    |
 |
|
ທ່ານປະທານາທິບໍດີ Radev ແລະພັນລະຍາ ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ແລະພັນລະຍາ ຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການ. ພາບ: ສໍານັກຂ່າວສານຫວຽດນາມ. |
    |
 |
|
ບັນຍາກາດທີ່ພິທີຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ. |
ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ Radev ໄດ້ດໍາເນີນການພົບປະສອງຝ່າຍຢູ່ທໍານຽບປະທານາທິບໍດີ.
ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍການຢ້ຽມຢາມ ບຸນກາຣີ ຄັ້ງທໍາອິດຂອງທ່ານເລຂາທິການໃຫຍ່ ໂຕເລິມ, ກົງກັບໂອກາດສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 75 ປີ, ທ່ານປະທານາທິບໍດີ Radev ເນັ້ນໜັກເຖິງຖານະທີ່ຕັ້ງ, ບົດບາດຂອງຫວຽດນາມ ຢູ່ອາຊີ-ປາຊີຟິກ ແລະຕີລາຄາສູງນະໂຍບາຍການຕ່າງປະເທດຂອງຫວຽດນາມ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ. ທ່ານ Radev ຢັ້ງຢືນວ່າ ບຸນກາຣີ ຍາມໃດກໍຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບຫວຽດນາມ, ປາດຖະໜາຢາກພ້ອມກັບຫວຽດນາມ ຍູ້ແຮງການຮ່ວມມື ເພື່ອແນໃສ່ປະກອບສ່ວນໃຫ້ແກ່ການພັດທະນາແບບຍືນຍົງຢູ່ແຕ່ລະປະເທດ ກໍຄື ຄວາມວັດທະນາຖາວອນ ຢູ່ສອງທະວີບ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ Rumen Radev. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ໂຕເລິມ ຂອບໃຈທ່ານປະທານາທິບໍດີ Radev ຕໍ່ການຕ້ອນຮັບຢ່າງສົມກຽດ, ອົບອຸ່ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບທີ່ສະຫງວນໃຫ້ແກ່ຄະນະຜູ້ແທນຂັ້ນສູງຫວຽດນາມ ແລະເນັ້ນໜັກວ່າ ຫວຽດນາມ ຖືເປັນສໍາຄັນພິເສດຕໍ່ການພົວພັນກັບບຸນກາຣີ, ຍາມໃດກໍ່ຈົດຈໍາ, ຂອບໃຈການສະໜັບສະໜູນອັນລໍ້າຄ່າຂອງປະຊາຊົນບຸນກາຣີ ທີ່ສະຫງວນໃຫ້ແກ່ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍ່ຄືໃນການສ້າງສາ ແລະພັດທະນາປະເທດ.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ການພົບປະ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການ ແລະການກໍານົດທິດພັດທະນາຂອງແຕ່ລະປະເທດ, ຖືວ່າ ສອງຝ່າຍ ຕ້ອງແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບເປົ້າໝາຍ ແລະນະໂຍບາຍ ກໍຄືຄວາມສາມາດບົ່ມຊ້ອນສາມາດເພີ່ມເຕີມໃຫ້ກັນ. ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ, ການນໍາສອງທ່ານ ໄດ້ແລກປ່ຽນທິດທາງ ແລະມາດຕະການຕ່າງໆ ເພື່ອນໍາຂອບການຮ່ວມມືຫວຽດນາມ-ບຸນກາຣີ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ສອດຄ່ອງກັບສະພາບການໃໝ່. ຕາມນັ້ນແລ້ວ, ການນໍາສອງທ່ານ ໄດ້ເຫັນດີຖະແຫຼງຍົກລະດັບການພົວພັນຫວຽດນາມ-ບຸນກາຣີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ດ້ວຍການຕັດສິນໃຈນີ້, ບຸນກາຣີ ກາຍເປັນປະເທດທໍາອິດຢູ່ພາກພື້ນ Balkan ມີການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ.
