, ທ່ານ ບຸ່ຍແທັງເຊີນ ສະເໜີສອງຝ່າຍພ້ອມກັນຮັກສາທ່າພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງຝ່າຍ, ໃນນັ້ນມີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ອາເມລິກາ ກວ່າອີກໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພິເສດແມ່ນວິທະຍາສາດ, ເຕັກໂນໂລຢີ, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພະລັງງານ, ເຄິ່ງຊັກນຳໄຟຟ້າ..., ພ້ອມທັງສືບຕໍ່ຮັກສາການຮ່ວມມືທີ່ດີໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສ້າງຄວາມເຊື່ອໝັ້ນ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ຕ້ອນຮັບທ່ານ Marc E. Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງເລື່ອງຄະນະເຈລະຈາສອງປະເທດ ສືບຕໍ່ຮ່ວມມື, ແລກປ່ຽນຢ່າງແໜ້ນແຟ້ນ, ສະເໜີ ອາເມລິກາ ສືບຕໍ່ພິຈາລະນາບັນດາປັດໄຈສະເພາະຂອງພື້ນຖານເສດຖະກິດຫວຽດນາມ ໃນວິວັດການເຈລະຈາສັນຍາພາສີຕອບໂຕ້ລະຫວ່າງສອງປະເທດ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ເພີ່ມທະວີການຊື້ສິນຄ້າອາເມລິກາ, ເປັນຕົ້ນແມ່ນປະເພດສິນຄ້າເຕັກໂນໂລຢີສູງ, ຄື: ເຮືອບິນ, ຜະລິດຕະພັນເຄິ່ງຊັກນຳໄຟຟ້າ..., ເປີດກວ້າງຕະຫຼາດໃຫ້ສິນຄ້າອາເມລິກາ ແລະສ້າງເງື່ອນໄຂໃຫ້ວິສາຫະກິດອາເມລິກາ ເຄື່ອນໄຫວດຳເນີນທຸລະກິດຢູ່ຫວຽດນາມ ຢ່າງມີປະສິດທິຜົນ.

ສ່ວນທ່ານເອກອັກຄະລັດຖະທູດ Knapper ຢືນຢັນການຖືເປັນສຳຄັນພິເສດເຖິງການຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະການພົບປະທຸກຂັ້ນ, ຜ່ານນັ້ນ ຮັກສາທ່າພັດທະນາຢ່າງແທດຈິງ ແລະດີງາມໃນການພົວພັນລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດ ຂອບໃຈຫວຽດນາມ ໄດ້ມີວິທີເຂົ້າເຖິງຢ່າງຕັ້ງໜ້າ, ເຂົ້າໃຈຄວາມກັງວົນຈາກຝ່າຍອາເມລິກາ, ເປັນເຈົ້າການຊຸກຍູ້ການເຈລະຈາໂດຍໄວ; ຢືນຢັນວ່າ, ຝ່າຍອາເມລິກາ ປາດຖະໜາຢາກໃຫ້ສອງຝ່າຍສໍາເລັດການເຈລະຈາໂດຍໄວ ເພື່ອຜັນຂະຫຍາຍຂໍ້ຕົກລົງພາສີຕອບໂຕ້, ຜ່ານນັ້ນນຳຜົນປະໂຫຍດມາໃຫ້ທັງສອງປະເທດ.

ໂດຍ: ເຈິ່ນຮວ່ຽນ