leftcenterrightdel
ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ. ພາບ: vov.vn

ຫວຽດນາມ ຕ້ອງໄປໄວກວ່າ, ຂ້ຽວຂາດກວ່າ, ກ້າຫານກວ່າ ຕ້ອງມີວິທີການເດີນສະເພາະໃນການພັດທະນາບັນດາເຕັກໂນໂລຢີຍຸດທະສາດ, ເພື່ອຈາກນັ້ນ ຈະຫຼຸດໄລຍະຫ່າງກັບໂລກລົງຕາມທິດນຳເດີນທັນ, ພ້ອມກັນກ້າວໄປ ແລະລື່ນກາຍ. ນັ້ນແມ່ນການຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຈີຢຸງ ຢູ່ ເວທີປາໄສ “ຊຸກຍູ້ນະວັດຕະກຳ, ພັດທະນາບັນດາຂະແໜງເຕັກໂນໂລຢີຍຸດທະສາດ” ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 2 ຕຸລາ, ໃນຂອບເຂດວັນບຸນນະວັດຕະກຳແຫ່ງຊາດ ແລະງານວາງສະແດງສາກົນນະວັດຕະກຳ ຫວຽດນາມ 2025.

ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະການຫັນເປັນດີຈີຕອນແມ່ນ ຂໍກຸນແຈຄຳ, ແມ່ນປັດໄຈເປັນຕາຍ ເພື່ອຜ່ານກັບດັກລາຍຮັບປານກາງ ແລະມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ເນັ້ນໜັກວ່າ: ຢາກບຸກທະລຸຕ້ອງອີງໃສ່ພູມປັນຍາ, ເຕັກໂນໂລຢີ, ຜູ້ມີຄວາມເກັ່ງກ້າສາມາດ ແລະລະບອບລະບຽບການນຳໜ້າ ແລະສຳຄັນກວ່ານັ້ນແມ່ນຕ້ອງເປັນເຈົ້າການພິສູດກຳລັງຄວາມສາມາດເຂົ້າຮ່ວມທຸກຂັ້ນຕອນຂອງລະບົບມູນຄ່າທົ່ວໂລກ, ກຳແໜ້ນບັນດາມາດຖານສາກົນ, ເຂົ້າຮ່ວມບັນດາລະບົບມູນຄ່າ ແລະເຊື່ອມຕໍ່ກັບພາສາກ່ຽວກັບເຕັກໂນໂລຢີຂອງທົ່ວໂລກຢ່າງເລິກເຊິ່ງ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