ການນໍາສອງທ່ານ ໄດ້ເຫັນດີເປັນເອກະພາບເປີດກວ້າງ ແລະເຮັດໃຫ້ການຮ່ວມມືບົນຈິດໃຈຂອບການຮ່ວມມືໃໝ່ເລິກເຊິ່ງຂຶ້ນຕື່ມ, ໂດຍສະເພາະແມ່ນໃນບັນດາຂົງເຂດບຸນກາຣີ ມີບົດຮຽນ, ປະສົບການ ແລະຫວຽດນາມ ມີຄວາມຕ້ອງການ. ສອງຝ່າຍຍັງເຫັນດີຕ້ອງສ້າງ ແລະຜັນຂະຫຍາຍແຜນການກະທໍາຄູ່ຮ່ວມມືຍຸດທະສາດໃນທັນທີ.
ກ່ຽວຂ້ອງເຖິງການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສອງຝ່າຍເຫັນດີຍູ້ແຮງການຮ່ວມມືບໍາລຸງສ້າງ, ຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ, ຄວາມໝັ້ນຄົງທາງໄຊເບີ, ເສນາຮັກ...
ກ່ຽວກັບສະພາບການໂລກ ແລະພາກພື້ນ, ການນໍາສອງທ່ານໄດ້ແບ່ງປັນຫຼັກໝັ້ນ ແລະວິໄສທັດກ່ຽວກັບການແກ້ໄຂບັນດາບັນຫາ ແລະຮັບມືກັບສິ່ງທ້າທາຍໃນປັດຈຸບັນ; ເຫັນດີເພີ່ມທະວີການແລກປ່ຽນທັດສະນະກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີປາໄສຫຼາຍຝ່າຍ ຄື ສປຊ, ອາຊຽນ-ອີຢູ, ອາແຊມ. ສອງຝ່າຍສະໜັບສະໜູນຫຼັກໝັ້ນຂອງອາຊຽນ ໃນການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS).
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ Radev ທີ່ການພົບປະກັບສື່ມວນຊົນ. ພາບ: ສໍານັກຂ່າວສານຫວຽດນາມ. |
ພາຍຫຼັງການພົບປະສອງຝ່າຍ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ Radev ໄດ້ພົບປະກັບສື່ມວນຊົນເພື່ອແຈ້ງໃຫ້ຊາບກ່ຽວກັບຜົນການພົບປະສອງຝ່າຍ. ທີ່ການພົບປະກັບສື່ມວນຊົນ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ, ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ບຸນກາຣີ. ນີ້ແມ່ນຂີດໝາຍສໍາຄັນ, ສ້າງພື້ນຖານເພື່ອນໍາການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
* ກໍໃນຕອນເຊົ້າວັນທີ 23 ຕຸລາ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະພັນລະຍາ, ທ່ານປະທານາທິບໍດີ Radev ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ວາງພວງມາລາຢູ່ຕໍ່ໜ້າອະນຸສາວະລີນັກຮົບນິລະນາມ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Atanas Zafirov ປະທານພັກສັງຄົມນິຍົມ, ຮອງນາຍົກລັດຖະມົນຕີ ບຸນກາຣີ. ພາບ: ສໍານັກຂ່າວສານຫວຽດນາມ. |
* ຕອນບ່າຍວັນທີ 23 ຕຸລາ, ທີ່ນະຄອນຫຼວງໂຊເຟຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕ້ອນຮັບ ທ່ານ Atanas Zafirov ປະທານພັກສັງຄົມນິຍົມ, ຮອງນາຍົກລັດຖະມົນຕີ ບຸນກາຣີ.
* ຕອນບ່າຍວັນດຽວກັນ, ທີ່ນະຄອນຫຼວງໂຊເຟຍ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ Radev ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ແລະວິສາຫະກິດສອງປະເທດ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ບຸນກາຣີ.
    |
 |
|
ທ່ານປະທານາທິບໍດີ Radev ກ່າວຄໍາເຫັນທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່າວຄໍາເຫັນທີ່ເວທີປາໄສ, ທ່ານປະທານາທິບໍດີ Radev ສະແດງຄວາມປະທັບໃຈຕໍ່ບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນວິວັດການປ່ຽນແປງໃໝ່, ສ້າງສາ ແລະພັດທະນາປະເທດ, ນໍາເອົາຜົນປະໂຫຍດອັນແທດຈິງ; ຖືວ່າ ຫວຽດນາມ ຮັກສາໄດ້ສະຖຽນລະພາບ ແລະການພັດທະນາຢ່າງແຮງ, ກາຍເປັນຈຸດພົ້ນເດັ່ນກ່ຽວກັບການເຕີບໂຕຢູ່ພາກພື້ນ ແລະໃນໂລກ.
