ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ ອີຢູ ຢູ່ພາກພື້ນ
ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນບົດບາດທົ່ວໂລກຂອງ ອີຢູ, ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ອີຢູ, ໃນນັ້ນ ມີຂໍ້ລິເລີ່ມປະຕູເຂົ້າອອກທົ່ວໂລກ.
ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສປະຕູເຂົ້າອອກທົ່ວໂລກຄັ້ງທີ 2 ນັບແຕ່ວັນທີ 9 – 10 ຕຸລາ, ຢູ່ ປະເທດ ແບນຊິກ, ວັນທີ 9 ຕຸລາ, ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຮັດວຽກກັບທ່ານນາງ Kaja Kallas ຮອງປະທານຄະນະກຳມະການເອີລົບ (EC) ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (ອີຢູ) ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະການຕ່າງປະເທດ, ຢູ່ສຳນັກງານອົງການການຕ່າງປະເທດສະຫະພາບເອີລົບ (EEAS).
    |
 |
ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ Kaja Kallas ຮອງປະທານຄະນະກຳມະການເອີລົບ (EC). ພາບ: ກະຊວງການຕ່າງປະເທດຫວຽດນາມ |
ທີ່ການພົບປະ, ທ່ານ ບຸຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນບົດບາດທົ່ວໂລກຂອງອີຢູ, ສະໜັບສະໜູນບັນດາຂໍ້ລິເລີ່ມຂອງອີຢູ, ໃນນັ້ນ ມີຂໍ້ລິເລີ່ມປະຕູເຂົ້າອອກທົ່ວໂລກ. ໂດຍໃຫ້ຂໍ້ສັງເກດກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນເສົາຄ້ຳສຳຄັນໃນການພົວພັນ, ທ່ານຮອງນາຍົກລັດຖະມົນຕີ ສະເໜີອີຢູ ຊຸກຍູ້ບັນດາປະເທດສະມາຊິກໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ - ອີຢູ (EVFTA) ໂດຍໄວ, ຜ່ານນັ້ນ ກໍ່ປົກປ້ອງສິດຜົນປະໂຫຍດ ແລະສົ່ງເສີມວິສາຫະກິດເອີລົບມາລົງທຶນເຂົ້າບັນດາໂຄງການຈຸດສຸມຂອງຫວຽດນາມ.
ສ່ວນທ່ານນາງ Kaja Kallas ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງອີຢູ ຢູ່ພາກພື້ນ, ທ່ານນາງ ໃຫ້ຮູ້ວ່າ ອີຢູ ກໍ່ປາດຖະໜາຢາກເປີດກວ້າງການຮ່ວມມືໃນບັນດາຂົງເຂດຮັບໃຊ້ການພັດທະນາເສດຖະກິດໃນສະພາບການສອງຝ່າຍ ມຸ່ງໄປເຖິງການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