ຕອນຄ່ຳວັນທີ 7 ຕຸລາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ເປັນປະທານກອງປະຊຸມຄັ້ງທີ 16 ແບບທາງໄກຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ເຮັດຕາມຂໍ້ກຳນົດ (IUU), ເຊິ່ງໄດ້ເຊື່ອມຕໍ່ກັບ 21 ແຂວງ, ນະຄອນເຂດແຄມທະເລ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ໄດ້ເນັ້ນໜັກເປົ້າໝາຍແມ່ນຕ້ອງຢຸດຕິການຂຸດຄົ້ນ IUU ເພື່ອໃຫ້ຄະນະກຳມະການເອີລົບ ຍົກເລີກບັດເຫຼືອງສຳລັບສິນໃນນ້ຳຂອງຫວຽດນາມ ໃນປີນີ້. ທ່ານ ຮຽກຮ້ອງໃຫ້ອຳນາດການປົກຄອງ, ເຈົ້າໜ້າທີ່ ເພີ່ມທະວີການຄວບຄຸມຢ່າງແໜ້ນແຟ້ນກວ່າ; ໂຄສະນາ, ຂົນຂວາຍ, ສຶກສາອົບຮົມປະຊາຊົນປະຕິບັດບັນດາຂໍ້ກຳນົດຂອງກົດໝາຍຢ່າງເຂັ້ມງວດ; ສ້າງເງື່ອນໄຂຫັນປ່ຽນອາຊີບໃຫ້ແກ່ຊາວປະມົງ... ປະຕິບັດບັ້ນເຄື່ອນໄຫວນັ້ນ ນັບແຕ່ນີ້ຮອດວັນທີ 15 ພະຈິກ 2025 ເພື່ອແກ້ໄຂສະພາບການຂຸດຄົ້ນ IUU ຢ່າງເຖິງຖອງ.
ແຫຼ່ງຄັດຈາກ vovworld.vn
Type the code from the image