ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ລົງຢ້ຽມຢາມ ແລະໃຫ້ກໍາລັງໃຈກອງພັນໃຫຍ່ 174 ຊ່ວຍເຫຼືອປະຊາຊົນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ລູກທີ 10
ກປ.ອອນໄລ - ວັນທີ 5 ຕຸລາ, ທ່ານ ເຈີ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ; ທ່ານ ເຈີ່ນຮຸຍຕວນ, ປະທານຄະນະກໍາມະການປະຊາຊົນແຂວງ ລາວກາຍ; ທ່ານພົນຈັດຕະວາ ຫງວຽນດັງຂາຍ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການ ທະຫານເຂດ 2 ໄດ້ໄປຢ້ຽມຢາມ, ກວດກາ, ລະດົມກໍາລັງໃຈພະນັກງານ, ນັກຮົບກອງພັນໃຫຍ່ 174 ທີ່ພວມປະຕິບັດໜ້າທີ່ຊ່ວຍເຫຼືອປະຊາຊົນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ລູກທີ 10 ຢູ່ບ້ານ ເບັນ (ຕາແສງ ຫວຽດຮົ່ງ, ແຂວງ ລາວກາຍ).
    |
 |
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ຢ້ຽມຢາມ, ກວດກາ, ລະດົມກໍາລັງໃຈບັນດາກໍາລັງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນໍ້າຖ້ວມ. ພາບ: qdnd.vn |
ໃນວັນດຽວກັນ, ມີພະນັກງານ, ນັກຮົບກອງພັນໃຫຍ່ 174 ກວ່າ 400 ຄົນໄດ້ສືບຕໍ່ໜູນຊ່ວຍປະຊາຊົນຢູ່ຕາແສງ ນາມເກື່ອງ, ຕາແສງອຽນບ໋າຍ, ຕາແສງ ຫວຽດຮົ່ງ ແລະຕາແສງເຈີ໊ນອຽນ (ແຂວງ ລາວກາຍ).
ວັນທີ 5 ຕຸລາ, ກົມກອງໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ໄດ້ບຸກເບີກເສັ້ນທາງກວ່າ 9,7 ກິໂລແມັດ; ກວາດຂີ້ຕົມ ແລະ ຂີ້ເຫຍື້ອກວ່າ 1.780 ແມັດກ້ອນ; ຊ່ວຍເຫຼືອ 80 ກວ່າຄອບຄົວອະນາໄມເຮືອນຊານ ແລະເສີມສ້າງເຂື່ອນອີກ 60 ກວ່າແມັດ.
ໃນ 5 ວັນ (ແຕ່ວັນທີ 1 ຫາວັນທີ 5 ຕຸລາ), ພະນັກງານ, ນັກຮົບກອງພັນໃຫຍ່ 174 ໄດ້ໄປລົງ 4 ສະຖານທີ່ຄື: ຕາແສງ ນາມເກື່ອງ, ຕາແສງ ອຽນບ໋າຍ, ຕາແສງ ຫວຽດຮົ່ງ, ຕາແສງ ເຈີ໊ນອຽນ (ແຂວງ ລາວກາຍ). ໃນນັ້ນ, ໄດ້ເກັບມ້ຽນ, ບຸກເບີກເສັ້ນທາງ ໄດ້ 49,7 ກິໂລແມັດ; ກວາດຂີ້ຕົມ, ຂີ້ເຫຍື້ອໄດ້ກວ່າ 6.660 ແມັດກ້ອນ, ໜູນຊ່ວຍ 416 ຄອບຄົວ.
ໂດຍ: ໄຊນີດາ