ທີ່ການເຮັດວຽກ, ສອງຝ່າຍໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມຄັ້ງທີ 5 ຄະນະລັດຖະບານຮ່ວມ ຫວຽດນາມ-ໄທ (ເດືອນພຶດສະພາ 2025) ຢ່າງມີປະສິດທິຜົນ, ປະຕິບັດໃຫ້ສໍາເລັດການສ້າງໂຄງການດໍາເນີນງານ ໄລຍະ 2026-2030 ໂດຍໄວເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພ້ອມທັງກະກຽມຢ່າງລອບຄອບຖີ່ຖ້ວນໃຫ້ການຢ້ຽມຢາມຂັ້ນສູງ ແລະກົນໄກສອງຝ່າຍລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ໃນນັ້ນມີ ຄະນະກໍາມະການປະສົມຂັ້ນລັດຖະມົນຕີການຕ່າງປະເທດ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເຮັດວຽກກັບທ່ານນາງ Eksiri Pintaruchi ເລຂາຜູ້ປະຈໍາການກະຊວງການຕ່າງປະເທດໄທ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາການຮ່ວມມື ແລະແບ່ງປັນບົດຮຽນໃນວຽກງານຕ້ານການຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ (IUU). ທ່ານນາງ ເລທິທູຮັ່ງ ຢືນຢັນຄວາມຕັດສິນໃຈຂອງຫວຽດນາມ ໃນວຽກງານຕ້ານການຂຸດຄົ້ນ IUU, ປະຕິບັດບັນດາຂໍ້ສະເໜີແນະຂອງສະຫະພາບເອີລົບ (ອີຢູ) ໃນນັ້ນມີການປະກາດໃຊ້ບັນດາເອກະສານນິຕິກຳຢ່າງເຂັ້ມງວດ, ຄຸ້ມຄອງຢ່າງແໜ້ນແຟ້ນກໍາປັ່ນຜ່ານການຕິດຕາມກວດກາ ແລະບັງຄັບຕິດຕັ້ງ GPS... ທ່ານນາງ ເລທິທູຮັ່ງ ສະເໜີຝ່າຍໄທ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ໃນການຕ້ານ IUU, ແລກປ່ຽນ, ສະໜອງຂໍ້ມູນຂ່າວສານກ່ຽວກັບບັນດາກໍລະນີເຮືອຫາປາ, ຊາວປະມົງລະເມີດລະຫວ່າງສອງປະເທດເພື່ອສົມທົບກັນແກ້ໄຂ; ກໍ່ຄືໃນການຮ່ວມມືດ້ານອາຊີບຫາປາ, ການຮ່ວມມືທາງທະເລ....

ຝ່າຍໄທ ຊົມເຊີຍຄວາມມານະພະຍາຍາມຂອງຫວຽດນາມ ໃນການຕ້ານການຂຸດຄົ້ນ IUU ໃນໄລຍະຜ່ານມາ, ແບ່ງປັນປະສົບການໃນການປ້ອງກັນ, ຕ້ານ IUU ແລະຄຸ້ມຄອງຊັບພະຍາກອນທະເລຢ່າງມີປະສິດທິຜົນ, ເຫັນດີຊຸກຍູ້ການຮ່ວມມືດ້ານອາຊີບຫາປາແບບຍືນຍົງລະຫວ່າງສອງປະເທດ.

* ຕອນຄໍ່າວັນດຽວກັນ, ທ່ານນາງ ເລທິທູຮັ່ງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ຄົບຮອບ 80 ປີ ໂດຍສະຖານທູດຫວຽດນາມ ປະຈຳ ໄທ ຈັດຕັ້ງ.

ໂດຍ: ເຈິ່ນຮວ່ຽນ