ເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານກຸ່ມບໍລິສັດ Marvell ທົ່ວໂລກ
ກປ.ອອນໄລ - ຕອນບ່າຍວັນທີ 1 ຕຸລາ, ຢູ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Sandeep Bharathi ປະທານກຸ່ມບໍລິສັດ Marvell ທົ່ວໂລກ, ອາເມລິກາ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ປາດຖະໜາວ່າການພົວພັນສອງຝ່າຍຈະຮັກສາທ່າພັດທະນາຢ່າງຕັ້ງໜ້າ, ຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະວິສາຫະກິດສອງປະເທດ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Sandeep Bharathi ປະທານກຸ່ມບໍລິສັດ Marvell ທົ່ວໂລກ, ອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ແບ່ງປັນວິໄສທັດພັດທະນາ ແລະບົດບາດສຳຄັນຂອງວິທະຍາສາດ-ເຕັກໂນໂລຢີ. ທ່ານເລຂາທິການໃຫຍ່ ຢືນຢັນວ່າ ຫວຽດນາມ ພວມມານະພະຍາຍາມສືບຕໍ່ປ່ຽນແປງໃໝ່ລະບອບລະບຽບການ, ສ້າງນະໂຍບາຍ, ກົດໝາຍໃຫ້ສົມບູນແບບເພື່ອສ້າງຄວາມສະດວກໃຫ້ການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງບັນດາວິສາຫະກິດພາຍໃນ ແລະຕ່າງປະເທດ, ບັນດາເປົ້າໝາຍພັດທະນາຂອງຫວຽດນາມ ໃນໄລຍະໃໝ່. ທ່ານ ໂຕເລິມ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າຫຼາຍກຸ່ມບໍລິສັດໃຫຍ່, ໃນນັ້ນມີກຸ່ມບໍລິສັດ Marvell ສືບຕໍ່ເພີ່ມທະວີການລົງທຶນ, ເປີດກວ້າງການດຳເນີນທຸລະກິດຢູ່ຫວຽດນາມ. ທ່ານເລຂາທິການໃຫຍ່ ໂຕເລິມ ຍົກໃຫ້ເຫັນບາງບຸລິມະສິດເພື່ອກຸ່ມບໍລິສັດ Marvell ເພີ່ມທະວີການລົງທຶນຢູ່ຫວຽດນາມ, ໃນນັ້ນມີການໜູນຊ່ວຍຫວຽດນາມ ກໍ່ສ້າງສູນຂໍ້ມູນ, ພັດທະນາຂະແໜງການເຄິ່ງຊັກນຳໄຟຟ້າ ແລະບຳລຸງສ້າງຊັບພະຍາກອນມະນຸດ.
ສ່ວນທ່ານປະທານກຸ່ມບໍລິສັດ Marvell ທົ່ວໂລກ Sandeep Bharathi ແບ່ງປັນຜົນການດຳເນີນທຸລະກິດ ແລະການພັດທະນາຂອງກຸ່ມບໍລິສັດຢູ່ຫວຽດນາມ ໃນກວ່າ 10 ປີຜ່ານມາ. ທ່ານ Sandeep Bharathi ໄດ້ຂອບໃຈ ແລະຕີລາຄາສູງວິໄສທັດຂອງການນຳຫວຽດນາມ ຕໍ່ກັບການພັດທະນາວິທະຍາສາດ-ເຕັກໂນໂລຢີ, ເຫັນດີເປັນເອກະພາບກັບກໍານົດທິດຂອງທ່ານເລຂາທິການໃຫຍ່ ແລະຢືນຢັນວ່າ ກຸ່ມບໍລິສັດຈະສືບຕໍ່ຮ່ວມເດີນທາງໃນການປະຕິບັດບັນດາເປົ້າໝາຍພັດທະນາຂອງຫວຽດນາມ ໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ. ທ່ານປະທານກຸ່ມບໍລິສັດ Marvell ທົ່ວໂລກ ສະແດງຄວາມປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະມະຫາວິທະຍາໄລຫວຽດນາມ ຢ່າງເລິກເຊິ່ງ ແລະມີປະສິດທິຜົນ, ແນໃສ່ຊຸກຍູ້ການພັດທະນາລະບົບຊີວະພາບເຄິ່ງຊັກນຳໄຟຟ້າ, ບໍາລຸງສ້າງຊັບພະຍາກອນມະນຸດເພື່ອໃຫ້ຫວຽດນາມ ກາຍເປັນຂົວເຊື່ອມຕໍ່ສຳຄັນໃນລະບົບຊີວະພາບທົ່ວໂລກຂອງກຸ່ມບໍລິສັດ.
ໂດຍ: ເຈິ່ນຮວ່ຽນ