    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານ Kim Jong Un ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ.ເກົາຫຼີ ພ້ອມດ້ວຍເຍົາວະຊົນ ສປປ.ເກົາຫຼີ ທີ່ພິທີຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານ Kim Jong Un ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ.ເກົາຫຼີ ກວດແຖວກຽດຕິຍົດ.ພາບ: ສໍານັກຂ່າວສານຫວຽດນາມ |
ຕອນເຊົ້າວັນດຽວກັນ, ຢູ່ຫໍກິລາພຽງຢາງ, ທ່ານ Kim Jong Un ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ.ເກົາຫຼີ ໄດ້ເປັນປະທານພິທີຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍ ໄດ້ດໍາເນີນການພົບປະ.
    |
 |
ທ່ານ Kim Jong Un ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ.ເກົາຫຼີ ຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ການນຳສອງທ່ານ ໄດ້ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະປະເທດ, ການພົວພັນລະຫວ່າງຫວຽດນາມ - ສປປ.ເກົາຫຼີ ແລະບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານ Kim Jong Un ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ໂຕເລິມ ເປັນຜູ້ນໍາໜ້າ, ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍພັດທະນາທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ກໍານົດ ຢ່າງມີໄຊໂດຍໄວ, ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກສຳເລັດຜົນ ແລະສືບຕໍ່ບັນລຸໄດ້ຜົນງານອັນໃຫຍ່ຫຼວງກວ່າອີກໃນການພັດທະນາປະເທດສັງຄົມນິຍົມ ໃນໄລຍະຈະມາເຖິງ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ |
ການນຳສອງທ່ານສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງສາຍພົວພັນລະຫວ່າງສອງພັກ, ສອງປະເທດ ສືບຕໍ່ໄດ້ຮັບການປັບປຸງ ແລະເພີ່ມທະວີ, ເຫັນດີພ້ອມກັນຊຸກຍຸ້ການພົວພັນຫວຽດນາມ - ສປປ.ເກົາຫຼີ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ທີ່ແທດຈິງ, ມີປະສິດທິຜົນກວ່າ, ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາຂອງແຕ່ລະປະເທດ, ເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ກໍຄືໃນໂລກ.
ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນໃນທຸກຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ການຮ່ວມມືທ້ອງຖິ່ນ ເພື່ອແນໃສ່ເພີ່ມທະວີການແບ່ງປັນບົດຮຽນປະສົບການ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ; ຮັກສາກົນໄກເຈລະຈາ ແລະກົນໄກຮ່ວມມືຢ່າງມີປະສິດທິຜົນ, ຄົ້ນຄວ້າຄວາມເປັນໄປໄດ້ຂອງການຮ່ວມມືໃນຂົງເຂດທີ່ເໝາະສົມ; ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ຮັດແໜ້ນນໍ້າໃຈມິດຕະພາບລະຫວ່າງສອງປະເທດ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະສອງຝ່າຍກັບທ່ານ Kim Jong Un ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ສອງຝ່າຍເສີມຂະຫຍາຍການຮ່ວມມືສາຍພັກຢ່າງມີປະສິດທິຜົນ, ຄົ້ນຄວ້າການຈັດຕັ້ງກອງປະຊຸມສຳມະນາທິດສະດີ, ແບ່ງປັນບົດຮຽນໃນການກໍ່ສ້າງພັກ ແລະພັດທະນາປະເທດຊາດ; ຊຸກຍູ້ການຮ່ວມມືລັດຖະສະພາທັງດ້ານສອງຝ່າຍ ແລະຫຼາຍຝ່າຍ; ເພີ່ມທະວີການຮ່ວມມືດ້ານເສດຖະກິດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເໝາະສົມກັບເປົ້າໝາຍພັດທະນາຂອງສອງຝ່າຍ ແລະຂໍ້ກໍານົດຂອງສາກົນ. ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການກັບ ສປປ.ເກົາຫຼີ ກ່ຽວກັບການປ່ຽນແປງໃໝ່ດ້ານເສດຖະກິດ, ການທູດເສດຖະກິດ; ຂໍ້ມູນຂ່າວສານກ່ຽວກັບນະໂຍບາຍຄຸ້ມຄອງເສດຖະກິດ, ການນຳເຂົ້າ-ສົ່ງອອກ ແລະການພັດທະນາເສດຖະກິດ-ສັງຄົມ. ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ຫວັງວ່າ ສອງຝ່າຍເປີດກວ້າງຂົງເຂດຮ່ວມມືທີ່ມີທ່າແຮງ ແລະມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄື: ວັດທະນະທຳ, ກິລາ, ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ, ຖະແຫຼງຂ່າວສື່ສານ, ສ້າງລາຍການວິທະຍຸ-ໂທລະພາບ ເພື່ອແນະນຳກ່ຽວກັບວັດທະນະທຳ, ປະເທດ ແລະປະຊາຊົນຂອງແຕ່ລະປະເທດ.
