ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ກໍາລັງ, ເປັນຕົ້ນແມ່ນກອງທັບ, ຕໍາຫຼວດສົມທົບກັບບັນດາທ້ອງຖິ່ນຈັດຕັ້ງກໍາລັງ, ພາຫະນະເພື່ອເຂົ້າເຖິງເຂດທີ່ພວມຖືກຕັດແຍກ, ສະໜອງສະບຽງອາຫານ, ຢາປົວພະຍາດດ້ວຍທຸກວິທີ ເພື່ອໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ. ບັນດາກະຊວງ, ຂະແໜງການພ້ອມແລ້ວທີ່ຈະໜູນຊ່ວຍທ້ອງຖິ່ນໃນການປົກປ້ອງຄັນຄູ, ຮັບປະກັນຄວາມປອດໄພຂອງລະບົບຄັນຄູ, ໜອງເຂື່ອນ; ເພີ່ມທະວີກຳລັງລົງສູ່ຮາກຖານເພື່ອໜູນຊ່ວຍປະຊາຊົນອະນາໄມເຮືອນຊານ, ຖະໜົນຫົນທາງ, ສຸຂະອະນາໄມສິ່ງແວດລ້ອມພາຍຫຼັງໄພທຳມະຊາດ; ສ້ອມແປງເຮືອນຊານທີ່ພັງລົງ ແລະເສຍຫາຍ, ຮັບປະກັນທີ່ພັກຊົ່ວຄາວໃຫ້ແກ່ປະຊາຊົນ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ພາບ: ສໍານັກຂ່າວສານຫວຽດນາມ. |
ພ້ອມກັນນັ້ນ, ບັນດາທ້ອງຖິ່ນ ແລະອົງການທີ່ກ່ຽວຂ້ອງ ສຸມໃສ່ສ້ອມແປງພື້ນຖານໂຄງລ່າງທີ່ຈໍາເປັນກ່ຽວກັບໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ເສັ້ນທາງ, ໜອງເຂື່ອນ ແລະອື່ນໆ; ສຸມໃສ່ໜູນຊ່ວຍສູງສຸດໃຫ້ແກ່ບັນດາອົງການຈັດຕັ້ງ, ປະຊາຊົນຖືກເສຍຫາຍຢ່າງໜັກໜ່ວງໃນການຜະລິດ, ດຳເນີນທຸລະກິດ, ໂດຍສະເພາະແມ່ນໃນຂົງເຂດກະສິກຳ, ຟື້ນຟູ ແລະຮັກສາສະຖຽນລະພາບການຜະລິດຢ່າງຮີບດ່ວນ, ປະກອບສ່ວນປະຕິບັດເປົ້າໝາຍເຕີບໂຕເສດຖະກິດປີ 2025.
ໃນໄລຍະຍາວ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳກະຊວງກະສິກຳ ແລະສິ່ງແວດລ້ອມ, ກະຊວງກໍ່ສ້າງ ແນະນຳບັນດາທ້ອງຖິ່ນໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມ, ໂຄງລ່າງ, ປະຊາກອນໃນເງື່ອນໄຂທີ່ບໍ່ເປັນປົກກະຕິ; ກວດກາຄືນພາຫະນະ, ອຸປະກອນ, ແຫຼ່ງສໍາຮອງເພື່ອຮັບປະກັນການເວນຍາມ, ແກ້ໄຂອຸບັດຕິເຫດຢູ່ທ້ອງຖິ່ນເມື່ອກໍລະນີເກີດຂຶ້ນ.
ຫວນຄືນບັນດາຮູບພາບອັນດີງາມຂອງກໍາລັງ ແລະປະຊາຊົນໃນການໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນ, ທ້ອງຖິ່ນໃນພາຍຸ, ນໍ້າຖ້ວມ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງຕ້ອງມີບັນດາຮູບແບບຢ່າງທັນການ; ມີຮູບແບບແກ້ໄຂສໍາລັບພາກສ່ວນທີ່ບໍ່ປະຕິບັດສໍາເລັດໜ້າທີ່, ບໍ່ຕອບສະໜອງຢ່າງທັນການ.
ໂດຍ: ຈາງຫງວຽນ