ທີ່ການພົບປະກັບທ່ານປະທານສະພາສູງ Sekiguchi Masakazu, ທ່ານ ເຈີ່ນກວາງເຟືອງ ຢືນຢັນວ່າ ການຮ່ວມມືລັດຖະສະພາແມ່ນຊ່ອງທາງສຳຄັນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເປີດກວ້າງການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ; ຕີລາຄາສູງ ແລະຂອບໃຈຕໍ່ການປະກອບສ່ວນຂອງຍີ່ປຸ່ນ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ຜ່ານບັນດາໂຄງການຮ່ວມມື ODA ແລະ FDI ໃນກວ່າ 30 ປີຜ່ານມາ; ປາດຖະໜາວ່າ ສະພາສູງຍີ່ປຸ່ນ ສະໜັບສະໜູນລັດຖະບານຍີ່ປຸ່ນ ໜູນຊ່ວຍຫວຽດນາມ ປະຕິບັດສອງເປົ້າໝາຍ 100 ປີກາຍເປັນປະເທດພວມພັດທະນາທີ່ມີພື້ນຖານອຸດສາຫະກຳທັນສະໄໝ ໃນປີ 2030, ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ ໃນປີ 2045; ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຍີ່ປຸ່ນ ເລິກເຊິ່ງກວ່າອີກ ຜ່ານການຫັນເປັນລະອຽດ ແລະຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງ, ເອກະສານຮ່ວມລະຫວ່າງການນຳຂັ້ນສູງສອງປະເທດ ຢ່າງມີປະສິດທິຜົນ...

leftcenterrightdel
ທ່ານພົນໂທ ເຈີ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Sekiguchi Masakazu ປະທານສະພາສູງ ຍີ່ປຸ່ນ. ພາບ: daibieunhandan.vn

ສ່ວນທ່ານປະທານສະພາສູງ Sekiguchi Masakazu ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຂອງທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ; ຢືນຢັນວ່າ ຈະມານະພະຍາຍາມຊຸກຍູ້ການພົວພັນ ຍີ່ປຸ່ນ- ຫວຽດນາມ ໃນທຸກຂົງເຂດ.

* ທີ່ການພົບປະເຈລະຈາກັບທ່ານຮອງປະທານສະພາຕ່ຳ Genba Koichiro, ສອງຝ່າຍໄດ້ເຫັນດີເປັນເອກະພາບສະໜັບສະໜູນການເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງສອງປະເທດ ໂດຍຜ່ານການຫັນຂໍ້ຕົກລົງ, ຄຳໝັ້ນສັນຍາລະຫວ່າງການນຳຂັ້ນສູງຂອງສອງປະເທດໃນບັນດາຂົງເຂດເສດຖະກິດ, ການລົງທຶນ, ການຄ້າ, ການຮ່ວມມືທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ, ວິທະຍາສາດ-ເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດຄິດສ້າງ, ບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ ໃຫ້ປະກົດຜົນເປັນຈິງ...

ໂດຍ: ຈາງຫງວຽນ