ທີ່ບັນດາການພົບປະ ແລະເຮັດວຽກ, ການນຳພັກການເມືອງ, ສະພາແຫ່ງຊາດ, ບັນດາອົງການຂອງລັດຖະບານເຢຍລະມັນ ໄດ້ຢືນຢັນການຖືເປັນສໍາຄັນການພົວພັນກັບຫວຽດນາມ; ຍາມໃດກໍຖືຫວຽດນາມ ເປັນຄູ່ຮ່ວມມືທີ່ມີລະດັບຍຸດທະສາດສຳຄັນຢູ່ອາຊີຕາເວັນອອກສ່ຽງໃຕ້. ຝ່າຍເຢຍລະມັນ ຫວັງວ່າສອງປະເທດຈະຍາດແຍ່ງເອົາທ່າແຮງຂອງກັນເພື່ອເປີດກວ້າງ ແລະເຮັດໃຫ້ການພົວພັນລະຫວ່າງສອງຝ່າຍໃນທຸກຂົງເຂດເລິກເຊິ່ງກວ່າອີກ; ຍາດແຍ່ງກາລະໂອກາດອັນໃຫຍ່ຫຼວງ ທີ່ສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ໄດ້ນຳມາໃຫ້ເພື່ອຍົກວົງເງິນການຄ້າສອງຝ່າຍຂຶ້ນສູ່ລະດັບສູງກວ່າໃນໄລຍະຈະມາເຖິງ. ເພື່ອແນໃສ່ສ້າງບາດກ້າວຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ຝ່າຍເຢຍລະມັນ ໃຫ້ຮູ້ວ່າ ສະພາແຫ່ງຊາດເຢຍລະມັນ ຈະໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ - ອີຢູ (EVIPA) ໃນຕົ້ນປີ 2026 ໂດຍໄວ.

leftcenterrightdel
ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຮັດວຽກກັບທ່ານ Bodo Ramelow ຮອງປະທານສະພາແຫ່ງຊາດເຢຍລະມັນ. ພາບ: chinhphu.vn

ທ່ານ ຫງວຽນຮວ່າບິ່ງ ຢືນຢັນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືຫຼາຍດ້ານກັບເຢຍລະມັນ ແລະສະແດງຄວາມປິຕິຊົມຊື່ນເມື່ອເຫັນປະຈັກຕາການພັດທະນາຢ່າງຕັ້ງໜ້າ ແລະມີປະສິດທິຜົນໃນທຸກຂົງເຂດ. ສອງຝ່າຍເຫັນດີເປັນເອກະພາບໃຫ້ບຸລິມະສິດຍູ້ແຮງການຮ່ວມມືດ້ານການຄ້າ-ການລົງທຶນ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ຫວຽດນາມ ມີຄວາມຕ້ອງການ ແລະເຢຍລະມັນ ມີທ່າແຮງ ຄື: ພະລັງງານທົດແທນ, hydrogen ສີຂຽວ, ພື້ນຖານໂຄງລ່າງ, ວິທະຍາສາດ-ເຕັກໂນໂລຊີ, ການສຶກສາ-ບຳລຸງສ້າງ.

ໂດຍ: ຈາງຫງວຽນ