ພິທີເປີດການລົງນາມສົນທິສັນຍາ ສປຊ ວ່າດ້ວຍ ອາດຊະຍາກຳທາງໄຊເບີ ຈະດຳເນີນໃນລະຫວ່າງວັນທີ 25-26 ຕຸລາ 2025 ຢູ່ຮ່າໂນ້ຍ, ແມ່ນການຖືເປັນສໍາຄັນຂອງ ສປຊ ຕໍ່ຖານະທີ່ຕັ້ງ, ບົດບາດ ແລະການປະກອບສ່ວນຂອງຫວຽດນາມ. ນີ້ແມ່ນການຢັ້ງຢືນຂອງທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທີ່ການຖະແຫຼງຂ່າວສາກົນ ກ່ຽວກັບພິທີເປີດການລົງນາມ, ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 8 ຕຸລາ ຢູ່ຮ່າໂນ້ຍ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບພິທີເປີດການລົງນາມສົນທິສັນຍາຮ່າໂນ້ຍ. ພາບ: qdnd.vn

ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານ ດັ້ງຮວ່າງຢາງ ເນັ້ນໜັກວ່າ ເລື່ອງ ສປຊ ເລືອກເອົານະຄອນຫຼວງຮ່າໂນ້ຍ ເປັນສະຖານທີ່ຈັດຕັ້ງພິທີເປີດການລົງນາມສົນທິສັນຍາ ສປຊ ວ່າດ້ວຍອາດຊະຍາກຳທາງໄຊເບີ ແມ່ນຂີດໝາຍສຳຄັນໃນປະຫວັດສາດການພົວພັນທາງການທູດຫຼາຍຝ່າຍຂອງຫວຽດນາມ ແລະການພົວພັນ ຫວຽດນາມ-ສປຊ. ນີ້ແມ່ນຄັ້ງທຳອິດທີ່ສົນທິສັນຍາຫຼາຍຝ່າຍທົ່ວໂລກໃນຂົງເຂດໜຶ່ງເຊິ່ງປະຊາຄົມໃຫ້ຄວາມສົນໃຈທີ່ຕິດພັນກັບສະຖານທີ່ໜຶ່ງຂອງຫວຽດນາມ.

ແບ່ງປັນກ່ຽວກັບວິວັດການເລີ່ມຕົ້ນການເຈລະຈາກ່ຽວກັບສົນທິສັນຍາ ແລະການປະກອບສ່ວນຂອງຫວຽດນາມ ເຂົ້າໃນວິວັດການນີ້, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ແມ່ນໜຶ່ງໃນບັນດາປະເທດນຳໜ້າ, ຕັ້ງໜ້າປະກອບສ່ວນເຂົ້າໃນ 8 ຮອບເຈລະຈາສົນທິສັນຍາ. ພ້ອມກັນນັ້ນ, ຍຸດທະສາດຂອງຫວຽດນາມ ກ່ຽວກັບການຮັບມືແຕ່ຫົວທີ, ແຕ່ທາງໄກຕໍ່ສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ ກໍສອດຄ່ອງກັບຄຳໝັ້ນສັນຍາ ແລະຄວາມຮັບຮູ້ລວມຂອງປະຊາຄົມສາກົນຕໍ່ບັນຫາຄວາມໝັ້ນຄົງທາງໄຊເບີ. ຜ່ານນັ້ນ, ຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງ ໂດຍ ຫຼາຍປະເທດ ໄດ້ຮັບຮູ້ ຄື: ຫຼັກການກ່ຽວກັບການຮັບປະກັນອະທິປະໄຕແຫ່ງຊາດໃນຂົງເຂດທາງໄຊເບີ; ຫຼັກການຮ່ວມມືສາກົນ; ຫຼັກການພິຈາລະນາບົນພື້ນຖານຄວາມອາດສາມາດຂອງບັນດາປະເທດ... ການປະກອບສ່ວນນີ້ແມ່ນໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ.

ທ່ານ ດັ້ງຮວ່າງຢາງ ຊີ້ແຈ້ງວ່າ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ຖືເປັນສຳຄັນຕໍ່ເຫດການນີ້ ແລະໄດ້ຮັບຄໍາເຊື້ອເຊີນເຂົ້າຮ່ວມພິທີເປີດການລົງນາມ ໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະຫະປະຊາຊາດ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນຂອງ ສປຊ ຕໍ່ສົນທິສັນຍາສະບັບນີ້ ກໍຄືການຖືເປັນສໍາຄັນຂອງ ສປຊ ຕໍ່ຖານະທີ່ຕັ້ງ, ບົດບາດ ແລະການປະກອບສ່ວນຂອງຫວຽດນາມ ໃຫ້ແກ່ປະຊາຄົມສາກົນ. ເລື່ອງນະຄອນຫຼວງຮ່າໂນ້ຍ ໄດ້ຮັບຮູ້ໃນເອກະສານຂອງສົນທິສັນຍາ ກໍ່ສ່ອງແສງໃຫ້ເຫັນການຢັ້ງຢືນຂອງປະຊາຄົມສາກົນຕໍ່ການປະກອບສ່ວນຂອງຫວຽດນາມ ເຂົ້າໃນສົນທິສັນຍາສະບັບນີ້.

ກ່ຽວກັບວຽກງານກະກຽມໃຫ້ແກ່ພິທີເປີດການລົງນາມສົນທິສັນຍາ, ທ່ານ ດັ້ງຮວ່າງຢາງ ໃຫ້ຮູ້ວ່າ ໄລ່ມາຮອດວັນທີ 6 ຕຸລາ, ໄດ້ມີປະມານ 100 ປະເທດສະມາຊິກ ສປຊ ແລະຫຼາຍອົງການຈັດຕັ້ງສາກົນ ລົງທະບຽນເຂົ້າຮ່ວມພິທີເປີດການລົງນາມ. ຄາດວ່າ, ປະມຸກລັດ, ລັດຖະມົນຕີ ແລະການນຳຂອງຫຼາຍປະເທດ ກໍຈະເຂົ້າຮ່ວມພິທີເປີດການລົງນາມ.

ໂດຍ: ໄຊຊະນະ