    |
 |
ທ່ານ Kim Jong Un ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ.ເກົາຫຼີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສປປ.ເກົາຫຼີ ທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ Kim Jong Un ຢືນຢັນວ່າ ສປປ.ເກົາຫຼີ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ໃນການກໍ່ສ້າງພັກ ແລະພັດທະນາປະເທດຊາດ, ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດທີ່ເໝາະສົມ. ທ່ານ Kim Jong Un ສະເໜີໃຫ້ບັນດາອົງການຂອງພັກ, ກະຊວງການຕ່າງປະເທດ, ຄະນະ, ຂະແໜງການ, ທ້ອງຖິ່ນຂອງສອງຝ່າຍເພີ່ມທະວີການແລກປ່ຽນມາດຕະການລະອຽດ ເພື່ອແນໃສ່ຜັນຂະຫຍາຍປະຕິບັດການກໍານົດທິດໃຫຍ່ກ່ຽວກັບການພັດທະນາສາຍພົວພັນລະຫວ່າງສອງປະເທດໃນການຢ້ຽມຢາມຄັ້ງນີ້ໃຫ້ມີປະສິດທິຜົນ, ຜ່ານນັ້ນ ນໍາການພົວພັນຫວຽດນາມ-ສປປ.ເກົາຫຼີ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ນໍາມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ປະຊາຊົນສອງປະເທດ.
    |
 |
ພາຍຫຼັງສິ້ນສຸດການພົບປະສອງຝ່າຍ, ທ່ານເລຂາທິການໃຫຍ່ ໂຕເລິມ ມອບປຶ້ມພາບ “ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ-ສປປ.ເກົາຫຼີ” ໃຫ້ທ່ານ Kim Jong Un ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ |
ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບສະພາບການພາກພື້ນ ແລະສາກົນ, ເຫັນດີເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະກັນ ແລະພ້ອມກັນປະສານງານຢູ່ບັນດາເວທີປາໄສຫຼາຍຝ່າຍ ຄື ສປຊ ແລະເວທີປາໄສພາກພື້ນອາຊຽນ. ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນຈະສະໜັບສະໜູນບັນດາຝ່າຍທີ່ກ່ຽວຂ້ອງເພື່ອຊຸກຍູ້ການເຈລະຈາ, ແກ້ໄຂຄວາມແຕກຕ່າງກັນໂດຍສັນຕິວິທີ, ພ້ອມກັນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ແຫຼມເກົາຫຼີ. ທ່ານເລຂາທິການໃຫຍ່ ສະເໜີ ສປປ.ເກົາຫຼີ ຕັ້ງໜ້າສະໜັບສະໜູນຄວາມມານະພະຍາຍາມຊຸກຍູ້ຄວາມເຄົາລົບນັບຖືກົດໝາຍ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ຫຼຸດຜ່ອນຄວາມເຄັ່ງຕຶງ, ແກ້ໄຂຄວາມບໍ່ລົງລອຍກັນໃຫ້ເໝາະສົມກັບກົດໝາຍສາກົນ.
ໂດຍ: ທູຈາງ