ທ່ານປະທານາທິບໍດີ Radev ໃຫ້ຮູ້ວ່າ ບຸນກາຣີ ໄດ້ກາຍເປັນໜຶ່ງໃນບັນດາປະເທດກ່ຽວກັບສູນນະວັດຕະກໍາ, ພັດທະນາເຕັກໂນໂລຊີສູງ, ປັນຍາປະດິດ ແລະຜະລິດບັນດາຜະລິດຕະພັນທີ່ມີຄຸນຄ່າສູງດ້ານເຕັກໂນໂລຊີ; ຫວັງວ່າ ສອງຝ່າຍຈະໜູນຊ່ວຍ, ສ້າງເງື່ອນໄຂໃຫ້ວິສາຫະກິດສອງປະເທດດໍາເນີນທຸລະກິດ, ລົງທຶນຢູ່ແຕ່ລະປະເທດ, ນໍາເອົາຜົນປະໂຫຍດອັນແທດຈິງ; ສະເໜີວິສາຫະກິດບຸນກາຣີ ຮ່ວມມືກັບວິສາຫະກິດຫວຽດນາມ ໃນຂົງເຂດ ບຸນກາຣີ ມີທ່າແຮງ ຄື: ວິທະຍາສາດເຕັກໂນໂລຊີ, ກະສິກໍາສະອາດ, ການຢາ, ການສຶກສາ, ພະລັງງານທົດແທນ ແລະໂລຈິດສະຕິກ ເອີລົບ...
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄໍາເຫັນທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່າວຄໍາເຫັນທີ່ເວທີປາໄສ, ທ່ານເລຂາທິການໃຫຍ່ ໂຕເລິມ ຖືວ່າ ການຢ້ຽມ ຢາມບຸນກາຣີ ຢ່າງເປັນທາງການ ໃນຄັ້ງນີ້ ໄດ້ສ້າງກໍາລັງໜູນ ເພື່ອຊຸກຍູ້ການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່. ສອງຝ່າຍໄດ້ຖະແຫຼງການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ເປັນຂີດໝາຍປະຫວັດສາດ, ເປີດສາກໃນໄລຍະໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ ກໍຄືໃນທົ່ວໂລກ.
    |
 |
|
ບັນຍາກາດທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານເລຂາທິການໃຫຍ່ ໂຕເລິມ ຖືວ່າ ຄວາມຫຍຸ້ງຍາກຂອງເສດຖະກິດໂລກໃນປັດຈຸບັນ ຍິ່ງເຮັດໃຫ້ສອງປະເທດຕ້ອງຮ່ວມມືເພື່ອສ້າງບັນດາຄຸນຄ່າໃຫຍ່, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງແຕ່ລະປະເທດ. ໃນນັ້ນ, ການຮ່ວມມືພັດທະນາເສດຖະກິດ, ການຄ້າ ແລະການລົງທຶນ ລ້ວນແຕ່ແມ່ນບັນດາເສົາຄໍ້າສໍາຄັນ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ປະເທດ ບຸນກາຣີ ພັດທະນາໄດ້ແມ່ນຍ້ອນພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນ ສ້າງສະມັດຕະພາບແຮງງານສູງ. ເພາະສະນັ້ນ, ສອງຝ່າຍຕ້ອງເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພັດທະນາອຸດສາຫະກໍາປ້ອງກັນຊາດ; ຊຸກຍູ້ການຮ່ວມມືດ້ານຊັບພະຍາກອນມະນຸດ.
ກໍທີ່ເວທີປາໄສ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ Radev ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ເປັນສັກຂີພິຍານພິທີລົງນາມບັນດາຂໍ້ຕົກລົງຮ່ວມມື.
ໂດຍ: ໄຊຊະນະ