ທີ່ການພົບປະ, ທ່ານ ເຈີ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ຕີລາຄາວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະມົງໂກລີ ພວມຢູ່ໃນໄລຍະພັດທະນາດີງາມທີ່ສຸດ ແລະນັບມື້ນັບແທດຈິງພາຍຫຼັງ 70 ກວ່າປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ພາຍຫຼັງ 1 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ; ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດມົງໂກລີ ໃນການຊຸກຍູ້ຫັນຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານເປັນລະອຽດ ແລະນໍາການພົວພັນຮ່ວມມືລະຫວ່າງຫວຽດນາມ - ມົງໂກລີ ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຮອບດ້ານ; ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງສອງສະພາແຫ່ງຊາດ ແລະລະຫວ່າງຄະນະກຳມາທິການ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ບັນດາສະມາຊິກລັດຖະສະພາໜຸ່ມຂອງສະພາແຫ່ງຊາດສອງປະເທດ; ເພີ່ມທະວີການຮ່ວມມືຊຸກຍູ້ການຄ້າ,  ການລົງທຶນ...

leftcenterrightdel
ທ່ານ ເຈີ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Dashzegve Amarbayasgalan ປະທານສະພາແຫ່ງຊາດມົງໂກລີ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Amarbayasgalan ຢືນຢັນວ່າ: ມົງໂກລີ ຖືເປັນສຳຄັນການພົວພັນກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ຫວຽດນາມ ເປັນຄູ່ຮ່ວມມືແຖວໜ້າ; ພ້ອມທັງໃຫ້ຮູ້ວ່າ, ສະພາແຫ່ງຊາດມົງໂກລີ ພວມມານະພະຍາຍາມປັບປຸງລະບົບກົດໝາຍໃຫ້ສົມບູນແບບ, ຍົກສູງລັກສະນະໂປ່ງໃສ, ສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ສະດວກແກ່ບັນດານັກລົງທຶນ, ໃນນັ້ນ ມີບັນດາວິສາຫະກິດຫວຽດນາມ.

* ຕອນບ່າຍວັນດຽວກັນ, ທ່ານ ເຈີ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Judagiin Bayarmaa ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ມົງໂກລີ - ຫວຽດນາມ.

ໂດຍ: ທູຈາງ