ມຸ່ງໄປເຖິງການພັດທະນາຂະແໜງ logistics ໃຫ້ທັນສະໄໝ, ສີຂຽວ ແລະຍືນຍົງ
ກປ.ອອນໄລ - ຕອນຄໍ່າວັນທີ 8 ຕຸລາ, ທີ່ຮ່າໂນ້ຍ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມສະຫະພັນບັນດາສະມາຄົມຜູ້ຮັບຈັດການຂົນສົ່ງສາກົນ 2025 (FIATA World Congress 2025) ດ້ວຍຫົວຂໍ້ “Green and Resilient Logistics: Logistics ສີຂຽວ-ການປັບຕົວຢ່າງວ່ອງໄວ”. ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ FIATA ປະຕິບັດ “5 ຍູ້ແຮງ”; ໃຫ້ຄຳໝັ້ນສັນຍາຫວຽດນາມ ຈະປະຕິບັດ “3 ຄ້ຳປະກັນ” ແລະ “3 ຮ່ວມກັນ”.
ກ່າວຄຳເຫັນນະທີ່ນີ້, ທ່ານ ຟ້າມມິງຈີ້ງ ເນັ້ນໜັກວ່າ ກອງປະຊຸມ FIATA 2025 ດ້ວຍຫົວຂໍ້ “Logistics ສີຂຽວ, ການປັບຕົວຢ່າງວ່ອງໄວ” ແມ່ນເຫດການທີ່ມີຄວາມໝາຍສຳຄັນເປັນພິເສດ. ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ປະຊາຄົມ logistics ທົ່ວໂລກໄດ້ພົບປະ ແລະເຊື່ອມຕໍ່ການຮ່ວມມືເທົ່ານັ້ນ, ຫາກຍັງເປັນເວທີປາໄສເພື່ອໃຫ້ພວກເຮົາ ພ້ອມກັນປຶກສາຫາລືກ່ຽວກັບທ່າອ່ຽງໃໝ່, ຊອກຫາມາດຕະການປະດິດສ້າງ, ມຸ່ງໄປເຖິງການພັດທະນາຂະແໜງ logistics ໃຫ້ທັນສະໄໝ, ສີຂຽວ, ຍືນຍົງ, ມີຄວາມສາມາດປັບຕົວຢ່າງສູງຕໍ່ສະພາບການໂລກທີ່ຜັນແປຢ່າງບໍ່ຢຸດຢັ້ງຄືໃນປັດຈຸບັນ.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ກອງປະຊຸມສະຫະພັນບັນດາສະມາຄົມຜູ້ຮັບຈັດການຂົນສົ່ງສາກົນ 2025 (FIATA World Congress 2025). ພາບ: VGP |
ເລື່ອງ FIATA ເລືອກເອົາຫວຽດນາມ ເປັນປະເທດເຈົ້າພາບຈັດກອງປະຊຸມປີນີ້ ແລະເລືອກເອົານະຄອນຫຼວງຮ່າໂນ້ຍ ເປັນສະຖານທີ່ຈັດກອງປະຊຸມ ແມ່ນສະແດງໃຫ້ເຫັນຄວາມເຊື່ອໝັ້ນອັນໃຫຍ່ຫຼວງຂອງປະຊາຄົມສາກົນເວົ້າລວມ ແລະຂະແໜງ logistics ໂລກເວົ້າສະເພາະຕໍ່ບົດບາດ, ຄວາມສາມາດບົ່ມຊ້ອນ ແລະຄວາມຄາດຫວັງພັດທະນາຂອງຫວຽດນາມ ໃນຂົງເຂດ logistics. ພ້ອມກັນນັ້ນ, ນີ້ກໍແມ່ນໂອກາດອັນລ້ຳຄ່າເພື່ອໃຫ້ຫວຽດນາມ ສືບຕໍ່ແນະນຳໃຫ້ແກ່ເພື່ອນມິດສາກົນກ່ຽວກັບປະເທດຫວຽດນາມ ສັນຕິພາບ, ສະຖຽນລະພາບ, ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ໄມຕີຈິດມິດຕະພາບ ແລະຮັກແຂກ.
    |
 |
ບັນດາຜູ້ແທນຖ່າຍຮູບລວມທີ່ກອງປະຊຸມ FIATA World Congress 2025. ພາບ: VGP |
ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ໃນສະພາບການໂລກາພິວັດ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງໃນປັດຈຸບັນ, logistics ນັບມື້ນັບຢັ້ງຢືນບົດບາດເປັນ “ເສັ້ນເລືອດ” ຂອງພື້ນຖານເສດຖະກິດ, ເປັນຂົວຕໍ່ລະຫວ່າງການຜະລິດ, ການໝູນວຽນ, ການຈຳໜ່າຍ ແລະການບໍລິໂພກ.
ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ກອງປະຊຸມ FIATA ປີ 2025 ແມ່ນໂອກາດເພື່ອຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນກວ່າ, ພ້ອມກັນສ້າງຂະແໜງ logistics ທົ່ວໂລກໃຫ້ມີສີຂຽວກວ່າ, ສະຫຼາດກວ່າ, ທັນສະໄໝກວ່າ, ຂະແໜງ logistics ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຄ້າ, ການລົງທຶນ, ການເຕີບໂຕ ແລະວັດທະນາຖາວອນລວມຂອງມວນມະນຸດ. ດ້ວຍທິດນໍາ “ສາມັກຄີ-ຮ່ວມມື-ຄວາມຮັບຜິດຊອບ-ພັດທະນາແບບຍືນຍົງ”, ຫວຽດນາມ ພ້ອມແລ້ວທີ່ຈະເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະຖານທີ່ປອດໄພ, ຈັບອົກຈັບໃຈໃຫ້ປະຊາຄົມວິສາຫະກິດ logistics ສາກົນ.
ໂດຍ: ໄຊຊະນະ