ກອງປະຊຸມສໍາມະນາ “30 ປີແຫ່ງການພົວພັນ ຫວຽດນາມ-ອາເມລິກາ: ຜົນງານ ແລະແງ່ຫວັງ”
ກປ.ອອນໄລ - ວັນທີ 2 ຕຸລາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ສົມທົບກັບສະຖານທູດອາເມລິກາ ປະຈໍາ ຫວຽດນາມ ຈັດຕັ້ງກອງປະຊຸມສໍາມະນາ “30 ປີແຫ່ງການພົວພັນ ຫວຽດນາມ-ອາເມລິກາ: ຜົນງານ ແລະແງ່ຫວັງ”.
    |
 |
ທ່ານ ຟານແອັງເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ. ພາບ: qdnd.vn |
ກ່າວຄຳເຫັນໄຂກອງປະຊຸມສໍາມະນາ, ທ່ານ ຟານແອັງເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໃຫ້ຮູ້ວ່າ ກອງປະຊຸມສໍາມະນາ ນອນໃນບັນດາເຫດການເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ອາເມລິກາ (1995-2025). ນີ້ແມ່ນໂອກາດເພື່ອໃຫ້ນັກຮຽນຮູ້, ນັກການທູດ, ນັກຄົ້ນຄວ້າ ແລກປ່ຽນ, ຕີລາຄາກ່ຽວກັບຜົນງານ, ໝາກຜົນແຫ່ງການພົວພັນຮ່ວມມືຫວຽດນາມ-ອາເມລິກາ ໃນ 30 ປີຜ່ານມາໃນຫຼາຍຂົງເຂດ, ພ້ອມທັງຕີລາຄາແງ່ຫວັງການຮ່ວມມືຫວຽດນາມ-ອາເມລິກາ, ໄຈ້ແຍກບັນດາກາລະໂອກາດ ແລະສິ່ງທ້າທາຍສົ່ງຜົນກະທົບເຖິງແງ່ຫວັງການຮ່ວມມືລະຫວ່າງສອງປະເທດ.
ພາຍຫຼັງ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ຫວຽດນາມ ແລະອາເມລິກາ ໄດ້ເຫັນປະຈັກຕາບາດກ້າວອັນສຳຄັນໃນຫຼາຍຂົງເຂດ. ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ປະຈຸບັນລື່ນກາຍ 150 ຕື້ໂດລາສະຫະລັດ/ປີ. ບັນດາບໍລິສັດອາເມລິກາ ພວມຍູ້ແຮງການລົງທຶນຢູ່ຫວຽດນາມ, ພິເສດໃນບັນດາຂົງເຂດປັນຍາປະດິດ, ເຄິ່ງຊັກນຳໄຟຟ້າ, ພະລັງງານສະອາດ... ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າຂອງສອງປະເທດ ນັບມື້ນັບເປີດກວ້າງການພົວພັນຄູ່ຮ່ວມມື.
ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນ ໄດ້ປຶກສາຫາລື, ຮັບຟັງບັນດານັກຊ່ຽວຊານ, ນັກຮຽນຮູ້ພາຍໃນ ແລະສາກົນ ສະເໜີບົດລາຍງານຕີລາຄາກ່ຽວກັບການພົວພັນຫວຽດນາມ-ອາເມລິກາ, ໃນນັ້ນ ມີໂຄງການຄົ້ນຄວ້າຂອງສູນຕາເວັນອອກ-ຕາເວັນຕົກ ມີຊື່ວ່າ “ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງອາເມລິກາ, ອາເມລິກາ ແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ”.
ໂດຍ: ເຈິ່ນຮວ່ຽນ