    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຮອດວັງ Kumsusan, ນະຄອນຫຼວງພຽງຢາງ ເພື່ອວາງຊໍ່ດອກໄມ້ອາໄລຫາປະທານ Kim Il Sung ແລະ ເລຂາທິການໃຫຍ່ Kim Jong Il. ພາບ: ສໍານັກຂ່າວສານຫວຽດນາມ |
* ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 10 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ສປປ.ເກົາຫຼີ ແລະເຂົ້າຮ່ວມພິທີເປີດສະຫຼອງຮູບປັ້ນປະທານໂຮ່ຈີມິນ ຢູ່ໃນບໍລິເວນສະຖານທູດຫວຽດນາມ ປະຈຳ ສປປ.ເກົາຫຼີ.
* ຕອນບ່າຍວັນທີ 10 ຕຸລາ, ທີ່ນະຄອນຫຼວງພຽງຢາງ ໄດ້ດໍາເນີນພິທີລົງນາມໃນເອກະສານຮ່ວມມືສອງຝ່າຍສະບັບຕ່າງໆລະຫວ່າງຫວຽດນາມ ກັບ ສປປ.ເກົາຫຼີ.
ເອກະສານຮ່ວມມືສະບັບຕ່າງໆລວມມີ: ຂໍ້ຕົກລົງການຮ່ວມມືລະຫວ່າງກະຊວງການຕ່າງປະເທດຫວຽດນາມ ກັບກະຊວງການຕ່າງປະເທດ ສປປ.ເກົາຫຼີ; ຂໍ້ຕົກລົງການຮ່ວມມືລະຫວ່າງສຳນັກຂ່າວສານຫວຽດນາມ ກັບສຳນັກຂ່າວສານສູນກາງ ສປປ.ເກົາຫຼີ; ບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານສາທາລະນະສຸກ ແລະວິທະຍາສາດການແພດລະຫວ່າງກະຊວງສາທາລະນະສຸກຫວຽດນາມ ກັບກະຊວງສາທາລະນະສຸກສາທາລະນະ ຂອງ ສປປ.ເກົາຫຼີ; ບົດບັນທຶກຊ່ວຍຈໍາລະຫວ່າງສະຫະພັນການຄ້າ ແລະອຸດສາຫະກຳຫວຽດນາມ ກັບຫ້ອງການຄ້າ ສປປ.ເກົາຫຼີ; ຈົດໝາຍເຈດຈຳນົງລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ກັບກະຊວງປ້ອງກັນປະເທດ ສປປ.ເກົາຫຼີ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ.
    |
 |
ການລົງນາມຈົດໝາຍເຈດຈໍານົງລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ກັບກະຊວງປ້ອງກັນປະເທດ ສປປ.ເກົາຫຼີ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ. ພາບ: qdnd.vn |
* ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ, ຕອນຄ່ຳວັນທີ 9 ຕຸລາ, ຢູ່ນະຄອນຫຼວງພຽງຢາງ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ.
ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ຫວັງວ່າ ສອງຝ່າຍສືບຕໍ່ມານະພະຍາຍາມສ້າງບາດກ້າວບຸກທະລຸ, ຫັນປ່ຽນບັນດາຂົງເຂດຮ່ວມມືຢ່າງຈະແຈ້ງກວ່າ, ຈາກຄຳໝັ້ນສັນຍາໄປສູ່ໝາກຜົນ, ຈາກຄວາມສາມາດບົ່ມຊ້ອນໄປສູ່ເປັນຈິງ, ເປັນຕົ້ນແມ່ນໃນການເປີດກວ້າງການນຳເຂົ້າສິນຄ້າ, ຜະລິດຕະພັນກະເສດ, ສິນໃນນໍ້າຂອງຫວຽດນາມ, ເພີ່ມທະວີການສົ່ງອອກໄຟຟ້າໄປຍັງຫວຽດນາມ, ໃຫ້ບຸລິມະສິດສູງເພື່ອປະຕິບັດສຳເລັດການຜັນຂະຫຍາຍ 3 ເສັ້ນທາງລົດໄຟມາດຕະຖານເຊື່ອມຕໍ່ສອງປະເທດໂດຍໄວ; ຊຸກຍູ້ການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີໃຫ້ກາຍເປັນຈຸດພົ້ນເດັ່ນໃໝ່ໃນການຮ່ວມມື. ທ່ານເລຂາທິການໃຫຍ່ ໂຕເລິມ ຍັງສະເໜີໃຫ້ສອງຝ່າຍແກ້ໄຂບັນຫາເທິງທະເລຢ່າງສົມເຫດສົມຜົນ, ເໝາະສົມກັບຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ, ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ພົບປະກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ຢືນຢັນວ່າ, ການນຳພັກ ແລະລັດຈີນ ຖືເປັນສຳຄັນທີ່ສຸດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດກັບຫວຽດນາມ, ຍາມໃດກໍ່ຖືນີ້ແມ່ນທິດທາງບຸລິມະສິດໃນນະໂຍບາຍການທູດບ້ານໃກ້ເຮືອນຄຽງຂອງຈີນ; ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຄວນຍູ້ໄວການຜັນຂະຫຍາຍຂໍ້ຕົກລົງ ແລະຄວາມຮັບຮູ້ລວມຂັ້ນສູງຢ່າງມີປະສິດທິຜົນ, ນໍາການພົວພັນລະຫວ່າງສອງພັກ ແລະສອງປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະຍືນຍົງ.
* ວັນທີ 10 ຕຸລາ, ຢູ່ນະຄອນຫຼວງພຽງຢາງ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະກັບທ່ານ Dmitry Medvedev ປະທານພັກປະເທດລັດເຊຍເອກະພາບ, ຮອງປະທານສະພາຄວາມໝັ້ນຄົງ ສະຫະພັນ ລັດເຊຍ.
ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ພັກກອມມູນິດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືກັບພັກປະເທດລັດເຊຍເອກະພາບ, ຖືນີ້ແມ່ນພື້ນຖານ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືສອງຝ່າຍ; ເນັ້ນໜັກວ່າ, ຫວຽດນາມ ສະເໝີຕົ້ນສະເໝີປາຍຖື ລັດເຊຍ ເປັນຄູ່ຮ່ວມມືຍຸດທະສາດສຳຄັນ, ປາດຖະໜາຢາກເປີດກ້ວາງການຮ່ວມມືກັບລັດເຊຍ ໃນບັນດາຂົງເຂດເສົາຄໍ້າ, ຄື: ການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພະລັງງານ - ນໍ້າມັນອາຍແກັສ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບໍາລຸງກໍ່ສ້າງ, ວັດທະນະທຳ - ມະນຸດຊາດ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ພົບປະກັບທ່ານ Dmitry Medvedev ປະທານພັກປະເທດລັດເຊຍເອກະພາບ, ຮອງປະທານ ສະພາຄວາມໝັ້ນຄົງ ສະຫະພັນ ລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ Dmitry Medvedev ເນັ້ນໜັກວ່າ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ. ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ເສີມຂະຫຍາຍຊ່ອງທາງຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ກັບພັກປະເທດລັດເຊຍເອກະພາບ, ຊົມເຊີຍການພົບປະແລກປ່ຽນລະຫວ່າງລຸ້ນໜຸ່ມຂອງສອງພັກ ແລະການຮ່ວມມືລະຫວ່າງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ກັບໂຮງຮຽນພັກປະເທດລັດເຊຍເອກະພາບ. ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຊີີດຊູບົດບາດຂອງ ສະຫະປະຊາຊາດ, ເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ແລະສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).
ໂດຍ: ທູຈາງ